ສະຫະພັນກໍາມະບານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປູກຕົ້ນໄມ້ ແລະ ປ່ອຍປາ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ເວົ້າລວມ, ເວົ້າສະເພາະ ກໍແມ່ນ ການສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຄົບຮອບ 98 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ໃຫ້ເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ ຂຶ້ນໃນວັນທີ 30 ພຶດສະພາ 2022 ທີ່ຜ່ານມາ ທີ່ສູນຝຶກອົບຮົມກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ.

ໃຫ້ກຽດເຂົ້າຮ່ວມໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຄະນະພັກກະຊວງ ຮອງຫົວໜ້າກົມໃຫ່ຍການເມືອງ ປ້ອງກັນຄວາມສະຫງົບ, ທ່ານ ພົຈວ ຄໍາສາຍ ຈັນທະວົງ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ, ຜູ້ຊີ້ນຳສາມອົງການຈັດຕັ້ງມະຫາຊົນ, ມີບັນດາຫົວໜ້າກົມ-ຮອງກົມ, ຫ້ອງ, ໂຮງຮຽນ, ກົມກອງ ອ້ອມຂ້າງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ, ສະມາຊິກກຳມະບານ ກະຊວງ ປກຊ-ປກສ, ບໍລິສັດ, ຫ້າງຮ້ານ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ພັອ ວັນນະເລດ ບຸດຕະວົງ ຄະນະບໍລິຫານງານສູນກາງ ສະຫະພັນກໍາມະບານລາວ, ປະທານສະຫະພັນກໍາມະບານ ກະຊວງປ້ອງກັນຄວາມສະຫງົບ ໄດ້ກ່າວວ່າ:

ການສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນ ການສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຄົບຮອບ 98 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ຄື ວັນທີ 1 ມິຖຸນາ ທີ່ໄດ້ໝູນວຽນມາອີກວາລະໜຶ່ງ ເຊິ່ງເປັນວັນເດັກສາກົນ ແລະ ເປັນວັນທີ່ພັກ-ລັດຖະບານເຮົາ ກໍານົດເອົາເປັນວັນອະນຸລັກສັດປ່າ-ສັດນ້ໍາ ແລະ ວັນປູກຕົ້ນໄມ້ແຫ່ງຊາດ. ສະນັ້ນ, ການຈັດຕັ້ງການປູກຕົ້ນໄມ້ ແລະປ່ອຍປາ ຂອງສະຫະພັນກໍາມະບານ ກະຊວງປ້ອງກັນຄວາມສະຫງົບ ຂອງພວກເຮົາກໍເປັນການປະກອບສ່ວນເຂົ້າໃນການປົກປັກຮັກສາທໍາມະຊາດ ແລະ ສິ່ງແວດລ້ອມໃຫ້ກັບຄືນມາເປັນສີຂຽວ ແລະ ອຸດົມສົມບູນຍິ່ງໆຂຶ້ນ.

ໂດຍຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ ມີຕົ້ນໄມ້ກິນໝາກຈໍານວນ 30 ກວ່າຕົ້ນ ແລະ ປາຈໍານວນ 600 ກິໂລກຼາມ. ໃນນີ້, ມີປານິນ 200 ກິໂລກຼາມ, ປາປາກ 200 ກິໂລກຼາມ ແລະ ປາເກັດແລບ 200 ກິໂລກຼາມ ເຊິ່ງໄດ້ມາຈາກການອຸປະຖໍາຂອງບັນດາກົມກອງອ້ອມຂ້າງກົມໃຫຍ່, ຮາກຖານກໍາມະບານ, ບຸກຄົນນິຕິບຸກຄົນ, ຫ້າງຮ້ານ ແລະ ບໍລິສັດຕ່າງໆໃຫ້ການອຸປະຖໍາ.

ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ທາງສະຫະພັນກໍາມະບານ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ມອບໃບຊົມເຊີຍ ແລະ ໃບກຽດຕິຄຸນໃຫ້ບັນດາກົມກອງອ້ອມຂ້າງກົມໃຫຍ່, ຮາກຖານກໍາມະບານ, ບຸກຄົນ, ນິຕິບຸກຄົນ, ຫ້າງຮ້ານ ແລະ ບໍລິສັດຕ່າງໆ ທີ່ໃຫ້ການອຸປະຖໍາ.

ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກໍໄດ້ພ້ອມກັນສ້າງຂະບວນການແຂ່ງຂັນກິລາເປຕັງມິດຕະພາບ ເພື່ອສ້າງຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງກົມກອງອ້ອມຂ້າງກົມໃຫຍ່, ຮາກຖານກໍາມະບານ, ບຸກຄົນນິຕິບຸກຄົນ, ຫ້າງຮ້ານ ແລະ ບໍລິສັດຕ່າງໆ ໃຫ້ນັບມື້ແໜ້ນແຟນຍິ່ງໆຂຶ້ນ; ເຊິ່ງຜົນການແຂ່ງຂັນ ອັບດັບທີ 1 ແມ່ນ ທີມສະຖາບັນການເງິນຈຸລະພາກ ດອກຄູນ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 3 ແສນກີບ, ອັນດັບທີ 2 ແມ່ນ ທີມກົມໃຫຍ່ການເມືອງ ປກສ ໄດ້ຮັບຂັນລາງວັນ 1 ໜ່ວຍ ພ້ອມເງິນສົດ 2 ແສນກີບ ແລະ ອັນດັບທີ 3 ແມ່ນ ທີມບໍລິສັດ BPTS ກໍ່ສ້າງ ຈຳກັດ ຜູ້ດຽວ.