ກົມສື່ສານ ກະຊວງ ປກສ ໄດ້ ເປີດຝຶກອົບຮົມວຽກງານພັກ, ວຽກງານການເມືອງ ໄລຍະສັ້ນ ຊຸດທີ 1 ໃຫ້ສະມາຊິກພັກທົ່ວກົມສື່ສານ ໃນລະຫວ່າງວັນທີ 8-10 ມິຖຸນາ 2022, ເປັນປະທານໂດຍ ສະຫາຍ ພົຈວ ແສງປະເສີດ ສຸທໍາມະວົງ ຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຫົວໜ້າກົມສື່ສານ, ມີຄະນະພັກ-ຄະນະກົມ, ຄະນະຄ້າຍ, ສະມາຊິກພັກສົມບູນ-ສໍາຮອງ, ຄູຝຶກ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ສະຫາຍ ພົຈວ ແສງປະເສີດ ສຸທໍາມະວົງ ຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຫົວໜ້າກົມສື່ສານ

ສະຫາຍ ພັອ ບົວຜັນ ສີສະຫວັດ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າກົມສື່ສານ ເພື່ອປະຕິບັດແນວທາງການກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳ ເຮັດໃຫ້ຮາກຖານພັກໃນກຳລັງປ້ອງກັນຄວາມສະຫງົບ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີ ແລະ ຫຼັກການກ່ຽວກັບວຽກງານພັກ, ວຽກງານການເມືອງ ໃຫ້ນາຍຕຳຫຼວດທີ່ເຮັດວຽກງານພັກ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ຮັບຮູ້, ເຂົ້າໃຈຖືກຕ້ອງ ແລະ ມີຄວາມເປັນເອກະພາບທາງດ້ານຫຼັກການ ໃນການຈັດຕັ້ງປະຕິບັດຕົວຈິງ ທົ່ວກໍາລັງປ້ອງກັນຄວາມສະຫງົບ ແນໃສ່ເຮັດໃຫ້ວຽກງານພັກ, ວຽກງານການເມືອງຮັບປະກັນຄຸນນະພາບ, ວ່ອງໄວ ແລະ ເຮັດໃຫ້ພະນັກງານທີ່ເຮັດວຽກງານພັກ ກໍາໄດ້ບັນດາຫຼັກການ, ທິດນຳ ແລະ ແນວທາງຂອງພັກ, ສາມາດເປັນເສນາທິການໃຫ້ແກ່ ຄະນະພັກ-ຄະນະບັນຊາ ກົມສື່ສານ.

ຊຸດຝຶກອົບຮົມຄັ້ງນີ້ ມີນັກສໍາມະນາກອນເຂົ້າຮ່ວມ ຈໍານວນ 111 ສະຫາຍ ຍິງ 50 ສະຫາຍ ເຊິ່ງຈະໄດ້ຮຽນຮູ້ກ່ຽວກັບບັນດາເອກະສານຕ່າງໆ ເຊັ່ນ:

  • ເອກະສານອົງການການເມືອງ ແລະ ຜູ້ຮັບຜິດຊອບການເມືອງ ໃນກໍາລັງປ້ອງກັນຄວາມສະຫງົບ
  • ຝຶກຝົນຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ
  • ການຈັດຕັ້ງ ແລະ ການນຳພາຂອງພັກຕໍ່ກຳລັງປ້ອງກັນຄວາມສະຫງົບ
  • ຍົກສູງຄຸນນະພາບການນໍາພາຮອບດ້ານຂອງການຈັດຕັ້ງຮາກຖານພັກ
  • ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກ ໃນໄລຍະໃໝ່
  • ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ
  • ເພີ່ມທະວີວຽກງານປ້ອງກັນພັກ ໃນໄລຍະໃໝ່
  • ເອກະສານລະບຽບວິໄນພັກ
  • ເອກະສານຈັດຕັ້ງດໍາເນີນກອງປະຊຸມໃຫຍ່ຂອງພັກ
  • ບາດກ້າວ ແລະ ຂັ້ນຕອນການກະກຽມດຳເນີນກອງປະຊຸມໃຫຍ່ຂອງພັກ
  • ບາດກ້າວ ແລະ ຂັ້ນຕອນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
  • ບາດກ້າວ ແລະ ຂັ້ນຕອນລະບຽບການກໍ່ສ້າງ ແລະ ຂະຫຍາຍພັກ
  • ບາດກ້າວ ແລະ ຂັ້ນຕອນລະບຽບການຄຸ້ມຄອງ ແລະ ຍົກຍ້າຍສະມາຊິກພັກ

ໂອກາດນີ້, ສະຫາຍ ພົຈວ ແສງປະເສີດ ສຸທໍາມະວົງ ໄດ້ຮຽກຮ້ອງໃຫ້ບັນດາສະມາຊິກພັກທຸກສະຫາຍທີ່ເຂົ້າຮ່ວມຊຸດຝຶກອົບມຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ເປັນເຈົ້າການປະກອບຄໍາເຫັນໃຫ້ເລິກເຊິ່ງ, ເສີມຂະຫຍາຍຫົວຄິດປະດິດສ້າງ ເພື່ອໃຫ້ເນື້ອໃນຊຸດອົບຮົມມີຄວາມຈະແຈ້ງ, ຖືກຕ້ອງຄົບຖ້ວນ ແລະ ສ້າງຄວາມເປັນເອກະພາບສູງ, ກາຍເປັນທິດນຳ ແລະ ຫຼັກການໃຫ້ແກ່ການເຄື່ອນໄຫວວຽກງານພັກ-ວຽກງານການເມືອງ.