ກອງບັນຊາການ ປກສ ເມືອງໂຂງ ແຂວງຈຳປາສັກ ຈັດກອງປະຊຸມຫຼຸບວຽກງານກໍ່ສ້າງຮາກຖານການເມືອງ 6 ເດືອນຕົ້ນປີ ແລະ ທິດທາງແຜນການທ້າຍປີ 2022 ໃນອາທິດຜ່ານມາ, ເຂົ້າຮ່ວມໂດຍ ພັອ ບຸນອ່ຽງ ພັນວົງສາ ຮອງກອງບັນຊາການ ປກສ ແຂວງຈຳປາສັກ, ພັທ ສົມສະໜຸກ ພະໄຊສົມບັດ ຫົວໜ້າກອງບັນຊາການ ປກສ ເມືອງໂຂງ, ມີບັນດາພະແນກ, ພະນັກງານວິຊາສະເພາະ, ກຳລັງຫັນລົງກໍ່ສ້າງຮາກຖານຈາກ ປກສ ແຂວງ, ກຳລັງ ປກສ ກຸ່ມ, ປກສ ບ້ານໃນທົ່ວເມືອງ ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ສາມາດເກັບກຳເປົ້າໝາຍທີ່ພົວພັນກັບຢາເສບຕິດຕ່າງໆ ຄື:

ເປົ້າໝາຍເສບມີ 191 ຄົນ, ເປົ້າໝາຍຄ້າຂາຍລາຍຍ່ອຍ 9 ຄົນ, ລາຍໃຫຍ່ 2 ຄົນ, ທົ່ວເມືອງມີຄະດີເກີດຂຶ້ນທັງໝົດ 56 ເລື່ອງ, ຜູ້ຖືກຫາມີ 141 ຄົນ ຍິງ 14 ຄົນ, ໃນນັ້ນ ຄະດີເສບຢາເສບຕິດ 8 ເລື່ອງ, ຜູ້ຖືກຫາ 18 ຄົນ, ຄະດີຄ້າຂາຍຢາເສບຕິດ 15 ເລື່ອງ, ຜູ້ຖືກຫາ 29 ຄົນ ຍິງ 2 ຄົນ, ຢຶດເຄື່ອງຂອງກາງປະເພດຢາບ້າ 3.304 ເມັດ ແລະ ເຄື່ອງຂອງກາງ ແລະ ຄະດີອື່ນໆອີກ.

ພ້ອມນັ້ຍ, ຍັງໄດ້ເອົາໃຈໃສ່ເຮັດວຽກງານປັບປຸງສຳມະໂນຄົວໄດ້ 268 ຄອບຄົວ, ມີຈຳນວນພົນ 1.093 ຄົນ ຍິງ 551 ຄົນ, ເກັບກຳສະຖິຕິຄົນເພີ່ມ ມີ 51 ຄົນ ຍິງ 24 ຄົນ, ຄົນຫຼຸດ 22 ຄົນ ຍິງ 12 ຄົນ ແລະ ວຽກງານອື່ນໆມີຜົນສໍາເລັດຫຼາຍດ້ານ.

ຈາກນັ້ນ, ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນ ເພື່ອແກ້ໄຂບັນຫາຂໍ້ຄົງຄ້າງໃຫ້ດີຂຶ້ນ ແລະ ນຳໄປຈັດຕັ້ງປະຕິບັດໃນ 6 ເດືອນຕໍ່ໜ້າ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ພັທ ບຸນອ່ຽງ ພັນວົງສາ ໄດ້ເນັ້ນໃຫ້ກຳລັງທີ່ຫັນລົງກໍ່ສ້າງຮາກຖານ ແລະ ກຳລັງ ປກສ ເມືອງໂຂງ ຈົ່ງພ້ອມກັນເອົາໃຈໃສ່ເຮັດວຽກງານວິຊາສະເພາະຢ່າງຫ້າວຫັນ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ເພື່ອຮັບປະກັນເຮັດໃຫ້ເມືອງໂຂງ ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.