ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (512) ກະຊວງ ປກສ ໄດ້ຈັດກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ບັນຊາ ໃນວັນທີ 8 ມິຖຸນາ 2022, ເປັນປະທານໂດຍ ພົຈວ ສະແຫວງ ພົມມະລີ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ, ມີຮອງຫົວໜ້າກົມ, ຄະນະກົມ, ຫົວໜ້າ-ຮອງພະແນກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພົຈວ ສະແຫວງ ພົມມະລີ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກ່າວວ່າ:

ການຈັດກອງປະຊຸມຄັ້ງນີ້ ເພື່ອຄົ້ນຄວ້າໃນການກໍານົດເປົ້າໝາຍພະນັກງານທີ່ຈະບໍາລຸງ, ກໍ່ສ້າງ, ບັນຈຸສັບຊ້ອນເຂົ້າໃນຕໍາແໜ່ງງານຕ່າງໆ ເປັນຕົ້ນແມ່ນ ຕໍາແໜ່ງນໍາພາ-ບັນຊາແຕ່ລະຂັ້ນ ຢູ່ບັນດາເຫຼົ່າວິຊາສະເພາະ ມີລັກສະນະສືບທອດຕໍ່ເນື່ອງ ທັງຮັບປະກັນໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ມີຄວາມຮູ້-ຄວາມສາມາດໃນລະດັບທີ່ແນ່ນອນທີ່ມີລັກສະນະກວ້າງຂວາງ ແລະ ເພື່ອເປັນແຫຼ່ງໃນການເລືອກເຟັ້ນເອົາພະນັກງານນໍາພາ-ບັນຊາ, ເປັນບ່ອນອີງພື້ນຖານສໍາຄັນໃຫ້ແກ່ການວາງແຜນລະອຽດໃນການບໍາລຸງ, ກໍ່ສ້າງຖັນແຖວພະນັກງານທີ່ສືບທອດປ່ຽນແທນໃນຕໍາແໜ່ງນໍາພາ-ບັນຊາຢູ່ແຕ່ລະຂັ້ນໃນຕໍ່ໜ້າ ໂດຍອີງໃສ່ມາດຖານດ້ານຄຸນທາດການເມືອງ, ດ້ານຄຸນສົມບັດສິນທໍາປະຕິວັດ ແລະ ແບບແຜນດໍາລົງຊີວິດ, ດ້ານຄວາມຮູ້-ຄວາມສາມາດ ແລະ ດ້ານແບບແຜນການເຮັດວຽກ.

ກອງປະຊຸມຄັ້ງນີ້ ຍັັງໄດ້ເຜີຍແຜ່ມະຕິຂອງ ກົມການເມືອງສູນກາງພັກ ວ່າດ້ວຍ ມາດຖານເງື່ອນໄຂຂອງພະນັກງານຂັ້ນນຳພາ-ຄຸ້ມຄອງ, ມະຕິຕົກລົງວ່າດ້ວຍ ການຂຶ້ນແຜນກຳນົດພະນັກງານຂັ້ນນຳພາ-ຄຸ້ມຄອງໃນກຳລັງປ້ອງກັນຄວາມສະຫງົບ ແລະ ຄຳແນະນຳຂອງກົມໃຫຍ່ການເມືອງ ກະຊວງ ປກສ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດຕາມມະຕິຕົກລົງຂອງ ຄະນະບໍລິຫານງານພັກ ກະຊວງ ປກສ ກ່ຽວກັບການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໃນກຳລັງປ້ອງກັນຄວາມສະຫງົບ ແລະ ມາດຖານເງື່ອນໄຂຂອງພະນັກງານທີ່ບັນຈຸເຂົ້າໃນຂັ້ນນຳພາ-ຄຸ້ມຄອງ.