ໃນວັນທີ 10 ມິຖຸນາ 2022, ບໍລິສັດ ລອງຣີຈ ອີນເຕິແນວຊັນ ແນວ ຈໍາກັດ ໄດ້ຊຸກຍູ້ເຄື່ອງກິລາ ພ້ອມເງິນ ຈໍານວນ 6.000.000 ກີບ; ໃຫ້ກົມສື່ມວນຊົນ ກົມໃຫຍ່ການເມືອງ ປກສ ; ມອບໂດຍ ທ່ານ ນາງ ພວງມະລີ ສຸກສະຫວັດ ປະທານບໍລິສັດ ແລະ ກ່າວຮັບໂດຍ ພັອ ເພີນຄໍາ ແສງດາລາ ຫົວໜ້າກົມສື່ມວນຊົນ ພ້ອມພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ທ່ານ ນາງ ພວງມະລີ ສຸກສະຫວັດ ກ່າວວ່າ: ການມອບເຄື່ອງກິລາ ແລະ ເງິນໃນຄັ້ງນີ້ ເປັນການຮັດແໜ້ນຄວາມສະມັກຄີລະຫວ່າງບໍລິສັດ ກັບກົມສື່ມວນຊົນ ແລະ ທັງເປັນການຊຸກຍູ້ໃຫ້ກົມສື່ມວນຊົນ ໃນການສ້າງຂະບວນການກິລາຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຂອງພັກ-ຂອງຊາດໃຫ້ມີບັນຍາກາດຟົດຟື້ນ.

ພັອ ເພີນຄໍາ ແສງດາລາ ໄດ້ກ່າວສະແດງຄວາມຂອບໃຈນໍາບໍລິສັດ ທີ່ໃຫ້ການຊຸກຍູ້ໃນຄັ້ງນີ້ ກໍຄືຄັ້ງທີ່ຜ່ານມາ ນອກຈາກຊຸູດກິລາກໍຍັງມອບຜະລິດ ຕະພັນຕ່າງໆມາແລ້ວ ເປັນຈໍານວນຫຼວງຫຼາຍ ພ້ອມທັງອວຍພອນໃຫ້ປະທານບໍລິສັດ, ຄະນະບໍລິຫານ ຕະຫຼອດຮອດພະນັກງານມີສຸຂະພາບແຂງແຮງ ຈົ່ງດໍາເນີນທຸລະກິດໃຫ້ໄດ້ຜົນກໍາໄລຍິ່ງໆ; ໂອກາດດັ່ງກ່າວ ກໍຍັງໄດ້ມອບໃບຍ້ອງຍໍຂັ້ນກົມໃຫ້ບໍລິສັດ.