ກົມໂຄສະນາອົບຮົບ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ເປີດຝືກອົບຮົມວຽກງານປາຖະກະຖາ ແລະ ປະສານຂ່າວເກັບກໍາຫາງສຽງສັງຄົມ ໄລຍະສັ້ນ ຄັ້ງທີ V ໃຫ້ນາຍຕໍາຫຼວດຂັ້ນນໍາພາ-ບັນຊາ ກົມກອງອ້ອມຂ້າງກະຊວງ ປກສ ໃນລະຫວ່າງວັນທີ 13-17 ມິຖຸນາ 2022 ເຂົ້າຮ່ວມໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະບັນຊາ, ວິທະຍາກອນ, ແຂກຮັບເຊີນ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພົຈວ ປອ ສຸວັນນີ ສີສຸພາບມີໄຊ ໃຫ້ຮູ້ວ່າ: ເພື່ອປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບ ມີແນວຄິດ-ການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ຍົກສູງລະດັບຄວາມຮັບຮູ້, ຄວາມສາມາດທາງ ດ້ານທິດສະດີ ແລະ ຫຼັກການກ່ຽວກັບວຽກງານປາຖະກະຖາ ແລະ ປະສານຂ່າວເກັບກໍາຫາງສຽງສັງຄົມໃຫ້ແກ່ນາຍຕໍາຫຼວດຂັ້ນນໍາພາ-ບັນຊາທີ່ເຮັດວຽກງານໂຄສະນາສຶກສາອົບຮົມການເມືອງແນວຄິດຢູ່ກົມກອງອ້ອມຂ້າງກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຮູ້, ເຂົ້າ ໃຈຖືກຕ້ອງ ແລະ ມີຄວາມເປັນເອກະພາບທາງດ້ານຫຼັກການໃນການຈັດຕັ້ງປະຕິບັດຕົວຈິງ ແນໃສ່ເຮັດໃຫ້ວຽກງານສຶກສາອົບຮົມການເມືອງແນວຄິດທົ່ວກໍາລັງປ້ອງກັນຄວາມສະຫງົບຮັບປະກັນຄຸນນະພາບ, ວ່ອງໄວ ແລະ ເຮັດໃຫ້ພະນັກງານທີ່ເຮັດວຽກງານສຶກສາອົບຮົມການເມືອງແນວຄິດກໍາ ໄດ້ບັນດາຫຼັກການ, ທິດນຳ ແລະ ແນວທາງຂອງພັກສາມາດເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະບັນຊາ ໃນກົມກອງຂອງຕົນ ໄດ້ເປັນຢ່າງດີ.

ຊຸດຝຶກອົບຮົມຄັ້ງນີ້, ມີຜູ້ເຂົ້າຮ່ວມທັງໝົດ 55 ສະຫາຍ ທີ່ມາຈາກກົມກອງອ້ອມຂ້າງກະຊວງ ປກສ; ເຊິ່ງຈະໄດ້ຮຽນຮູ້ກ່ຽວກັບເອກະສານຂໍ້ຕົກລົງ ວ່າດ້ວຍລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ, ບັນຫາພື້ນຖານຂອງວຽກງານໂຄສະນາ, ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ, ວິ ທີການເກັບກໍາ ແລະ ການນໍາໃຊ້ຫາງສຽງສັງຄົມເຂົ້່າໃນວຽກງານການເມືອງ-ແນວຄິດ, ຄຸນລັກສະນະ ແລະ ສິລະປະໃນການປາກເວົ້າຂອງນັກປາຖະ ກະຖາ.