ໃນວັນທີ 9 ມິຖຸນາ 2022, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີປາຖະກະຖາວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 63 ປີ (18 ພຶດສະພາ 1959-18 ພຶດສະພາ 2022) ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາ ແລະ ແນວລາວສ້າງຊາດ ຄົບຮອບ 62 ປີ (24 ພຶດສະພາ 1960-24 ພຶດສະພາ 2022), ເຜີຍແຜ່ໂດຍ ພົທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີຄະນະພັກ-ຄະນະນໍາກະຊວງ, ຫົວໜ້າ-ຮອງຫົວໜ້າກົມ, ພະແນກ, ບໍລິສັດ, ລັດວິສາຫະກິດ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ພົທ ແສງນວນ ໄຊຍະລາດ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງວັນສໍາຄັນດັ່ງກ່າວ, ມັນແມ່ນປະຫວັດສາດແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານຂອງຊາດລາວເຮົາ ແລະ ການປົດປ່ອຍຜູ້ນໍາອອກຈາກຄຸກຢ່າງມະຫັດສະຈັນ ໂດຍພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກ, ນັບແຕ່ມື້ມີພັກນໍາພາເຮັດໃຫ້ການຕໍ່ສູ້ໄດ້ຮັບໄຊຊະນະຈົນ ສາມາດປົດປ່ອຍປະເທດຊາດ ໃນວັນທີ 2 ທັນວາ 1975, ເຊິ່ງເປັນວັນທີ່ປະຊາຊົນບັນດາເຜົ່າໄດ້ມີອິດສະຫຼະພາບ, ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ ແລະ ມີອໍານາດອະທິປະໄຕຢ່າງແທ້ຈິງ.

ນອກຈາກນັ້ນ, ໃນພິທີຍັງໄດ້ເລົ່າເຖິງວັນເກີດຂອງທ່ານ ກາກມາກ ຄົບຮອບ 204 ປີ ແລະ ວັນເກີດທ່ານປະທານ ໂຮ່ຈິມິນ ຄົບຮອບ 132 ປີ, ທັງນີ້ກໍເພື່ອ ເຮັດໃຫ້ພະນັກງານຮັບຮູ້-ເຂົ້າໃຈ ເຖິງປະຫວັດຄວາມເປັນມາຂອງພັກ-ຂອງຊາດ, ຄວາມອົງອາດກ້າຫານບໍ່ຍອມຈໍານົນໃນການນໍາພາຂອງຜູ້ນໍາ, ເພື່ອຮໍ່າຮຽນເອົາເປັນແບບຢ່າງ ແລະ ນໍາໄປປະຕິບັດໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງຕົນຮັບຜິດຊອບໃຫ້ມີຜົນສໍາເລັດ.