ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງ ປະຊຸມສໍາມະນາໄຂປິດສະໜາຄໍາຂະໜານນາມ ປະທານ ໄກສອນ ພົມວິຫານ ພາຍໃຕ້ຫົວຂໍ້ຊາວໜຸ່ມ ຈົ່ງເປັນດັ່ງນົກອິນຊີ ທີ່ບໍ່ຫວັ່ນກົວ ຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນ ໄຊຂອງຍຸກສະໄໝພວກເຮົາ, ໃນວັນທີ 13 ມິຖຸນາ 2022, ໂດຍ ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານ ສຊປລ, ມີຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງ ຊາດ, ບັນດານັກວິທະຍາສາດ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ມອນໄຊ ລາວມົວຊົ່ງ ກ່າວວ່າ: ບົດໄຂປິດສະໜາຄໍາຂະໜານນາມ ປະທານ ໄກສອນ ພົມ ວິຫານ ທີ່ວ່າຊາວໜຸ່ມຈົ່ງເປັນດັ່ງນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝ ພວກເຮົາໄດ້ຮັບການແນະນໍາຂຽນບົດໂດຍຄະນະເລຂາທິການ ສຊປລ ຕັ້ງແຕ່ປີ 2019 ໂດຍ ໃນເບື້ອງຕົ້ນປະກອບມີ 5 ບົດ ແຕ່ເນື່ອງຈາກວ່າເນື້ອໃນບໍ່ສອດຄ່ອງຈຶ່ງໄດ້ຕັດອອກ 1 ບົດ ຍັງເຫຼືອພຽງ 4 ບົດ ຄື: ຊາວໜຸ່ມຈົ່ງ ເປັນດັ່ງນົກອິນຊີທີ່ບໍ່ຫວັ່ນກົວຕໍ່ ພາຍຸລົມແດງ ຈົ່ງກາຍເປັນສິນໄຊ ຂອງຍຸກສະໄໝພວກເຮົາ, ແນວຄິດປະທານ ໄກສອນ ພົມວິຫານ ກ່ຽວກັບວຽກງານສຶກສາອົບຮົມ ຊາວໜຸ່ມ, ຊາວໜຸ່ມຜູ້ສືບທອດແຫ່ງຍຸກສະໄໝ ແລະ ຊາວໜຸ່ມຍຸກໃໝ່ຮໍ່າຮຽນເອົາແບບແຜນການດໍາລົງຊີວິດອັນດີງາມຂອງປະທານ ໄກສອນ ພົມ ວິຫານ.

ຢ່າງໃດກໍຕາມ, ການໄຂປິດສະໜາຄຳຂະໜານນາມທີ່ປະທານ ໄກສອນ ພົມວິຫານ ໃຫ້ແກ່ຊາວໜຸ່ມລາວ ເນື້ອແທ້ແມ່ນການຕີໃຫ້ແຕກຄວາມໝາຍສົມທຽບ ເພື່ອໃຫ້ຄົນຮຸ່ນສືບທອດມີຄວາມເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈໃນກຽດສັກສີຂອງຕົນຕໍ່ພາລະກິດຂອງຊາດທີ່ບໍ່ມີມື້ສິ້ນສຸດໂດຍ ສະເພາະບົນເສັ້ນທາງແຫ່ງການກ້າວເດີນຂອງປະເທດຊາດທີ່ຜ່ານມາ ໄດ້ພົບກັບອຸປະສັກ ແລະ ສິ່ງທ້າທາຍຫຼາຍປະການ, ສັດຕູ ແລະ ຄົນບໍ່ດີຈຳນວນໜຶ່ງ ຍາມໃດກໍມີຄວາມພະຍາຍາມໃຊ້ທຸກກົນອຸບາຍ ເພື່ອຫວັງທໍາລາຍລະບອບໃໝ່ຂອງພວກເຮົາ ແລະ ໃນອະນາຄົດຂ້າງໜ້າ ກໍຍັງຈະສືບຕໍ່ມີອຸປະ ສັກ ແລະ ສິ່ງທ້າທາຍຫຼາຍປະການ ທັງໝົດນັ້ນຈະພິສູດເຖິງຄວາມສາມາດຂອງຊາວໜຸ່ມແຫ່ງຍຸກສະໄໝທີ່ເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງປະເທດຊາດ ແລະ ເປັນຜູ້ສືບທອດທີ່ດີຂອງພັກທີ່ຕ້ອງໄດ້ຝຶກຝົນຫຼ່ໍຫຼອມ, ຜ່ານຂະບວນການຕ່າງໆເພື່ອສ້າງຕົນເອງໃຫ້ມີຄວາມໜັກແໜ້ນດ້ານຄຸນສົມບັດສິນທຳປະຕິວັດ ແລະ ຄວາມຮູ້ຄວາມສາມາດ ເພື່ອກ້າວຂຶ້ນຜ່ານຜ່າອຸປະສັກເຫຼົ່ານັ້ນ ແລະ ນຳເອົາຄວາມສົມບູນພູນສຸກມາສູ່ປະເທດຊາດ ແລະ ປະຊາຊົນ.

ນອກນັ້ນ, ເນື້ອໃນບົດໂອ້ລົມຂອງເພິ່ນຍັງໄດ້ມີອິດທິພົນສູງ, ຕໍ່ແນວຄິດ ແລະ ການກະທໍາຂອງຊາວໜຸ່ມທັງມີລັກສະນະອຳມະ ຕະຕະຫຼອດການ ແລະ ເພື່ອເປັນການສືບທອດເຈດຕະນາລົມຂອງທ່ານໃນການສຶກສາອົບຮົມຊາວໜຸ່ມໃນໄລຍະໃໝ່ ຈຶ່ງຄວນຄົ້ນ ຄວ້າຕີແຕກຄວາມໝາຍແນວຄິດຊີ້ນຳຂອງເພິ່ນໃຫ້ສາມາດສ້າງເປັນເອກະສານສຶກສາອົບຮົມຊາວໜຸ່ມໃນຕໍ່ໜ້າຢ່າງເປັນຮູບປະທໍາ.