ນັບແຕ່ວັນຈັນ ທີ 20 ມິຖຸນາ ເປັນຕົ້ນໄປ, ການຈຳໜ່າຍນ້ຳມັນເຊື້ອໄຟໃນຂອບເຂດທົ່ວປະເທດ ຈະກັບເຂົ້າສູ່ສະພາວະປົກກະຕິ ເນື່ອງຈາກລັດຖະບານ ໄດ້ຕົກລົງເປີດໜັງສືສິນເຊື່ອໃຫ້ລັດວິສາຫະກິດນ້ຳມັນເຊື້ອໄຟລາວ ຈຳນວນ 200 ລ້ານລິດ ເພື່ອນຳມາຈຳໜ່າຍໃນເດືອນ ມິຖຸນາ ຫາ ເດືອນສິງຫາ 2022.

ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດ IX ໃນວັນທີ 15 ມິຖຸນາ 2022 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ: ລັດຖະບານໄດ້ຕົກລົງແກ້ໄຂບັນຫາການສະໜອງນ້ຳມັນໃນຂອບເຂດທົ່ວປະເທດ ໂດຍລັດຖະບານໄດ້ຕົກລົງເປີດໜັງສືສິນເຊື່ອໃຫ້ລັດວິສາຫະກິດນ້ຳມັນເຊື້ອໄຟລາວຈຳນວນ 200 ລ້ານລິດ ເພື່ອສະໜອງນ້ຳມັນຕັ້ງແຕ່ເດືອນມິຖຸນາ ຫາ ເດືອນສິງຫາ ໂດຍຢືນຢັນວ່າ ນັບແຕ່ວັນຈັນ ທີ 20 ມິຖຸນາເປັນຕົ້ນໄປ ການສະໜອງນ້ຳມັນຈະເຂົ້າສູ່ສະພາບປົກະຕິໃນຂອບເຂດທົ່ວປະເທດ.

ທ່ານ ກ່າວອີກວ່າ: ໃນໄລຍະຜ່ານມາ ລັດຖະບານໄດ້ພະຍາຍາມຫາທຸກວິທີທາງ ເພື່ອຊ່ວຍເຫຼືອປະຊາຊົນໃນຍາມທີ່ລາຄານ້ຳມັນໃນຕະຫຼາດໂລກເພີ່ມສູງຂຶ້ນ, ດັ່ງນັ້ນ ລັດຖະບານຈຶ່ງໄດ້ຕັດສິນໃຈປັບຫຼຸດອາກອນຊົມໃຊ້ລົງ ຊຶ່ງຄັ້ງທຳອິດປັບອາກອນຊົມໃຊ້ແອັດຊັງທຳມະດາລົງຈາກ 31% ມາເປັນ 16%, ສ່ວນກາຊວນ ປັບຫຼຸດຈາກ 21% ມາເປັນ 11% ແຕ່ກໍບໍ່ສາມາດດັດສົມໄດ້ ເນື່ອງຈາກອັດຕາແລກປ່ຽນເໜັງຕີງຂຶ້ນຫຼາຍ, ດັ່ງນັ້ນ ລັດຖະບານຈຶ່ງໄດ້ສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດອີກຄັ້ງ ຈະປັບຫຼຸດອາກອນຊົມໃຊ້ລົງອີກ.

ທ່ານ ກ່າວອີກວ່າ: ຖ້າຫາກເສຍພາສີອາກອນຕາມອັດຕາປົກະຕິ, ລາຄານ້ຳມັນທີ່ຂາຍໜ້າປ້ຳໃນຂະນະນີ້ ຈະຕົກຢູ່ປະມານ 26.300 ກີບຕໍ່ລິດສຳລັບແອັດຊັງທຳມະດາ ແລະ 25.750 ກີບຕໍ່ລິດ ສຳລັບກາຊວນ. ການປັບຫຼຸດອາກອນຊົມໃຊ້ລົງ, ລັດຖະບານໄດ້ຊ່ວຍເຫຼືອປະຊາຊາຊົນໃນການຊົມໃຊ້ນໍ້າມັນ ເກືອບ 5 ພັນກີບຕໍ່ລິດ ສຳລັບແອັດຊັງທຳມະດາ ແລະ 4 ພັນກວ່າກີບຕໍ່ລິດ ສຳລັບນ້ຳມັນກະຊວນ.

ຂ່າວ: ຄ. ຄຳປະສິດ