ປັດຈຸບັນ, ອັດຕາແລກປ່ຽນ ຫຼື ຄ່າເງິນກີບ ໂດຍລວມມີການເໜັງຕີງໄປໃນທິດທາງທີ່ອ່ອນຄ່າຕໍ່ເນື່ອງໃນຈັງຫວະແຮງ ແລະ ມີຄວາມແຕກໂຕນຫຼາຍລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບ; ໃນທ້າຍເດືອນມີນາ 2022, ອັດຕາແລກປ່ຽນຂອງຕະຫຼາດນອກລະບົບສົ່ງຜົນໃຫ້ສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບໄດ້ກວ້າງອອກຕໍ່ເນື້ອງ, ເຮັດໃຫ້ໃນວັນທີ 10 ມິຖຸນາ 2022 ສ່ວນຕ່າງຢູ່ໃນລະ ດັບ 3.660 ກີບຕໍ່ໂດລາ ຫຼື 25% ສໍາ ລັບອັດຕາແລກປ່ຽນເງິນກີບທຽບເງິນ ໂດລາ ແລະ 48 ກີບຕໍ່ບາດ ຫຼື 9% ສໍາລັບອັດຕາແລກປ່ຽນເງິນກີບທຽບເງິນ ບາດ ຈາກທີ່ເຄີຍຢູ່ໃນລະດັບຕໍ່າກວ່າ 2% ໃນເດືອນກຸມພາ 2022.

ທ່ານ ສອນໄຊ ສິດພະໄຊ ຜູ່ວ່າການທະນາຄານແຫ່ງ ສປປ ລາວ ກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX ໃນວັນ ທີ 13 ມິຖຸນານີ້ວ່າ: ສາເຫດທີ່ພາໃຫ້ເກີດສະພາບຄວາມແຕກໂຕນລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບ ມີ 2 ປັດໄຈສໍາຄັນ ຄື:

1. ປັດໄຈພາຍນອກ: ການແຂງຄ່າຂອງເງິນໂດລາຢູ່ສາກົນ, ການເພີ່ມຂຶ້ນສູງຫຼາຍຕໍ່ເນື່ອງຂອງລາຄາຄໍາ, ລາຄານໍ້າມັນ ແລະ ທ່າອ່ຽງການເພີ່ມຂຶ້ນຂອງອັດຕາດອກເບັ້ຍ ແລະ ອັດຕາເງິນເຟີ້ ໃນຂົງເຂດເສດຖະກິດສໍາຄັນຂອງໂລກ ແລະ ພາກພື້ນ;

2. ປັດໄຈພາຍໃນ: ພື້ນຖານເສດຖະກິດພາຍໃນຍັງບອບບາງ ແລະ ຍັງຢູ່ໃນໄລຍະຟື້ນຕົວ, ລາຍຮັບທີ່ເປັນເງິນຕາຕ່າງປະເທດມີຈໍາກັດ ແຕ່ພັນທະໃນ ການຊໍາລະໃຫ້ຕ່າງປະເທດມີສູງຕໍ່ເນື່່ອງ, ການຈັດຕັັ້ງປະຕິບັດນະໂຍບາຍ ແລະ ມາດຕະການດ້ານການຄຸ້ມຄອງເງິນຕາຕ່າງປະເທດຂອງພາກສ່ວນກ່ຽວຂ້ອງຍັງບໍ່ທັນກົມກຽວຮອບດ້ານ ແລະ ການປະຕິບັດລະບຽບກົດໝາຍຍັງບໍ່ທັນເຂັັ້ມງວດເທົ່າທີ່ຄວນສົ່ງຜົນໃຫ້ຍັງມີສະພາບລາຍຮັບທີ່ເປັນເງິນຕາຕ່າງປະເທດ ແລະ ເງິນລົງທຶນຈາກຕ່າງປະເທດຈໍານວນຫຼາຍຍັງບໍ່ທັນເຂົ້າມາປະເທດຕາມລະບຽບການ, ການເຄື່ອນໄຫວທຸລະກໍາທີ່ຕິດພັນກັບ ເງິນຕາຕ່າງປະເທດແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ເຮັດໃຫ້ເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໜ້ອຍກວ່າທີ່ຄວນຈະເປັນ; ມູນຄ່າການນໍາເຂົ້າມີການໂອນຜ່ານລະບົບທະນາຄານ ເຮັດໃຫ້ພວກເຮົາປະເຊີນກັບສະພາບການມີກະແສເງິນອອກປະເທດຜ່ານລະບົບທະນາຄານຫຼາຍກວ່າກະແສເງິນເຂົ້າໃນລະດັບທີ່ສູງ. ນອກນີ້, ຍັງມີການກັກຕຸນເງິນຕາຕ່າງປະເທດ, ກໍານົດ ແລະ ຊື້-ຂາຍເງິນຕາແບບບໍ່ຖືກຕ້ອງຕາມກົດໝາຍໃນອັດຕາແລກ ປ່ຽນທີ່ອ່ອນຄ່າຫຼາຍຕໍ່ເນື່ອງ ເກີນລະດັບດຸນຍະພາບດ້ານເສດຖະກິດ-ເງິນຕາ ທີ່ຄວນຈະເປັນ ໂດຍສະເພາະໃນໄລຍະທີ່ສະພາບລາຄານໍ້າມັນເຊື້ອໄຟສູງຂຶ້ນຫຼາຍຕໍ່ເນື່ອງ ແລະ ການສະໜອງນໍ້າມັນເຊື້ອໄຟຢູ່ພາຍໃນປະເທດບໍ່ປົກກະຕິ ຍິ່ງເຮັດໃຫ້ຄວາມຕ້ອງການຖືຄອງເງິນຕາຕ່າງປະເທດເພີ່ມຂຶ້ນສ້າງແຮງ ກົດດັນໃຫ້ເງິນກີບອ່ອນຄ່າຢ່າງຕໍ່ເນື່ອງ.

ທ່ານ ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ປະກອບຄໍາເຫັນ ແລະ ສະເໜີຫຼາຍວິທີແກ່ລັດຖະ ບານ ເພື່ອແກ້ໄຂບັນຫາເສດຖະກິດທີ່ ເກີດຂຶ້ນໃນປັດຈຸບັນ; ໂດຍກ່າວວ່າ: ອີງ ຕາມບົດລາຍງານເຫັນວ່າທະນາຄານ ແຫ່ງ ສປປ ລາວ ກວດເຫັນໝົດບັນຫາທີ່ເກີດຂຶ້ນ ແຕ່ວ່າກວດເຫັນແລ້ວບໍ່ສາມາດແກ້ໄຂໄດ້ ຍົກຕົວຢ່າງ: ນັກລົງທຶນຕ່າງ ປະເທດນໍາເງິນຕາເຂົ້າມາຢ່າງຫຼວງຫຼາຍ ແຕ່ແຈ້ງໃນຈໍານວນໜ້ອຍ, ເມື່ອໄປກວດ ຕົວຈິງພົບເຫັນຫຼາຍກວ່າທີ່ແຈ້ງໄວ້ 4 ເທົ່າແຕ່ເຮັດຫຍັງບໍ່ໄດ້ ແລະ ບໍ່ຮູ້ວ່າເງິນ ໄປໃສ, ເຊິ່ງນີ້ເປັນການສະແດງໃຫ້ເຫັນເຖິງຄວາມອ່ອນແອໃນການຄຸ້ມຄອງເງິນຕາຕ່າງປະເທດ ເພາະທະນາຄານແມ່ນ ໜຶ່ງ ໃນເສົາຄໍ້າຫຼັກຂອງເສດຖະກິດມະຫາພາກ; ສະນັ້ນ, ຖ້າບໍ່ຈິງໃຈປະຕິບັດ ຕາມກົດໝາຍລາວເຮົາຈະຕົກຢູ່ໃນສະ ພາບແບບນີ້ອີກຕໍ່ໄປ ຍ້ອນການຄຸ້ມຄອງ ເງິນຕາອ່ອນແອຫຼາຍ, ເຊິ່ງບັນຫານີ້ບໍ່ແມ່ນ ຄວາມຜິດສະເພາະທະນາຄານພຽງຝ່າຍ ດຽວ ແຕ່ແມ່ນທຸກພາກສ່ວນເສດຖະ ກິດທີ່ກ່ຽວຂ້ອງທັງໝົດ ເນື່ອງຈາກບັນ ດາໂຄງການໃຫຍ່ໆ ລ້ວນແລ້ວແຕ່ຊໍາລະເປັນເງິນຕາຕ່າງປະເທດ, ຜ່ານມາມີແຕ່ ບອກວ່າເງິນບໍ່ເຂົ້າລະບົບແຕ່ບໍ່ຮູ້ວ່າເງິນ ໄປໃສ, ຕໍ່ບັນຫານີ້ຕໍ່ໄປຈະແກ້ໄຂແນວ ໃດ? ເພາະຖ້າຈິງໃຈແກ້ໄຂລາວເຮົາຈະບໍ່ຕົກຢູ່ໃນສະພາບຄືປັດຈຸບັນນີ້, ແຕ່ຖ້າບໍ່ຈິງໃຈແກ້ແທ້ໆມາດຕະການໃດໆກໍບໍ່ສາມາດຊ່ວຍໄດ້; ສ່ວນການແລກປ່ຽນ ເງິນຕາທີ່ມີຄວາມແຕກໂຕນລະຫວ່າງ ອັດຕາແລກປ່ຽນຂອງທະນາຄານ ແລະ ຕະຫຼາດນອກລະບົບ ກ່ອນອື່ນໝົດໃຫ້ພາກສ່ວນກ່ຽວຂ້ອງໂຈະບັນດາຮ້ານ ແລກ ປ່ຽນຊົ່ວຄາວກ່ອນແລ້ວກວດກາຄືນທັງໝົດການເຄື່ອນໄຫວຂອງເງິນ, ເຊິ່ງທະນາຄານ ແຫ່ງ ສປປ ລາວ ສາມາດກວດໄດ້ວ່າເງິນໄປໃສແດ່ ແລະ ໃຜເກນກໍາໄລແດ່; ຖ້າບໍ່ມີການແກ້ໄຂໃຫ້ຖືກວິທີ ປະຊາຊົນຍິ່ງລໍາບາກໄປຫຼາຍກວ່ານີ້; ນອກຈາກນີ້, ຍັງຈະສົ່ງຜົນກະທົບໄປ ເຖິງຜູ້ປະກອບທຸລະກິດນໍາອີກນັ່ງຢູ່ລ້າກໍຂາດທຶນຍ້ອນອັດຕາແລກປ່ຽນທີ່ເໜັງຕີງເພີ່ມຂຶ້ນ.

ທ່ານກ່າວຕື່ມວ່າ: ອີກວິທີໜຶ່ງ, ພວກ ເຮົາຄວນມີການຄໍ້າປະກັນລາຄານໍ້າມັນ ລ່ວງໜ້າສອງເດືອນ ເຖິງວ່າວິທີນີ້ລາວເຮົາ ບໍ່ເຄີຍໃຊ້ ແຕ່ຜ່ານມາບໍລິສັດໃຫຍ່ທົ່ວ ໂລກໃຊ້ວິທີນີ້ ແລະ ໄດ້ຮັບຜົນສໍາເລັດມາ ແລ້ວ ເພາະປັດຈຸບັນ ບັນຫາບໍ່ແມ່ນນໍ້າ ມັນຂາດຢູ່ຕະຫຼາດໂລກ, ແຕ່ພວກເຮົາ ຂາດເງິນຕາທີ່ຈະໄປຊື້ເພາະມີການປັ່ນ ປ່ວນກັນພາຍໃນ, ເຊິ່ງທ່ານຢືນຢັນວ່າເງິນ ຕາຢູ່ລາວບໍ່ໄດ້ຂາດ ແຕ່ມັນຢູ່ນອກລະ ບົບ, ເອົາມາເຄື່ອນໄຫວນອກລະບົບເຊິ່ງຜິດກົດໝາຍ; ສະນັ້ນ, ຖ້າມີການຄໍ້າປະກັນລາຄານໍ້າມັນລ່ວງໜ້າສອງເດືອນທ່ານ ເຊື້ອໝັ້ນວ່າ ຈະເຮັດໃຫ້ລາຄານໍ້າມັນບໍ່ເໜັງຕີງ ແລະ ຈະເຮັດໃຫ້ອັດຕາແລກປ່ຽນບໍ່ເໜັງຕີງເຊັ່ນດຽວກັນ.