ໃນວັນທີ 16 ມິຖຸນາ 2022, ທ່ານ ນ໋ອດ ດີ ໂລບິນສັນ ຜູ້ຊ່ວຍລັດຖະມົນຕີຕ່າງປະເທດ, ຫົວໜ້າຫ້ອງການຕ້ານຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍສາກົນ ສະຫະລັດອາເມລິກາ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ພົນຕີ ວັນທອງ ກອງມະນີ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ.

ທ່ານ ນ໋ອດ ດີ ໂລບິນສັນ ໄດ້ສະເໜີຈຸດປະສົງ ແລະ ແຈ້ງຈຸດຢືນຂອງອາເມຣິກາ ໃນການຮ່ວມມືກັບ ສປປ ລາວ ເພື່ອການມີສ່ວນຮ່ວມໃນພາກພື້ນອິນໂດ-ປາຊີຟິກ, ແຈ້ງຜົນສໍາເລັດກອງປະຊຸມສຸດຍອດ ອາເມລິກາ-ອາຊຽນ ລວມທັງການຂະຫຍາຍການພົວພັນຮ່ວມມືພາຍໃຕ້ແມ່ນໍ້າຂອງ-ສະຫະລັດ ອາເມລິກາ, ການຕ້ານຢາເສບຕິດ ແລະ ບັງຄັບໃຊ້ກົດໝາຍສາກົນ ສະຫະລັດອາເມລິກາ ທີ່ຈະເຮັດວຽກກັບເຈົ້າໜ້າທີ່ ເພື່ອປັບປຸງຄວາມອາດສາມາດຂອງເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍແກ້ໄຂບັນຫາຢາເສບຕິດ, ຄ້າມະນຸດ, ອາຊະຍາກໍາສັດປ່າ, ຕ້ານການລັກລອບການປູກຝິ່ນ, ຜະລິດສິ່ງເສບຕິດທີ່ຜິດກົດໝາຍ ແລະ ການສະໜັບສະໜູນງົບປະມານ ໂດຍຜ່ານອົງການຈັດຕັ້ງສາກົນ.

ໃນໂອກາດດັ່ງກ່າວ, ພົນຕີ ວັນທອງ ກອງມະນີ ໄດ້ຍົກໃຫ້ເຖິງການພົວພັນຮ່ວມມືໃນໄລຍະຜ່ານມາຂອງ ສປປ ລາວ-ອາເມລິກາ ເປັນຕົ້ນແມ່ນ ອາເມລິກາ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ຫຼາຍດ້ານ ເຊັ່ນ: ຊ່ວຍເຫຼືອດ້ານວັກຊີນຈຳນວນຫຼາຍລ້ານໂດສ, ສະເພາະກຳລັງ ປກສ ແມ່ນຊ່ວຍເຫຼືອເຄື່ອງກວດເອກະສານຄົນເຂົ້າ-ອອກເມືອງ ຈຳນວນ 30 ເຄື່ອງ ພ້ອມທັງໄດ້ຈັດຝຶກອົບຮົມໃຫ້ພະນັກງານ ເພື່ອນໍາໃຊ້ເຄື່ອງດັ່ງກ່າວ, ໄດ້ຝຶກອົບຮົມພາສາອັງກິດ ແລະ ດ້ານວິຊາສະເພາະ ເຊິ່ງໄດ້ນໍາມາໝູນໃຊ້ເຂົ້າໃນວຽກງານຕົວຈິງຢ່າງມີປະສິດທິຜົນ ແລະ ຍັງມີແຜນຈະສືບຕໍ່ຮ່ວມມືການພົວພັນໃນຕໍ່ໜ້າ ໂດຍຜ່ານລະບົບກົນໄກທີ່ທັງສອງຝ່າຍໄດ້ກໍານົດໄວ້.