ກອງກໍ່ສ້າງຮາກຖານການເມືອງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດຖອນ-ແຕ່ງຕັ້ງປ່ຽນແທນນາຍຕຳຫຼວດ ຢູ່ບັນດາກອງກໍ່ສ້າງຮາກຖານການເມືອງ ປະຈຳ ນະຄອນຫຼວງວຽງຈັນ ໃນວັນທີ 10 ມິຖຸນາ ຜ່ານມາ, ເປັນປະທານໂດຍ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ຮອງຫົວໜ້າຄະນະຊີ້ນໍາ ກອງກໍ່ສ້າງຮາກຖານການເມືອງ ນະຄອນຫຼວງວຽງຈັນ, ມີ ພັອ ສຸກພະຈັນ ບຸດດາຄຳ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ຄະນະກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ກອງເສນາກໍ່ສ້າງຮາກຖານການເມືອງ, ຫ້ອງ, ປກສ ເມືອງ, ປກສ ກຸ່ມ ແລະ ພະນັກງານກໍ່ສ້າງຮາກຖານການເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ເສີມໃສ ປີຍະວົງ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຜ່ານຂໍ້ຕົກລົງເລກທີ 952/ປກສ ລົງວັນທີ 2 ມິຖຸນາ 2022 ວ່າດ້ວຍ ການຖອນ-ແຕ່ງຕັ້ງປ່ຽນແທນນາຍຕຳຫຼວດ ຢູ່ບັນດາກອງກໍ່ສ້າງຮາກຖານການເມືອງ ປະຈຳ ນະຄອນຫຼວງວຽງຈັນ ໂດຍມີລາຍລະອຽດດັ່ງນີ້:

  1. ຕົກລົງຖອນບັນດານາຍຕຳຫຼວດຈາກ ກອງກໍ່ສ້າງຮາກຖານການເມືອງ ປະຈຳ ນະຄອນຫຼວງວຽງຈັນ ກັບຄືນກົມກອງເກົ່າ 270 ສະຫາຍ
  2. ແຕ່ງຕັ້ງບັນດານາຍຕໍາຫຼວດລົງປ່ຽນແທນໃຫ້ ກອງກໍ່ສ້າງຮາກຖານການເມືອງ ປະຈຳ ນະຄອນຫຼວງວຽງຈັນ 145 ສະຫາຍ

ເຊິ່ງໃນນີ້ ມາແຕ່ກົມວິຊາສະເພາະອ້ອມຂ້າງກະຊວງ ຈຳນວນ 12 ສະຫາຍ ແລະ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ 133 ສະຫາຍ.

ໃນຕອນທ້າຍ, ພົຈວ ຄຳສາຍ ຈັນທະວົງ ໄດ້ຊີ້ນຳຕໍ່ຜູ້ທີ່ຖືກແຕ່ງຕັ້ງລົງປ່ຽນແທນ ໃຫ້ເອົາໃຈໃສ່ການສ້າງແຜນ, ແບບແຜນວິທີເຮັດວຽກ, ເຮັດວຽກຢ່າງເປັນຂະບວນການ, ປະຕິບັັດຫຼັກການປະຊາທິປະໄຕເປັນຫຼັກ, ສືບຕໍ່ສ້າງນະຄອນຫຼວງວຽງຈັນ ໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ ໂດຍສະເພາະການແກ້ໄຂບັນຫາປະກົດການຫຍໍ້ທໍ້ ໃຫ້ຫຼຸດໜ້ອຍຖອຍລົງ ຕິດພັນກັບ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ.