ໃນວັນທີ 17 ມິຖຸນາ 2022, ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ຈັດພິທີປະກາດແຕ່ງຕັ້ງ-ຍົກຍ້າຍນາຍຕຳຫຼວດ ຂັ້ນຫົວໜ້າ-ຮອງຫົວໜ້າ, ກອງພັນ ແລະ ສູນ ເພື່ອປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ທີ່ພັກ-ລັດມອບໝາຍໃຫ້; ເຂົ້າຮ່ວມໂດຍ ພັອ ພູນສະຫວັນ ພັນທະເສນາ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງ ກອງບັນຊາການ ເຂົ້າຮ່ວມ.

ໃນພິທີ ພັທ ໜູກອນ ແສງວິໄລ ຫົວໜ້າຫ້ອງການເມືອງປ້ອງກັນເຄື່ອນທີ່ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງ-ຍົກຍ້າຍນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນການປ້ອງກັນເຄື່ອນທີ່ ໂດຍໃນນັ້ນໄດ້ແຕ່ງຕັ້ງດັ່ງນີ້:

  • ພັຕ ສຸລິນ ຈັນທິລາດ ເປັນ ຮອງຫົວໜ້າຫ້ອງການເມືອງ
  • ພັທ ພັດ ຄຸນພັກດີ ເປັນ ຮອງຫົວໜ້າຫ້ອງເສນາທິການ
  • ພັຕ ແສງຈັນ ວົງວິໄລ ເປັນ ຮອງຫ້ອງພະລາທິການ
  • ພັທ ຫຼຽນທອງ ຄຳສຸລິປັນຍາ ເປັນ ຮອງຫົວໜ້າກອງພັນສະຫຼາຍການປະທ້ວງ
  • ພັທ ຖາວອນ ຈັນທະລີມາ, ພັຕ ໂອໃດ ພະປາກດີ ເປັນ ຮອງຫົວໜ້າກອງພັນຕີພິເສດຊີງຕົວປະກັນ
  • ພັຕ ສຸລັດຖາ ສ້ວຍພະໄຕ ເປັນ ຮອງຫົວໜ້າກອງພັນກຽດຕິຍົດ ແລະ ສາຍກວດ
  • ພັທ ບົວຜັນ ດວງສອນ ເປັນ ຫົວໜ້າສູນຝຶກອົບຮົມວິຊາສະເພາະ ປ້ອງກັນເຄື່ອນທີ່ ຄົບວົງຈອນ
  • ພັທ ພີມມະລອງ ປົນທະລິດ, ພັຕ ບຸນຈັນ ພົມມະຈັນ ເປັນ ຮອງຫົວໜ້າສູນຝຶກອົບຮົມວິຊາສະເພາະ ປ້ອງກັນເຄື່ອນທີ່ ຄົບວົງຈອນ

ນອກນັ້ນ, ກໍຍັງໄດ້ປະກາດຍົກຍ້າຍນາຍຕຳຫຼວດ ເຊິ່ງມີລາຍລະອຽດດັ່ງນີ້:

  • ພັຕ ສັກສິດ ໄຊຍະບຸດ ຈາກ ຮອງຫົວໜ້າພະແນກຄູສູນຝຶກອົບຮົມວິຊາສະເພາະ ປ້ອງກັນເຄື່ອນທີ່ ຄົບວົງຈອນ ໄປຮັບໜ້າທີ່ໃໝ່ຢູ່ ກອງຮ້ອຍ 2 ກອງພັນ 133
  • ພັຕ ບຸນເລື່ອມ ທຳມະວົງ ຮອງຫົວໜ້າພະແນກຄູສູນຝຶກອົບຮົມວິຊາສະເພາະ ປ້ອງກັນເຄື່ອນທີ່ ຄົບວົງຈອນ ໄປຮັບໜ້າທີ່ໃໝ່ຢູ່ ກອງຮ້ອຍ 3 ກອງພັນ 134
  • ຮອ ພອນວິໄລ ເດດວົງສາ ຈາກ ຫົວໜ້າໝວດ 3 ກອງຮ້ອຍ 1 ກອງພັນ 34 ຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ ພະແນກຄູສູນຝຶກອົບຮົມວິຊາສະເພາະ ປ້ອງກັນເຄື່ອນທີ່ ຄົບວົງຈອນ

ໃນໂອກາດນີ້, ພັອ ພູນສະຫວັນ ພັນທະເສນາ ໄດ້ກ່າວສະແດງຄວາມຍ້ອງຍໍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ວຽກງານ ໃນໄລຍະຜ່ານມາຂອງແຕ່ລະສະຫາຍ, ເຊິ່ງມີຜົນສຳເລັດຫຼາຍດ້ານ ພ້ອມນັ້ນຍັງເນັ້ນໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ແລະ ຍົກຍ້າຍ ຈົ່ງເອົາໃຈໃສ່ນຳພາ-ຊີ້ນຳການເມືອງແນວຄິດໃຫ້ພະນັກງານ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງ, ເອົາໃຈໃສ່ປັບປຸງແບບແຜນວີທີ ເຮັດວຽກ, ແບບແຜນວິທີນຳພາ ໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈ ໃສ່ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ກຳແໜ້ນ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ສືບຕໍ່ຝຶກຝົນຫຼ່ໍຫຼອມຕົນເອງ ແລະ ເອົາໃຈໃສ່ປັບປຸງວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ໃຫ້ມີຄວາມກ້າວໜ້າ ແລະ ບັນຫາອື່ນໆ.