ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາວຽກງານຂອງລັດຖະບານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ແລະ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຕໍ່ສື່ມວນຊົນໃນວັນທີ 21 ມິຖຸນາວ່າ: ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ຊັກຖາມຕໍ່ລັດຖະບານ ດ້ວຍຄວາມຮັບຜິດຊອບສູງ, ພ້ອມທັງສະເໜີກົນໄກ, ວິທີການ ແລະ ມາດຕະການ ເພື່ອໃຫ້ລັດຖະບານນຳໄປຄົ້ນຄວ້າປັບປຸງ ແລະ ແກ້ໄຂໃນຕໍ່ໜ້າໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂຄວາມເປັນຈິງຂອງປະເທດເຮົາ.

ຕໍ່ກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ບັນດາສະມາຊິກສະພາແຫ່ງຊາດ ໄດ້ມີຄໍາເຫັນຄື:

1. ສະເໜີໃຫ້ສູ້ຊົນຮັກສາລະດັບອັດຕາການເຕີບໂຕຂອງເສດຖະກິດ ໄວ້ທີ່ລະດັບ 4,4% ເພາະຄາດວ່າມີຄວາມເປັນໄປໄດ້ ອີງໃສ່ສະພາບເງື່ອນໄຂຕົວຈິງຂອງບັນດາຂະແໜງການເຫັນວ່າມີທ່າແຮງ ແລະ ຄວາມອາດສາມາດ ໃນການຈັດເກັບລາຍຮັບເຂົ້າງົບປະມານໃນທ້າຍປີ 2022;

2. ຮີບຮ້ອນສະໜອງປັດໄຈການຜະລິດກະສິກໍາໃຫ້ຊາວກະສິກອນ ເພື່ອຮັບໃຊ້ການຜະລິດໃນລະດູຝົນໃຫ້ພຽງພໍ ເປັນຕົ້ນ ແນວພັນພືດ, ແນວພັນສັດ, ຝຸ່ນ ແລະ ປຸ໋ຍ. ພ້ອມທັງຊຸກຍູ້ສົ່ງເສີມໃຫ້ຜູ້ຜະລິດເອົາໃຈໃສ່ໃນການທໍາການຜະລິດ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ເປັນຮູບປະທໍາ ຕາມສັນຍາການສົ່ງອອກທີ່ໄດ້ເຊັນກັບຕະຫຼາດຕ່າງປະເທດ;

3. ຮີບຮ້ອນຕັດສິນໃຈແກ້ໄຂບັນຫາລາຄາສິນຄ້າສູງ, ນໍ້າມັນແພງ, ເງິນເຟີ້ ແລະ ຊຸກຍູ້ການຜະລິດຢ່າງຈິງຈັງ ເພື່ອຮັບປະກັນບໍ່ໃຫ້ມີການຂາດແຄນອາຫານໃນປີຕໍ່ໄປ, ປຸກລະດົມນໍ້າໃຈຮັກຊາດ ແລະ ສ້າງຄ່ານິຍົມໃຫ້ຄົນລາວຫັນມາໃຊ້ຜະລິດຕະພັນຂອງລາວຫຼາຍຂຶ້ນ, ເຂັ້ມງວດການນໍາເຂົ້າສິນຄ້າທີ່ສາມາດຜະລິດໄດ້ພາຍໃນ, ພ້ອມທັງຄົ້ນຄວ້າການນຳເຂົ້ານໍ້າມັນຈາກຫຼາຍແຫຼ່ງ ແລະ ຊຳລະດ້ວຍເງິນສະກຸນອື່ນນອກຈາກສະກຸນເງິນໂດລາ;

4. ຮີບຮ້ອນເອົາໃຈໃສ່ ການຈັດເກັບລາຍຮັບ ຈາກຖານລາຍຮັບທີ່ໝັ້ນຄົງ, ນໍາໃຊ້ເຄື່ອງມືທັນສະໄໝຜ່ານລະບົບທະນາຄານໃຫ້ຄົບຖ້ວນ, ສະເໜີໃຫ້ແບ່ງຂັ້ນຄຸ້ມຄອງໃນການຈັດເກັບອາກອນ ເປັນຕົ້ນການເກັບຄ່າທຳນຽມ ແລະ ອາກອນທີ່ດິນ, ການຄ້າອອນລາຍ, ການຊື້-ຂາຍເງິນຄຣິບໂຕ ແລະ ອື່ນໆຜ່ານລະບົບທະນາຄານ. ພ້ອມທັງຄຸ້ມຄອງແຫຼ່ງລາຍຮັບທີ່ເປັນເງິນຕາຕ່າງປະເທດຈາກແຫຼ່ງຕ່າງໆ ເປັນຕົ້ນທຶນຈົດທະບຽນການລົງທຶນຕ່າງປະເທດ, ການສົ່ງອອກສິນຄ້າ (ໄຟຟ້າ, ແຮ່ທາດ, ອຸດສາຫະກຳປຸງແຕ່ງ, ກະສິກຳ,…) ຜ່ານລະບົບທະນາຄານໃຫ້ຄົບຖ້ວນ, ແນໃສ່ຮັບປະກັນການສະໜອງເງິນຕາຕ່າງປະເທດໃຫ້ພຽງພໍຕໍ່ການຈັດຊື້ນໍ້າມັນເຊື້ອໄຟ ແລະ ສິນຄ້າອຸປະໂພກ-ບໍລິໂພກອື່ນໆ ທີ່ຈຳເປັນຕໍ່ການຜະລິດ ແລະ ການຊົມໃຊ້ໃນສັງຄົມ;

5. ຮີບຮ້ອນແກ້ໄຂບັນຫາການຊື້-ຂາຍເງິນຕາຕ່າງປະເທດນອກລະບົບ, ຫຼຸດຜ່ອນຄວາມແຕກໂຕນລະຫວ່າງອັດຕາແລກປ່ຽນຂອງທະນາຄານ ແລະ ອັດຕາແລກປ່ຽນພາຍນອກ, ຈຳກັດການນໍາໃຊ້ເງິນຕາຕ່າງປະເທດທີ່ຊະຊາຍ, ປະຕິບັດການແລກປ່ຽນເງິນຕາຕ່າງປະເທດຜ່ານລະບົບທະນາຄານເປັນອັດຕາດຽວ, ກໍານົດອັດຕາສ່ວນການຖືຄອງເງິນຕາຕ່າງປະເທດໃຫ້ບຸກຄົນ, ນິຕິບຸກຄົນ ໃຫ້ຈະແຈ້ງຊັດເຈນ, ດໍາເນີນມາດຕະການລົງໂທດທີ່ເດັດຂາດຕໍ່ບຸກຄົນ ຫຼື ນິຕິບຸກຄົນທີ່ປັ່ນປ່ວນເຮັດໃຫ້ອັດຕາແລກປ່ຽນມີການຜັນຜວນ ແລະ ຜູ້ທີ່ກັກຕຸນເງິນຕາຕ່າງປະເທດໄວ້, ພ້ອມທັງມອບໃຫ້ທະນາຄານທຸລະກິດ ເຮັດທຸລະກໍາແລກປ່ຽນເງິນຕາຕ່າງປະເທດ ດ້ວຍຕົນເອງຕາມອັດຕາແລກປ່ຽນປະຈໍາວັນທີ່ທະນາຄານແຫ່ງ ສປປ ລາວ ກໍານົດ;

6. ເອົາໃຈໃສ່ການໂຄສະນາ ແລະ ສົ່ງເສີມການນໍາໃຊ້ເງິນກີບໃຫ້ກວ້າງຂວາງ ແລະ ຖືກຕ້ອງຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ ເປັນຕົ້ນ ການກຳນົດລາຄາສິນຄ້າ, ການຊຳລະສິນຄ້າ ແລະ ການຈ່າຍເງິນເດືອນຄ່າແຮງງານ;

7. ເອົາໃຈໃສ່ການຈັດສັນງົບປະມານໂຄງການລົງທຶນຂອງລັດ ສຳລັບປີ 2023 ໃຫ້ສຳເລັດໃນທ້າຍປີ 2022 ໃຫ້ທັນຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ, ພ້ອມທັງ ກໍານົດຫຼັກການຈັດສັນງົບປະມານໂຄງການລົງທຶນຂອງລັດ ໃຫ້ຈະແຈ້ງ;

8. ເອົາໃຈໃສ່ຈັດສັນງົບປະມານໃສ່ໂຄງການກໍ່ສ້າງເສັ້ນທາງ ຢູ່ເຂດຫ່າງໄກສອກຫຼີກ ເພື່ອຮັບໃຊ້ການຜະລິດ ແລະ ອຳນວຍຄວາມສະດວກ ໃນການເດີນທາງໄປ-ມາຂອງນັກຮຽນ ລວມທັງໂຄງການ ທີ່ມີຄວາມສຳຄັນທາງດ້ານຍຸດທະສາດຊາຍແດນ ທີ່ກໍ່ສ້າງມາຫຼາຍປີ;

9. ສະເໜີໃຫ້ຄົ້ນຄວ້າ ແລະ ຈັດສັນງົບປະມານເຂົ້າໃສ່ການປະຕິບັດນະໂຍບາຍຕໍ່ຜູ້ມີຄຸນງານຄວາມດີຕໍ່ການປະຕິວັດຊາດປະຊາທິປະໄຕ ໃຫ້ສົມຄູ່ກັບຄວາມສາມາດດ້ານງົບປະມານຕົວຈິງ;

10. ສະເໜີໃຫ້ ຮີບຮ້ອນແກ້ໄຂບັນຫາໄພວ່າງງານ ແລະ ຄຸ້ມຄອງແຮງງານລາວທີ່ເຄື່ອນຍ້າຍໄປເຮັດວຽກຢູ່ເຂດເສດຖະກິດພິເສດ ແລະ ໄປອອກແຮງງານຢູ່ຕ່າງປະເທດ ເພື່ອໃຫ້ມີຄວາມປອດໄພ ແລະ ໄດ້ຮັບການປົກປ້ອງ.

ຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດບັນດາ ສະມາຊິກສະພາແຫ່ງຊາດໄດ້ມີຄໍາເຫັນຄື:

1. ການປະຕິບັດວາລະແຫ່ງຊາດຂອງຂະແໜງການສູນກາງ ແລະ ທ້ອງຖິ່ນ ຍັງບໍ່ມີຄວາມເປັນເອກະພາບແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ຄວາມຮຸນແຮງຂອງບັນຫາ ແລະ ບໍ່ທັນເດັດຂາດໃນການແກ້ໄຂບັນຫາທີ່ພົວພັນກັບຂະແໜງການຂອງຕົນໃຫ້ມີໝາກຜົນຕົວຈິງ, ຍັງຊັກຊ້າ, ມີການເອື່ອຍອີງ ແລະ ຖີ້ມຄວາມຮັບຜິດຊອບໃສ່ກັນ; ການແກ້ໄຂບັນຫາ ແລະ ການກໍານົດ ບັນດາມາດຕະການບ່ອນທີ່ມີໂຄງການທົດລອງຍັງບໍ່ທັນໂປ່ງໃສ, ຍັງບໍ່ໄດ້ມີສ່ວນຮ່ວມແຕ່ຫົວທີຂອງອົງການປົກຄອງ ແລະ ປະຊາຊົນຢູ່ທ້ອງຖິ່ນ,ປະຊາຊົນເອງກໍຍັງບໍ່ທັນເຂົ້າໃຈ ແລະ ຍັງຂັດຂ້ອງ;

2. ການປະຕິບັດວາລະແຫ່ງຊາດຍັງບໍ່ທັນໄປຕາມຫຼັກການທີ່ເປັນມືອາຊີບ, ການຄົ້ນຄວ້າວາງແຜນຍັງຂາດລັກສະນະວິທະຍາສາດ, ຍັງບໍ່ທັນໄດ້ນໍາໃຊ້ວິຊາການຜູ້ທີ່ມີຄວາມຮູ້ຄວາມຊຳນານ ແລະ ປະສົບການທີ່ແນ່ນອນ;

3. ສະເໜີໃຫ້ເອົາໃຈໃສ່ຈັດສັນ ແລະ ແບ່ງເຂດດິນກະສິກໍາເພື່ອການຜະລິດສະໜອງພາຍໃນ ແລະ ເປັນສິນຄ້າສົ່ງອອກຕາມທ່າແຮງ ແລະ ຄວາມເໝາະສົມຂອງແຕ່ລະທ້ອງຖິ່ນໃຫ້ຈະແຈ້ງ; ສົ່ງເສີມຂອດການຜະລິດເປັນສິນຄ້າເພື່ອສົ່ງອອກ ແລະ ການຫັນປ່ຽນຈາກສັງຄົມບໍລິໂພກໄປເປັນສັງຄົມການຜະລິດ ໂດຍສະເພາະການປັບປຸງກໍາລັງການຜະລິດເປັນກຸ່ມ ຫຼື ສະຫະກອນ, ແກ້ໄຂຂອດຂັ້ນການດໍາເນີນເອກະສານນໍາເຂົ້າ-ສົ່ງອອກໃຫ້ຄ່ອງຕົວກວ່າເກົ່າ; ຮັບປະກັນຄວາມເຂັ້ມແຂງທາງດ້ານບຸກຄາລະກອນໃນຂົງເຂດກະສິກໍາ ແລະ ປ່າໄມ້;

4. ຜູ້ແທນເຫັນວ່າ ແຫຼ່ງລາຍຮັບໃໝ່ຍັງບໍ່ທັນຫຼາກຫຼາຍ, ມີພຽງແຕ່ແຮ່ທາດ ແລະ ຂຸດຄົ້ນເງິນຄຣິບໂຕ, ເຊິ່ງເປັນແຫຼ່ງລາຍຮັບທີ່ບໍ່ທັນແນ່ນອນ ເນື່ອງຈາກວ່າເປັນການເຮັດທົດລອງ ແລະ ປັດໄຈດ້ານລາຄາຍັງມີຄວາມສ່ຽງ, ແຫຼ່ງລາຍຮັບທີ່ມີ ແລະ ໝັ້ນຄົງ ກໍຍັງເກັບບໍ່ໄດ້ຄົບຖ້ວນ ເປັນຕົ້ນລາຍຮັບຈາກທີ່ດິນ ແລະ ຄ່າທຳນຽມທາງ;

5. ການຍົກສູງປະສິດທິຜົນການຄຸ້ມຄອງລາຍຈ່າຍງົບປະມານຂອງລັດເປັນຕົ້ນດຳລັດວ່າດ້ວຍລົດຂອງລັດເລກທີ 599/ລບ ຍັງບໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ໂດຍສະເພາະຄວາມເປັນເຈົ້າການຂອງພະນັກງານລັດກໍຄືຜູ້ທີ່ນຳໃຊ້ ແລະ ເຈົ້າໜ້າທີ່ຄຸ້ມຄອງຊັບສິນຂອງລັດ;

6. ຜູ້ແທນສະເໜີໃຫ້ກວດກາ ແລະ ປະເມີນຄືນ ໂຕເລກດຸນການຄ້າ ແລະ ດຸນຊຳລະສະສາງ ກັບຕ່າງປະເທດ ໃຫ້ມີຄວາມຊັດເຈນ ໂດຍສະເພາະມູນຄ່າການສົ່ງອອກ-ນຳເຂົ້າ ແລະ ການຊຳລະສະສາງທີ່ເປັນເງິນຕາຕ່າງປະເທດຜ່ານລະບົບທະນາຄານ;

7. ຜູ້ແທນເຫັນວ່າ ການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຍັງບໍ່ທັນເລິກເຊິ່ງ, ກວ້າງຂວາງ ແລະ ທົ່ວເຖິງ, ການປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍຍັງບໍ່ທັນເຂັ້ມງວດ, ເດັດຂາດ ແລະ ບໍ່ມີຜົນສັກສິດເທົ່າທີ່ຄວນ.

(ຂ່າວ: ສຳນານ)