ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຖະແຫຼງຂ່າວກ່ຽວກັບ ການຄຸ້ມຄອງລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ແລະ ບາງວິທີການແກ້ໄຂ; ໃນນີ້, ສະເພາະໃນວັນທີ 20 ມິຖຸນາ 2022 ຈະເລີ່ມຈັດຕັ້ງເປັນຕົ້ນໄປ ຈະມີປໍ້ານໍ້າມັນເຊື້ອໄຟ ເປີດໃຫ້ບໍລິການຢ່າງໜ້ອຍ 600 ປໍ້າ ໃນທົ່ວປະເທດ.

ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຖະແຫຼງຂ່າວ ການຄຸ້ມຄອງລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ແລະ ບາງວິທີການແກ້ໄຂ ໃນວັນທີ 20 ມິຖຸນາ 2022 ວ່າ:

ລັດຖະບານ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຸມຄວາມພະຍາຍາມຮັບມື ແລະ ຊອກວິທີແກ້ໄຂສະພາບດັ່ງກ່າວ ມາຕັ້ງແຕ່ທ້າຍປີ, ສະພາບການນໍາເຂົ້າ ແລະ ການແຈກຢາຍນໍ້າມັນເຊື້ອໄຟ, ພາຍຫຼັງການຕົກລົງເຫັນດີຈາກຄະນະ 36/ນຍ ກໍຄື ລັດຖະບານ ເຂົ້າມາຊ່ວຍເຫຼືອແກ້ໄຂຄວາມຫຍຸ້ງຍາກ ໂດຍໃຫ້ນະໂຍບາຍແລກປ່ຽນເງິນຕາຕາມອັດຕາທາງການ ໃນອັດຕາ 14.065 ກີບຕໍ່ໂດລາສະຫະລັດ ໃຫ້ແກ່ບັນດາບໍລິສັດນຳເຂົ້ານໍ້າມັນເຊື້ອໄຟ ທີ່ເປັນຜູ້ນຳເຂົ້າຈຳນວນຫຼາຍ ແລະ ມີຈໍານວນປໍ້ານໍ້າມັນທີ່ແຈກຢາຍທົ່ວປະເທດ ໃຫ້ມີຄວາມສາມາດນຳເຂົ້າໄດ້ເພີ່ມຂຶ້ນ.

ເຊິ່ງຈາກການປະສານເກັບກຳຂໍ້ມູນການນຳເຂົ້າ ນັບແຕ່ວັນທີ 14 ມິຖຸນາ 2022 ເຫັນວ່າ ມີການນໍາເຂົ້າສະເລ່ຍ 1,23 ລ້ານລິດ, ໃນວັນທີ 15 ມິຖຸນາ 2022 ການນໍາເຂົ້າສະເລ່ຍ 2,99 ລ້ານລິດ (ເພີ່ມຂຶ້ນ 1,76 ລ້ານລິດ), ວັນທີ 16 ມິຖຸນາ 2022 ການນໍາເຂົ້າສະເລ່ຍ 3,57 ລ້ານລິດ (ເພີ່ມຂື້ນ 0,58 ລ້ານລິດ), ວັນທີ 17 ມິຖຸນາ 2022 ການນໍາເຂົ້າສະເລ່ຍ 2,23 ລ້ານລິດ (ຫຼຸດລົງ 1,34 ລ້ານລິດ), ວັນທີ 18 ມິຖຸນາ 2022 ການນໍາເຂົ້າສະເລ່ຍ 4 ລ້ານລິດ, ວັນທີ 19 ມິຖຸນາ 2022 ການນໍາເຂົ້າສະເລ່ຍ 4 ແສນລິດ ແລະ ວັນທີ 20 ມິຖຸນາ 2022 ບັນດາບໍລິສັດນໍາເຂົ້າມີແຜນການ ນໍາເຂົ້າສະເລ່ຍ 5,92 ລ້ານລິດ ເຊີ່ງເປັນຕົວເລກການນໍາເຂົ້າທີ່ສູງຂຶ້ນສົມຄວນ ທຽບໃສ່ຫຼາຍວັນຜ່ານມາ.

ການສະໜອງນໍ້າມັນເຊື້ອໄຟຢູ່ທ້ອງຖິ່ນ ຈາກສະຫຼຸບລາຍງານຂອງບັນດາບໍລິສັດ ເຫັນວ່າ ໃນມື້ວັນທີ 20 ມິຖຸນາ 2022 ມີປໍ້ານໍ້າມັນເຊື້ອໄຟທີ່ເປີດບໍລິການເປັນປົກກະຕິ ທັງໝົດ 706 ປໍ້າ ກວມ 35,47% ຂອງຈໍານວນປໍ້ານໍ້າມັນເຊື້ອໄຟທັງໝົດໃນຂອບເຂດທົ່ວປະເທດ.

ຈາກນະໂຍບາຍ ຫຼື ທິດຊີ້ນຳຂອງຄະນະ 36/ນຍ ໃຫ້ເລີ່ມຕັ້ງແຕ່ວັນທີ 20 ມິຖຸນາ 2022 ເປັນຕົ້ນໄປ ຈະມີປໍ້ານໍ້າມັນເຊື້ອໄຟເປີດໃຫ້ບໍລິການຢ່າງໜ້ອຍ 600 ປໍ້າ (ໃນນີ້, ລວມທັງບໍລິສັດນໍາເຂົ້າທີ່ຍັງບໍ່ໄດ້ຮັບນະໂຍບາຍແລກປ່ຽນເງິນຕາ ແຕ່ເຂົາເຈົ້າກໍໄດ້ສຸມກໍາລັງແຮງ ເພື່ອຊ່ວຍການສະໜອງໃນໄລຍະວິກິດນີ້) ແລະ ຈະສາມາດຂະຫຍາຍອອກໄປໄດ້ຕື່ມອີກ ເຊັ່ນ: ປ້ຳຂອງບໍລິສັດ ພີທີທີ ລາວ ຈຳກັດ ຈະສາມາດເປີດໄດ້ອີກ 43 ປໍ້າ, ເຊິ່ງ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ນຳຢ່າງໃກ້ຊິດໃຫ້ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ລົງຕິດຕາມການຈໍາໜ່າຍ ແຕ່ຂອດສາງຂອງບໍລິສັດ ຮອດປໍ້ານໍ້າມັນເຊື້ອໄຟ (ເຮັດບັນທຶກ ຈົດຮັບ ຈົດຈ່າຍ ຢ່າງຊັດເຈນ).

ພ້ອມດຽວກັນນັ້ນ, ລັດຖະບານ ກໍໄດ້ກະກຽມອະນຸມັດເປີດແອລຊີ (LC) ຫຼື ບັນຊີຄໍ້າປະກັນການຊໍາລະໃນມູນຄ່າທີ່ສູງ ໃຫ້ແກ່ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ເພື່ອໃຫ້ຮັບປະກັນການສະໜອງນໍ້າມັນໃຫ້ພຽງພໍກັບຄວາມຕ້ອງການຂອງສັງຄົມ.

ໃນໂອກາດນີ້, ທ່ານໄດ້ຮຽກຮ້ອງມາຍັງບັນດາຜູ້ປະກອບການທັງໝົດ ບໍ່ຄວນສວຍໂອກາດຂຶ້ນລາຄານຳ້ມັນຕາມລຳພັງໃຈ ຫຼື ກັກຕຸນນໍ້າມັນເຊື້ອໄຟ ໂດຍເອົາປຽບຜູ້ຊື້ ໃນໄລຍະທີ່ລາຄານໍ້າມັນເຊື້ອໄຟເໜັງຕີງຂຶ້ນ ແລະ ຫຼາຍຄົນກໍພົບກັບສະພາບຂໍ້ຫຍຸ້ງຍາກຫຼາຍຢ່າງ. ສະນັ້ນ, ທຸກທ່ານ ແລະ ທຸກພາກສ່ວນ ຈົ່ງຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອພ້ອມກັນກ້າວຜ່ານວິກິດການໃນຄັ້ງນີ້.

ພ້ອມກັນນັ້ນ, ກໍຊ່ວຍເປັນຫູເປັນຕາ ຫາກພົບເຫັນມີການສວຍໂອກາດຂຶ້ນລາຄາສິນຄ້າ ຫຼື ລາຄານຳ້ມັນ ທ່ານສາມາດໂທແຈ້ງສາຍດ່ວນ 1510 ແລະ ເວັບໄຊປົກປ້ອງຜູ້ຊົມໃຊ້ www.lcp.gov.la ເຊິ່ງເຈົ້າໜ້າທີ່ກ່ຽວຂ້ອງຈະໄດ້ໃຊ້ມາດຕະການຕໍ່ຜູ້ລະເມີດຕາມກົດໝາຍ ແລະ ລະບຽບການ.