ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ເປີດບັ້ນດໍາເນີນຊີວິດການເມືອງ ໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ສະຫາຍ ພົຈວ ສົມໄຊ ຈັນທະວົງ ກຳມະການພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ເຂົ້າຮ່ວມມີ ສະຫາຍ ພົຈວ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີບັນດາຄະນະຮັບຜິດຊອບບັ້ນດຳເນີນຊິວີດການເມືອງ, ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ຫົວໜ້າ-ຄະນະຫ້ອງ, ກອງ, ຄ້າຍ, ລປພ, ປກສ ເມືອງ, ປກສ ເຂດ ຕະຫຼອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ສະຫາຍ ພົຈວ ສົມໄຊ ຈັນທະວົງ ກ່າວວ່າ:

ການເປີດບັ້ນດຳເນີນຊິວີດການເມືອງຄັ້ງນີ້ ເພື່ອເປັນການຕີລາຄາຄືນໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ດ້ານແນວຄິດ, ແບບແຜນການຊີ້ນໍາ-ນໍາພາຂອງຄະນະພັກ, ສະມາຊິກພັກ ໃຫ້ຮູ້ເຖິງດ້ານດີຜົນງານ ແລະ ດ້ານອ່ອນທີ່ຍັງຄົງຄ້າງ ເພື່ອພ້ອມກັນຫາວິທີແກ້ໄຂໃຫ້ດີຂຶ້ນ; ນອກນັ້ນ, ບັ້ນດໍາເນີນຊີວິດການເມືອງ ຍັງໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມເນື້ອໃນເອກະສານ ເດັດດ່ຽວປັບປຸງປົວແປງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເອກະສານຈັນຍາທຳ, ຈັນຍາບັນຂອງນາຍ ເເລະ ພົນຕຳຫຼວດ, ແນະນຳການຂຽນ ແລະ ຜ່ານຮ່າງໃບສຳຫຼວດ ເພື່ອຕໍານິຕິຊົມເຊິ່ງກັນແລະກັນ, ພ້ອມທັງມີການປ່ອນບັດທາບທາມຢັ່ງຫາງສຽງເລືອກເອົາ ຫົວໜ້າ-ຮອງຫົວໜ້າກອງບັນຊາການ.

ໂອກາດດຽວກັນນັ້ນ, ສະຫາຍ ພົຈວ ຄອນສະຫວັນ ສົມພາໄຊ ກໍໄດ້ມີຄໍາເຫັນຊີ້ນໍາບັ້ນດໍາເນີນຊີວິດການເມືອງຄັ້ງນີ້ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ກວດກາຕີລາຄາຄືນ ການຊີ້ນຳ-ນໍາພາຂອງຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ນັບທັງອັນລວມ ແລະ ອັນສະເພາະຂອງ ແຕ່ລະສະຫາຍ ເພື່ອແນໃສ່ເຮັດໃຫ້ລະບົບໂຄງຮ່າງການຈັດຕັ້ງຄົບຊຸດ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ຮັບປະກັນໃຫ້ການຊີ້ນຳ-ນໍາພາດ້ານການເມືອງ-ແນວຄິດ, ຄຸນສົມບັດສິນທຳປະຕິວັດ, ສະຕິຕໍ່ການຈັດຕັ້ງສູງ ແລະ ມີແບບແຜນທີ່ທັນສະໄໝ ຮັບປະກັນນຳພາທຸກເຫຼົ່າຮົບວິຊາສະເພາະ ໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ.