ບັນດາສະມາຊິກຊາວໜຸ່ມອ້ອມຂ້າງ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ໄປທັດສະນະສຶກສາຢ້ຽມຊົມ ອະນຸສອນສະຖານຄຸກກັກຂັງຜູ້ນຳ-ແນວລາວຮັກຊາດ ຈຳນວນ 16 ທ່ານ ຂອງລັດຖະບານຫຸ່ນຂາຍຊາດ ທີ່ຄ້າຍໂພນເຄັງ ໃນວັນທີ 1 ກໍລະກົດ 2022 ເນື່ອງໃນໂອກາດລະນຶກເຖິງ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງທ່ານຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 62 ປີ (24 ພຶດສະພາ 1960-2022) ແລະ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 113 ປີ (13 ກໍລະກົດ 1909-2022).

ພັຕ ບົວໄລ ສີສຸລາດ ຄະນະປະຈຳ ຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ການເມືອງ ປກສ ທີ່ເປັນຜູ້ນຳພາຂະບວນການທັດສະນະສຶກສາໃນຄັ້ງນີ້ ໃຫ້ສຳພາດວ່າ:

ການມາຢ້ຽມຊົມອະນຸສອນສະຖານດັ່ງກ່າວ ແມ່ນເພື່ອເຮັດໃຫ້ຊາວໜຸ່ມເຂົ້າມາເຊື່ອມຊຶມຫວນຄືນກ່ຽວກັບ ມູນເຊື້ອອັນພິລະອາດຫານຂອງຜູ້ນຳພັກ-ລັດໃນເມື່ອກ່ອນ ທີ່ເພິ່ນໄດ້ເສຍສະລະເລືອດເນື້ອອຸທິດຕົນເພື່ອກອບກູ້ເອົາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກແອກປົກຄອງຈາກການເປັນຂ້ອຍຂ້າຂອງຕ່າງຊາດ ໃນເມື່ອກ່ອນ ເພື່ອປົດປ່ອຍປະເທດຊາດໃຫ້ອຸດົມສົມບູນຄືໃນປັດຈຸບັນ; ອີກທັງເປັນການເຮັດວຽກງານສຶກສາອົບຮົມການເມືອງແນວຄິດ ແບບລົງເຫັນເຫດການຕົວຈິງ ເຮັດໃຫ້ຖັນແຖວສະມາຊິກຊາວໜຸ່ມ ກົມໃຫຍ່ການເມືອງ ປກສ ເຂົ້າໃຈຈະແຈ້ງຂຶ້ນຕື່ມກ່ຽວກັບ ວິລະກຳໂຕນຄຸກຂອງທ່ານຜູ້ນຳ ໃນຜ່ານມາ.

ອະນຸສອນສະຖານຄຸກກັກຂັງຜູ້ນຳ-ແນວລາວຮັກຊາດ ຈຳນວນ 16 ທ່ານ ຂອງລັດຖະບານຫຸ່ນຂາຍຊາດ ທີ່ຄ້າຍໂພນເຄັງ ສ້າງສຳເລັດໃນປີ 2020 ໂດຍມີຈຸດປະສົງລະນຶກ ວັນວິລະກຳໂຕນຄຸກໂພນເຄັງຄັ້ງມະຫັດສະຈັນຂອງຜູ້ນຳ-ແນວລາວຮັກຊາດ 16 ທ່ານ ແນໃສ່ເພື່ອຄົນຮຸ່ນຫຼັງໄດ້ຮັບຮູ້ບັນດາເຫດການໃນການຕໍ່ສູ້ທາງດ້ານການເມືອງ, ການທະຫານ ແລະ ການຕ່າງປະເທດອັນຄ່ອງແຄ້ວຂອງບັນດາຜູ້ນຳແນວລາວຮັກຊາດ ໃນເວລາຖືກຄຸມຂັງ ແລະ ໃນເວລາໂຕນອອກຄຸກ ເພື່ອໄປສູ່ເຂດທີ່ໝັ້ນຂອງການປະຕິວັດຢ່າງປອດໄພທຸກປະການ.

ເຊິ່ງຊາວໜຸ່ມໄດ້ຮັບຮູ້ເຖິງເຫດການທີ່ເກີດຂຶ້ນໃນຄັ້ງນັ້ນ ໂດຍແບ່ງອອກເປັນ 3 ໄລຍະ ຄື:

  • ສະພາບການກ່ອນຖືກຄຸມຂັງ
  • ສະພາບການຕໍ່ສູ້ທາງດ້ານການເມືອງທີ່ເດັດດ່ຽວກ້າແກ່ນຂອງ ບັນດາຜູ້ນຳແນວລາວຮັກຊາດ ໃນເວລາຖືກຄຸມຂັງຢູ່ໃນຄຸກ
  • ສະພາບການກະກຽມໂຕນອອກຄຸກຂອງ ບັນດາຜູ້ນຳແນວລາວຮັກຊາດ