ໃນທ້າຍອາທິດທີ່ຜ່ານມານີ້, ພະແນກຕຳຫຼວດຈະລາຈອນ ປກສ ແຂວງຜົ້ງສາລີ ໄດ້ລົງຊຸກຍູ້ວຽກງານວິຊາສະເພາະ ແລະ ໂຄສະນາປູກຈິດສໍານຶກຄວາມປອດໄພທາງຫຼວງ ຢູ່ 2 ເມືອງ ຄື: ເມືອງບຸນເໜືອ, ເມືອງຍອດອູ ແລະ ຢູ່ບັນດາສໍານັກງາ-ອົງການປົກເມືຶອງ, ນໍາໂດຍ ພັທ ຄໍາຕຸ່ນ ສຸວັນ ຮອງຫ້ອງຕໍາຫຼວດຜູ້ຊີ້ນໍາວຽກງານຈະລາຈອນ ພ້ອມທີມງານມີ, ຄະນະພັກ-ຄະນະບັນຊາ ປກສ ໃນສອງເມືອງ, ມີພ້ອມດ້ວຍນາຍ ແລະ ພົນຕໍາ ຫຼວດ ແລະ ພະນັກງານ-ລັດຖະກອນ ໃນສອງ ເມືອງເຂົ້າຮ່ວມ.

ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຟັງເອກະສານ ຄວາມຮູ້ພື້ນຖານກ່ຽວກັບການດໍາເນີນຄະດີອຸບັດຕິເຫດ. ນອກນີ້, ຍັງໄດ້ຮັບຟັງການໂຄສະນາປູກຈິດສໍານຶກຄວາມປອດໄພທາງຫຼວງ ເປັນຕົ້ນແມ່ນການຈະລາຈອນທາງບົກ, ການສັນຈອນຕາມທ້ອງຖະໜົນຫຼວງ, ຄວາມໝາຍຄວາມສໍາຄັນຂອງບັນດາປ້າຍຫ້າມຕ່າງໆ, ເຊິ່ງຜ່ານການຈັດຕັ້ງປະຕິບັດຕົວຈິງໄລຍະຜ່ານມາ ແມ່ນເຫັນ ໄດ້ຫຼາຍບັນຫາປະກົດຂຶ້ນຕິດພັນກັບການຂັບຂີ່, ການສັນຈອນ ເຊັ່ນ: ນັກຂັບຂີ່ສ່ວນຫຼາຍບໍ່ໃສ່ໝວກ ກັນກະທົບ, ບໍ່ໃສ່ສາຍຮັດນິລະໄພ, ດື່ມສິ່ງມືນເມົາແລ້ວຂັບຂີ່, ດັດແປງສະພາບລົດ, ການຂັບຂີ່ລົດ ເປັນຂະບວນ ແລະ ບັນຫາອື່ນໆ ເຊິ່ງເປັນສາທີ່ເຫດພາໃຫ້ເກີດອຸບັດຕິເຫດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ.

ການລົງໂຄສະນາໃນຄັ້ງນີ້, ທີມງານ ປກສ ແຂວງ ຍັງໄດ້ນໍາເອົາບັນດານິກໍາປະມວນອາຍາ, ດໍາລັດ 568 ແລະ ດໍາລັດ 615 ວ່າດ້ວຍການປັບ ໄໝ ແລະ ມາດຕະການອື່ນໆ ຕໍ່ຜູ້ ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນ ທາງບົກ ເຊິ່ງໃນແຕ່ລະມາດຕາແມ່ນໄດ້ຍົກໃຫ້ ເຫັນຄວາມຮັບຊອບ ແລະ ຄວາມເປັນອັນຕະລາຍບຂອງການລະເມີດກົດຈະລາຈອນ ໂດຍການສາຍພາບ LCD ໃຫ້ໄດ້ຮັບຊົມ ພ້ອມ ທັງຍົກໃຫ້ເຫັນສາເຫດ ແລະ ຜົນກະທົບຈາ ການເກີດອຸບັດຕິເຫດໃນໄລຍະຜ່ານມາ.

ທັງນີ້, ແນໃສ່ເຮັດໃຫ້ທຸກພາກສ່ວນຮັບຮູ້-ເຂົ້າໃຈ ແລະ ມີສະຕິເຄົາລົບກົດໝາຍຈະລາຈອນໃຫ້ມີຄວາມຮັບຜິດຊອບເປັນເຈົ້າການປະຕິບັດ ຢ່າງເຂັ້ມງວດ, ມີສ່ວນຮ່ວມໃນການໂຄສະນາຊ່ວຍເຈົ້າໜ້າທີ່ ເພື່ອເຮັດໃຫ້ການຂັບຂີ່ພາຫະນະ, ການໃຊ້ລົດ-ໃຊ້ຖະໜົນຢູ່ໃນສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ຊ່ວຍໃຫ້ອຸບັດຕິເຫດຕາມທ້ອງຖະໜົນຫຼວງ ນັບມື້ຫຼຸດໜ້ອຍຖອຍລົງ.