ຕະຫຼອດໄລຍະຜ່ານມາ, ອໍານາດການປົກຄອງບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ຢ່າງເຂັ້ມງວດໃນການ ຕິດ ຕາມກວດກາການເຄື່ອນໄຫວຂອງສະມາຊິກພາຍໃນບ້ານຢ່າງຕັ້ງໜ້າ ໂດຍສຸມໃສ່ການໂຄສະນາ ແລະ ຈັດຫາວຽກເຮັດງານທໍາໃຫ້ບຸກຄົນວ່າງງານ ເພື່ອປ້ອງກັນ ແລະ ສະກັດກັ້ນບັນຫາທີ່ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕໍ່ສັງຄົມ ກໍຄືຂອງບ້ານ ໂດຍສະເພາະແມ່ນບັນຫາທີ່ພົວພັນ, ມົ້ວສຸມ ແລະ ຊື້-ຂາຍຢາເສບຕິດ ເຮັດໃຫ້ສາມາດຮັກສາໄດ້ບ້ານປອດຢາເສບຕິດເຖິງ 10 ປີຊ້ອນ.

ທ່ານ ສອນເພັດ ແກ້ວປະດິດ ເລຂາພັກບ້ານ ນາຍບ້ານໜອງໄຮ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນ ວັນທີ 14 ມິຖຸນາ 2022 ວ່າ: ບ້ານໜອງໄຮ ເປັນ ບ້ານໜຶ່ງຢູ່ໃນ 14 ບ້ານທີ່ຂຶ້ນກັບກຸ່ມ 4 ສາລາຄໍາ ມີຊາຍແດນຕິດຈອດກັນຄື: ທິດເໜືອແມ່ນຕິດ ກັບບ້ານດົງສະຫວາດ ເມືອງສີສັດຕະນາກ, ທິດ ໃຕ້ຕິດກັບບ້ານສົມສະໜຸກ, ທິດຕາເວັນອອກຕິດກັບບ້ານດົງຄໍາຊ້າງ ແລະ ທິດຕາເວັນຕົກຕິດ ກັບສົມຫວັງໃຕ້, ບ້ານສົມຫວັງເໜືອ ແລະ ບ້ານຫາດ ຊາຍຂາວ, ມີເນື້ອທີ່ທັງໝົດ 400 ເຮັດ ຕາ, ມີພົນລະເມືອງທັງໝົດ 5.101 ຍິງ 2.583 ຄົນ, ມີ 1.027 ຫຼັງຄາເຮືອນ, 978 ຄອບຄົວ ແລະ ແບ່ງອອກເປັນ 5 ຄຸ້ມ ມີ 68 ໜ່ວຍ; ອາຊີບຫຼັກ ແມ່ນເປັນກໍາມະກອນຢູ່ໂຮງຈັກ-ໂຮງງານ ແລະ ກໍາມະກອນທົ່ວໄປ.

ເຖິງຢ່າງໃດກໍຕາມ, ເພື່ອຈັດຕັ້ງຜັນຂະຫຍາຍສອງວາລະແຫ່ງຊາດໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນ ຫາຢາເສບຕິດກາຍເປັນໜ້າທີ່ການເມືອງຂອງ ທຸກຄົນໃນສັງຄົມເວົ້າລວມເວົ້າສະເພາະ ກໍຄືບ້ານ ໜອງໄຮ ເຊິ່ງຕະຫຼອດໄລຍະຜ່ານມາ ອົງການຈັດຕັ້ງ ຂອງບ້ານໄດ້ມີແຜນປ້ອງກັນຢ່າງລະອຽດເປັນຕົ້ນ ແມ່ນໄດ້ເອົາໃຈໃສ່ໂຄສະນາໃຫ້ພໍ່-ແມ່ປະຊາຊົນໄດ້ ຮັບຮູ້ກ່ຽວກັບຜົນຮ້າຍຂອງຢາເສບຕິດ ຜ່ານທາງໂທລະໂຄ່ງໜຶ່ງອາທິດຕໍ່ 3 ຄັ້ງ (ວັນຈັນ, ວັນພຸດ ແລະ ວັນສຸກ) ເພື່ອໃຫ້ລູກ-ຫຼານ ແລະ ປະຊາຊົນພາຍໃນ ບ້ານມີສ່ວນຮ່ວມໃນການປ້ອງກັນ ແລະ ສະກັດກັ້ນ ຈາກບັນຫາຢາເສບຕິດ. ນອກນັ້ນ, ຍັງໄດ້ລົງເຜີຍ ແຜ່ບັນດາເອກະສານ, ນິຕິກໍາ-ຄໍາສັ່ງ ທີ່ກ່ຽວຂ້ອງກັບ ຢາເສບຕິດໃຫ້ແຕ່ລະຄຸ້ມຢ່າງຕໍ່ເນື່ອງ; ຊຸກຍູ້ໃຫ້ສະ ຖາບັນຄອບຄົວເປັນເຈົ້າການເອົາໃຈໃສ່ໃນການບອກສອນລູກຫຼານໃຫ້ຫ່າງຈາກຢາເສບຕິດ ພ້ອມທັງແນະ ນໍາໃຫ້ແຕ່ລະຄອບຄົວຢ່າງລະອຽດ ໂດຍສະເພາະແມ່ນຖ້າຫາກຄອບຄົວໃດຫາກຕິດຢາເສບຕິດແລ້ວ ແມ່ນຕ້ອງຈິງໃຈຄວາມຮ່ວມມືລາຍງານກັບອໍານາດ ການປົກຄອງ ແລະ ເຈົ້າໜ້າທີ່; ຖ້າຫາກວ່າຄອບຄົວໃດຫາກສຶກສາອົບຮົມສະມາຊິກໃນຄອບຄົວຂອງ ຕົນບໍ່ໄດ້ຕ້ອງຈິງໃຈສົ່ງໃຫ້ອໍານາດການປົກຄອງເປັນ ຜູ້ສຶກສາອົບຮົມ ຫຼື ພາຍຫຼັງທີ່ນໍາຕົວຜູ້ກ່ຽວມາສຶກ ສາອົບຮົມແລ້ວແຕ່ຜູ້ກ່ຽວບໍ່ປ່ຽນແປງທາງອໍານາດ ການປົກຄອງບ້ານແມ່ນຈະໄດ້ນໍາໃຊ້ເງິນກອງທຶນຂອງ ບ້ານ (ເງິນພັນທະຂອງແຕ່ລະຄອບຄົວ) ເພື່ອນໍາສົ່ງຜູ້ ກ່ຽວໄປບໍາບັດຢູ່ສູນສົມສະຫງ່າ. ຄຽງຄູ່ດຽວກັນ, ຍັງໄດ້ນໍາເອົາບັນດາເປົ້າໝາຍທີ່ຢູ່ໃນກຸ່ມສ່ຽງມາສຶກສາອົບ ຮົມພ້ອມທັງມອບໃຫ້ຫົວໜ້າຄຸ້ມ, ຫົວໜ້າໜ່ວຍ, ກອງຫຼອນ ແລະ ປກສ ບ້ານຕິດຕາມການເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ມີເຄື່ອນໄຫວຢູ່ພາຍໃນບ້ານໃຫ້ຮັດກຸມ.

ນອກນັ້ນ, ອົງການຈັດຕັ້ງບ້ານໜອງໄຮ ຍັງໄດ້ ເອົາໃຈໃສ່ໃນການຕິດຕາມກວດກາບັນດາສະມາຊິກຂອງຕົນພາຍໃນບ້ານ. ໃນນັ້ນ, ຖ້າຫາກວ່າບຸກ ຄົນໃດທີ່ບໍ່ມີວຽກເຮັດງານທໍາ ຫຼື ເລ່ລ່ອນ ແມ່ນການຈັດຕັ້ງ ບ້ານຈະໄດ້ຊອກວຽກເຮັດງານທໍາຢູ່ຕາມໂຮງຈັກ-ໂຮງງານໃຫ້ເຂົາເຈົ້າ ໂດຍການສົມທົບກັບບັນດາຫົວໜ່ວຍທຸລະກິດແຕ່ລະໂຮງງານທີ່ມີໃນບ້ານພ້ອມທັງເນັ້ນໃຫ້ບັນດາຫົວໜ່ວຍທຸລະກິດຕ້ອງໃຫ້ຄວາມຮ່ວມມືໃນການນໍາເອົາບຸກຄົນທີ່ຫວ່າງງານພາຍໃນບ້ານ ບັນຈຸເຂົ້າເຮັດວຽກເພື່ອເປັນການສ້າງອາຊີບ ແລະ ສົ່ງເສີມບຸກຄົນທີ່ອາດຈະຕົກຢູ່ໃນກຸ່ມສ່ຽງວ່າງງານ ຫຼື ເລ່ລ້ອນ; ຄຽງຄູ່ດຽວກັນ, ຍັງປ້ອງກັນ ບໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ ເນື່ອງຈາກວ່າ: ບຸກ ຄົນ ຫຼື ກຸ່ມຄົນທີ່ມີສ່ວນພົວພັນກັບຢາເສບຕິດ ສ່ວນໜຶ່ງແມ່ນເກີດຈາກບັນຫາເລ່ລ້ອນ.

ສໍາລັບບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນບ້ານກ່ຽວກັບບັນຫາຢາເສບຕິດນີ້ ສ່ວນຫຼາຍແມ່ນການເຄື່ອນໄຫວຈາກບຸກຄົນພາຍນອກ ຫຼື ຄົນພັກເຊົາຊົ່ວຄາວທີ່ມາຂາຍໃຫ້ໄວໜຸ່ມ ແລະ ເພື່ອເຮັດໃຫ້ບ້ານໜອງໄຮ ສາມາດຮັກສານາມມະຍົດບ້ານປອດຢາເສບຕິດ 10 ປີຊ້ອນ (2012-2021) ພ້ອມທັງຍາດໃຫ້ໄດ້ນາມມະຍົດດັ່ງກ່າວ ໃນປີຕໍ່ໆໄປ ພວກເຮົາຈະສຸມໃສ່ ແລະ ຫັນເອົາການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດເປັນວຽກງານການເມືອງ ຂອງອໍານາດການປົກຄອງ ໂດຍການສືບຕໍ່ໂຄສະນາເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນພາຍໃນບ້ານໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນຮ້າຍ ແລະ ໄພອັນຕະລາຍຂອງສິ່ງເສບຕິດ ໂດຍການຈັດຕັ້ງຄະນະຮັບຜິດຊອບຂອງແຕ່ລະຄຸ້ມ, ແຕ່ລະໜ່ວຍ ແລະ ຫົວໜ້າ ແຕ່ລະຄອບຄົວເປັນຜູ້ຕິດຕາມກວດກາຢ່າງໃກ້ຊິດ ແລະ ທີ່ສໍາຄັນແມ່ນຈະຈັດຫາວຽກເຮັດງານທໍບຸກຄົນທີ່ວ່າງງານໃຫ້ມີວຽກເຮັດຢ່າງເປັນຫຼັກ ແຫຼ່ງ; ນອກນີ້, ຍັງໄດ້ເນັ້ນໃສ່ບັນດາຄູ-ອາຈານຢູ່ຕາມແຕ່ລະໂຮງຮຽນທັງພາກລັດ ແລະ ເອກະຊົນ ໃຫ້ເອົາໃຈໃສ່ ໂຄສະນາ-ບອກສອນ ນ້ອງນັກຮຽນ ເພື່ອເປັນການປູກຈິດສໍານຶກໃຫ້ນ້ອງນັກຮຽນເລີ່ມຈາກໄລຍະຕົ້ນຂອງການສຶກສາເປັນຕົ້ນໄປ.