ໃນກອງປະຊຸມພົບປະແລກປ່ຽນ ແລະ ປຶກສາຫາລືລະຫວ່າງ ຄະນະຜູ້ແທນ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນ ກົມວິທະຍາສາດ, ຍຸດທະສາດ ແລະ ປະຫວັດສາດ ກະຊວງ ປກສ ແຫ່ງ ສສ ຫວຽດນາມ, ໂດຍການພົບປະແລກປ່ຽນລະຫວ່າງສອງຝ່າຍ ໄດ້ດຳເນີນຕາມແຜນ ແລະ ເຕັມໄປດ້ວຍບັນຍາກາດອັນອົບອຸ່ນ, ໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈ.

ເຊິ່ງສອງຝ່າຍໄດ້ມີການລົງນາມໃນບົດບັນທຶກການເຮັດວຽກ ໃນປີ 2023 ໃຫ້ເປັນຮູບປະທຳ, ໂດຍເຫັນດີເປັນເອກະພາບສືບຕໍ່ຮ່ວມມືກັນ ໃນຂົງເຂດວຽກງານຄົ້ນຄວ້າວິທະຍາສາດ ແລະ ຍຸດທະສາດ ປ້ອງກັນຄວາມສະຫງົບ ໂດຍກຳນົດ 4 ເນື້ອໃນ ເພື່ອແນໃສ່ຮັບປະກັນໃຫ້ວຽກງານດັ່ງກ່າວ ມີຜົນສຳເລັດຍິ່ງຂຶ້ນ.          

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 11 ພະຈິກ 2022 ທີ່ໂຮງແຮມວຽງຈັນພຣາຊາ ນະຄອນຫຼວງວຽງຈັນ; ຝ່າຍລາວນຳໂດຍ ສະຫາຍ ພົນຈັດຕະວາ ສະແຫວງ ພົມມະລີ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ແຫ່ງ ສປປ ລາວ, ຝ່າຍຫວຽດນາມນຳໂດຍ ສະຫາຍ ພົນຕີ ເຈີນວີເຢີນ ຫົວໜ້າກົມວິທະຍາສາດ, ຍຸດທະສາດ ແລະ ປະຫວັດສາດ ກະຊວງ ປກສ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ສຳລັບ 4 ເນື້ອໃນ ທີ່ສອງຝ່າຍໄດ້ກຳນົດດ້ວຍຄວາມເຫັນດີເປັນເອກະພາບກັນ ປະກອບມີ:

1. ສອງຝ່າຍ ເອກະພາບກ່ຽວກັບແຜນການ, ບາດກ້າວ ແລະ ຂັ້ນຕອນການເກັບກຳຂໍ້ມູນ, ຄົ້ນຄວ້າຂຽນ, ການແລກປ່ຽນຂໍ້ມູນຂ່າວສານ, ການຮັບຮອງຂັ້ນວິຊາການ ໃນເດືອນສິງຫາ-ກັນຍາ 2023 ຢູ່ຫວຽດນາມ, ຮັບຮອງຜົນສຳເລັດການຄົ້ນຄວ້າ ໃນເດືອນພະຈິກ-ທັນວາ 2023 ຢູ່ລາວ, ການຈັດພິມ ແລະ ມອບປຶ້ມເປັນທາງການ ໃນເດືອນພະຈິກ-ທັນວາ 2023 ຢູ່ຫວຽດນາມ.

2. ຝ່າຍຫວຽດນາມ ຊ່ວຍຝຶກອົບຮົມໄລຍະສັ້ນວຽກງານຄົ້ນຄວ້າຍຸດທະສາດ, ວິທະຍາສາດ ແລະ ປະຫວັດສາດ ໃຫ້ບັນດາກົມກອງ-ທ້ອງຖິ່ນກຳລັງ ປກສ ລາວ ຈຳນວນ 40-45 ສະຫາຍ ໂດຍສະເໜີເຂົ້າແຜນການຮ່ວມມືຂອງສອງກະຊວງ ປີ 2023-2024.

3. ສອງຝ່າຍ ເອກະພາບຜັດປ່ຽນ ຄະນະຜູ້ແທນສອງກົມ ພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນໃນແຕ່ລະປີເປັນປົກກະຕິ ໂດຍມີການຜັດປ່ຽນກັນເປັນເຈົ້າພາບ.

4. ເພື່ອເຮັດໃຫ້ເນື້ອໃນທີ່ໄດ້ເອກະພາບກັນໃນແຕ່ລະດ້ານ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ທັງສອງຝ່າຍຈະສະເໜີຂໍຄຳເຫັນຂັ້ນເທິງຂອງຕົນ ເພື່ອບັນຈຸເຂົ້່າໃນແຜນການຮ່ວມມື ປະຈຳປີ 2023 ຂອງສອງກະຊວງ. ຈາກນັ້ນ, ຈຶ່ງສ້າງແຜນລະອຽດ ເພື່ອຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.

ລົງນາມໃນບົດບັນທຶກການເຮັດວຽກໃນຄັ້ງນີ້, ຝ່າຍກະຊວງ ປກສ ແຫ່ງ ສປປ ລາວ ແມ່ນ ສະຫາຍ ພົນຈັດຕະວາ ສະແຫວງ ພົມມະລີ, ຝ່າຍກະຊວງ ປກສ ແຫ່ງ ສສ ຫວຽດນາມ ແມ່ນ ສະຫາຍ ພົນຕີ ເຈີນວີເຢີນ.