ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນ ແລະ ປະດັບຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂໃນການເລື່ອນຊັ້ນ ເພື່ອເປັນການປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍ ແລະ ພົນຕໍາຫຼວດ ໃນກໍາລັງປ້ອງກັນຄວາມສະຫງົບ ໃນວັນທີ 11 ພະຈິກ 2022, ເປັນປະທານໂດຍ ພົຈວ ແອນ ອຸ່ນອານົງນຸດ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີຄະນະພັກ-ຄະນະກົມ, ຫ້ອງການ, ສູນ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ນາງ ນວນ ເທບພະວົງ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງ ປກສ ແລະ ຂໍ້ຕົກລົງຂອງ ຫົວໜ້າກົມໃຫຍ່ການເມືອງ ປກສ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ທົ່ວກົມໃຫຍ່ການເມືອງ ປກສ ລວມທັງໝົດ 123 ສະຫາຍ ຍິງ 67 ສະຫາຍ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 1 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 9 ສະຫາຍ ຍິງ 3 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 39 ສະຫາຍ ຍິງ 11 ສະຫາຍ
  • ຮ້ອຍຕີ ຂຶ້ນ ຮ້ອຍໂທ 3 ສະຫາຍ
  • ຊັ້ນ II ຂຶ້ນຊັ້ນ I ມີ 17 ສະຫາຍ ຍິງ 13 ສະຫາຍ
  • ດັດແປງຊັ້ນສິບໂທ ຂຶ້ນ ຮ້ອຍໂທ 1 ສະຫາຍ
  • ດັດແປງຊັ້ນ II ຂຶ້ນ ຮ້ອຍໂທ 1 ສະຫາຍ
  • ດັດແປງຊັ້ນສິບໂທ ຂຶ້ນ ຮ້ອຍຕີ 16 ສະຫາຍ ຍິງ 5 ສະຫາຍ
  • ດັດແປງຊັ້ນ II ຂຶ້ນ ຮ້ອຍຕີ 18 ສະຫາຍ ຍິງ 13 ສະຫາຍ
  • ດັດແປງຊັ້ນສິບໂທ ຂຶ້ນ ວາທີ ຍິງ 5 ສະຫາຍ
  • ດັດແປງຊັ້ນ II ຂຶ້ນ ວາທີ 4 ສະຫາຍ ຍິງ 2 ສະຫາຍ
  • ດັດແປງຊັ້ນ II ຂຶ້ນ ສິບເອກ 16 ສະຫາຍ ຍິງ 12 ສະຫາຍ
  • ດັດແປງຊັ້ນ II ຂຶ້ນ ສິບເອກ 2 ສະຫາຍ
  • ດັດແປງຊັ້ນ II ຂຶ້ນ ສິບຕີ 1 ສະຫາຍ

ໂອກາດດັ່ງກ່າວ, ພົຈວ ແອນ ອຸ່ນອານົງນຸດ ໄດ້ໂອ້ລົມຕໍ່ນາຍ ແລະ ພົນຕຳຫຼວດ ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ຕໍ່ກໍາລັງປ້ອງກັນຄວາມສະຫງົບ ແລະ ເພື່ອນມິດສະຫາຍ, ມີຄວາມຮັກແພງ-ຄວາມສາມັກຄີພາຍໃນກຳລັງ, ສືບຕໍ່ເຮັດວຽກງານ-ວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ສຳເລັດ ແລະ ສືບຕໍ່ພັດທະນາຕົນເອງໃນທຸກໆດ້ານ ເພື່ອສ້າງໃຫ້ໄດ້ພະນັກງານສືບທອດປ່ຽນແທນທີ່ດີມີຄຸນນະພາບ ໃນສະເພາະໜ້າ ແລະ ຍາວນານ.