ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຈັດພິທີປະກາດແຕ່ງຕັ້ງ, ເລື່ອນຊັ້ນ, ດັດແປງຊັ້ນ ແລະ ສັບຊ້ອນ ນາຍ-ພົນຕໍາຫຼວດ ຂຶ້ນໃນວັນທີ 10 ພະຈິກ 2022, ເປັນປະທານໂດຍ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ຕຳຫຼວດ, ມີບັນດາຄະນະພັກ-ຄະນະນຳກົມ, ພ້ອມດ້ວຍພະແນກ, ຫ້ອງ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ກະຊວງ ປກສ ຫົວໜ້າກົມໃຫຍ່ຕຳຫຼວດ

ພັອ ບຸນຫຼວງ ວິໄລສຸກ ຫົວໜ້າຫ້ອງການເມືອງ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍ ການແຕ່ງຕັ້ງ, ເລື່ອນຊັ້ນ, ດັດແປງຊັ້ນ ແລະ ສັບຊ້ອນ ນາຍ-ພົນຕໍາຫຼວດ ເຊິ່ງມີລາຍລະອຽດດັ່ງນີ້:

  • ແຕ່ງຕັ້ງບັນດານາຍຕໍາຫຼວດ ເປັນ ຫົວໜ້າ ແລະ ຮອງຫົວໜ້າພະແນກ ບັນດາຫ້ອງ, ກົມທີ່ຂຶ້ນກັບ ກົມໃຫຍ່ຕຳຫຼວດ ຈໍານວນ 124 ຕຳແໜ່ງ
  • ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 1 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 17 ສະຫາຍ ຍິງ 3 ສະຫາຍ
  • ດັດແປງຊັ້ນສິບໂທ ຂຶ້ນ ຮ້ອຍໂທ 2 ສະຫາຍ
  • ສິບໂທ ຂຶ້ນ ຮ້ອຍຕີ 20 ສະຫາຍ ຍິງ 5 ສະຫາຍ
  • ສິບໂທ ຂຶ້ນ ວາທີ 9 ສະຫາຍ ຍິງ 2 ສະຫາຍ

ທັງນີ້, ໃຫ້ກຽດຂຶ້ນປະດັບຊັ້ນໂດຍ ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ.

ໂອກາດນີ້, ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ກໍໄດ້ໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ກ່າວວ່າ:

ການຍົກຍ້າຍ, ແຕ່ງຕັ້ງ, ສັບຊ້ອນໜ້າທີ່ໃໝ່ໃນຄັ້ງນີ້ ເປັນຂີດໝາຍຜົນສຳເລັດໃນເບື້ອງຕົ້ນເທົ່ານັ້ນ, ແຕ່ສໍາຄັນທີ່ສຸດ ບັນດາສະຫາຍຕ້ອງມີຄວາມສະ ດຸ້ງໄວ, ມີຄວາມຕື່ນຕົວ ແລະ ຈັດຕັ້ງປະຕິບັດຄໍາສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ຕັ້ງຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍຈາກພັກ-ລັດ, ຈາກການຈັດຕັ້ງຂັ້ນເທິງ ດ້ວຍຄວາມຮັບຜິດຊອບສູງ, ໃນຕໍ່ໜ້າ ບັນດາສະຫາຍຈະຕ້ອງໄດ້ເພີ່ມທະວີ ແລະ ເອົາໃຈໃສ່ຂຶ້ນຕື່ມອີກກວ່າເກົ່າ. 

ສະນັ້ນ, ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຄວນເອົາໃຈໃສ່ບາງບັນຫາໃນຕໍ່ໜ້າດັ່ງນີ້: ຕ້ອງຍົກສູງສະຕິ, ຄວາມຮັບຜິດຊອບ ແລະ ເອົາຈິງເອົາຈັງໃນການເຮັດໜ້າທີ່ການເມືອງທີ່ຂັ້ນເທິງ ແລະ ການຈັດຕັ້ງມອບໝາຍ ເປັນຕົ້ນແມ່ນ ຄວາມເປັນແບບຢ່າງໃນການເຮັດໜ້າທີ່ວຽກງານ, ຕ້ອງມີຄວາມບໍລິສຸດສັດຊື່ຕໍ່ພັກ-ລັດ, ປະຕິບັດລະບຽບກົດໝາຍຂອງລັດ ແລະ ປະຕິບັດຫຼັກການວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ ຢ່າງເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງ, ສະຕິຕໍ່ລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບ ຢ່າງເຂັ້ມງວດ ດັ່ງຄໍາເວົ້າຂອງພັກທີ່ວ່າ: ” ພັກບອກຕ້ອງຟັງ, ພັກສັ່ງຕ້ອງປະຕິບັດ ” ແລະ ຮັບໃຊ້ປະຊາຊົນ ຄືດັ່ງ: ” ລົມຫາຍໃຈເຂົ້າ-ອອກຂອງຕົນເອງ “.