ວັນທີ 16 ພະຈິກ 2022, ກົມຕຳຫວດຈະລາຈອນ ກົມໃຫ່ຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ເປີດຊຸດຝຶກອົບຮົມເຕັກນິການຂຽນຂ່າວລົງເວບໄຊສ໌ ແລະ ເພຈເຟສບຸກ ຂອງກົມຕຳຫຼວດຈະລາຈອນ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕຳຫຼວດຈະລາຈອນ, ມີບັນດາຫົວໜ້າພະແນກ-ຮອງພະແນກ, ວິທະຍາກອນຈາກກົມສື່ມວນຊົນ ປກສ, ນັກສຳມະນາກອນຈາກ ກົມຕຳ ຫຼວດຈະລາຈອນ ແລະ ພະແນກໂຄສະນາຂ່າວສານ-ຫ້ອງການເມືອງ ກົມໃຫຍ່ຕຳຫຼວດ ເຂົ້າຮ່ວມ.

ໃນການຝຶກອົບຮົມໃນຄັ້ງນີ້, ເພື່ອເປັນກະກຽມຄວາມພ້ອມທີ່ຈະໄດ້ເປີດນຳໃຊ້ ເວບໄຊສ໌ ແລະ ເພຈເຟສບຸກ ຂອງກົມຕຳຫຼວດຈະລາຈອນ ແລະ ທັງເປັນການຍົກສູງຄວາມຮູ້-ຄວາມສາມາດທາງດ້ານການຂຽນຂ່າວ, ຖ່າຍວິດີໂອ, ຖ່າຍຮູບ, ຕັດຕໍ່ຮູບ-ວິດີໂອ ເພື່ອລົງເວບໄຊສ໌ ແລະ ເພຈເຟສບຸກ ເພື່ອເປັນການໂຄສະນາ-ເຜີຍແຜ່ ບັນດານິຕິກຳ, ລະບຽບ-ກົດໝາຍ, ຄຳສັ່ງ, ແຈ້ງການ ທີ່ພົວພັນເຖິງວຽກງານວິຊາສະເພາະຂອງຕຳຫຼວດຈະລາຈອນ ໃຫ້ເຂົ້າເຖິງປະຊາຊົນ ຜູ້ໃຊ້ລົດໃຊ້ຖະໜົນ ຮັບຮູ້-ເຂົ້າໃຈລະບຽບການສັນຈອນ, ຂັບຂີ່ລົດຢ່າງມີສະຕິ ແລະ ຫຼຸດຜ່ອນ ອຸບັດຕິເຫດຕາມທ້ອງຖະໜົນ.