ກົມກວດກາ ສານປະຊາຊົນສູງສຸດ ໄດ້ຈັດພິທີສະຫຼຸບວຽກງານກວດກາ ປະຈໍາປີ 2017 ແລະ ວາງທິດທາງແຜນການ ປະຈໍາປີ 2018 ຂຶ້ນໃນວັນທີ 28-29 ມີນາ 2018 ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ ປະທານສານປະຊາຊົນສູງສຸດ, ມີຄະນະພັກ, ກົມ, ສະຖາບັນ, ສານປະຊາຊົນພາກກາງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ພົມມາ ສຸວັນນະພອນ ຮອງປະທານກວດກາ ຫົວໜ້າກົມກວດກາ ສານປະຊາຊົນສູງສຸດ ກ່າວວ່າ: ໃນປີ 2017 ຜ່ານມາ, ກົມກວດກາ ສານປະຊາຊົນສູງສຸດ ໄດ້ສຸມໃສ່ຕິດຕາມກວດກາຕາມພາລະບົດບາດຂອງຕົນ ໂດຍຖືເອົາການລາຍງານຂອງບັນດາກົມ, ຄະນະສານ ຂອງສານປະຊາຊົນສູງສຸດ ແລະ ສານປະຊາຊົນທ້ອງຖິ່ນ ເປັນບັນຫາສໍາຄັນ, ຜ່ານການຕິດຕາມກວດກາ ແມ່ນຍັງບໍ່ທັນພົບເຫັນການຈັດຕັ້ງ ແລະ ບຸກຄົນພະນັກງານ-ລັດຖະກອນ ມີການລະເມີດລະບຽບຫຼັກການ ແລະ ກົດໝາຍຢ່າງຮ້າຍແຮງຈົນເຖິງຂັ້ນປະຕິບັດວິໄນ; ນອກນີ້, ຍັງໄດ້ຮັບຄໍາຮ້ອງ-ຄໍາສະເໜີຂອງພົນລະເມືອງທີ່ກົມກວດກາໄດ້ຮັບ ມີ 14 ສະບັບ ແຕ່ບໍ່ມີຄໍາຮ້ອງທຸກ ຕໍ່ການຈັດຕັ້ງພັກ ແລະ ສະມາຊິກພັກ; ໃນນັ້ນ, ຄໍາຮ້ອງຄໍາສະເໜີຂອງພົນລະເມືອງຕໍ່ການຈັດຕັ້ງສານປະຊາຊົນຂັ້ນຕ່າງໆມີ 4 ສະບັບ ແລະ ຄໍາຮ້ອງ-ຄໍາສະເໜີຕໍ່ຜູ້ພິພາກສາ ຫຼື ຄະນະສານຕັດສິນ 10 ສະບັບ, ຈາກຄໍາຮ້ອງ-ຄໍາສະເໜີກົມໄດ້ຄົ້ນຄວ້າແກ້ໄຂຕາມພາລະບົດບາດສໍາເລັດ 10 ສະບັບ, ສົ່ງໃຫ້ພາກສ່ວນອື່ນແກ້ໄຂ 2 ສະບັບ, ກໍາລັງສືບຕໍ່ຄົ້ນຄວ້າ 2 ສະບັບ.

ໂອກາດດຽວກັນ, ທ່ານ ຄໍາພັນ ສິດທິດໍາພາ ໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາ ກົມກວດກາ ເອົາໃຈໃສ່ຕິດຕາມກວດກາບັນດາອົງການຈັດຕັ້ງ ແລະ ພະນັກງານທີ່ຂຶ້ນກັບສານປະຊາຊົນສູງສຸດໃຫ້ເປັນປົກກະຕິ ເພື່ອສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງຢູ່ພາຍໃນສານປະຊາຊົນສູງສຸດ, ກໍລະນີພົບເຫັນການຈັດຕັ້ງ ຫຼື ບຸກຄົນມີການສໍ້ລາດບັງຫຼວງຕ້ອງໃຊ້ມາດຕະການຢ່າງເດັດຂາດຕໍ່ຜູ້ລະເມີດ ແລະ ແກ້ໄຂຢ່າງເຂັ້ມງວດຕາມທີ່ກົດໝາຍກໍານົດໄວ້; ນອກນີ້, ບັນດາສະຫາຍຕ້ອງສືບຕໍ່ເປັນເຈົ້າການຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີຂອງພົນລະເມືອງທີ່ເຂົ້າມາສານປະຊາຊົນສູງສຸດ ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງບົນພື້ນຖານລະບຽບກົດໝາຍທັງຮັບປະກັນໃຫ້ມີຄວາມຍຸຕິທໍາ, ເດັດຂາດບໍ່ປ່ອຍໃຫ້ຄໍາຮ້ອງ ແລະ ຄໍາສະເໜີຂອງພົນລະເມືອງ ທີ່ເຂົ້າມາຖືກແກ່ຍາວ ຫຼື ຄ້າງ ໂດຍບໍ່ສົມເຫດສົມຜົນ.


ໃນກອງປະຊຸມ, ຍັງໄດ້ເຜີຍແຜ່ເຊື່ອມຊຶມບັນດາເອກະສານຂອງຄະນະກວດກາສູນກາງພັກກ່ຽວກັບວຽກງານກວດກາ ປະຈໍາປີ 2017 ໃຫ້ສະມາຊິກພັກ-ພະນັກງານທີ່ເຮັດວຽກກ່ຽວກັບການກວດກາຂອງສານປະຊາຊົນສູງສຸດ ເພື່ອເຮັດໃຫ້ສະມາຊິກຮັບຮູ້, ເຂົ້າໃຈ ແລະ ຖອດຖອນເອົາບົດຮຽນອັນລໍ້າຄ່າຂອງຄະນະກວດກາສູນກາງພັກກ່ຽວກັບວຽກງານກວດກາ ແລ້ວນໍາມາໝູນໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະຂອງກົມກວດກາ ສານປະຊາຊົນສູງສຸດ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.