ທ່ານ ບຸນເພັງ ສີນະວົງພອນ ຫົວໜ້າພະແນກຍຸຕິທໍາ ນະຄອນຫຼວງວຽງຈັນ ( ນວ ) ໃຫ້ຮູ້ວ່າ: ປີນີ້, ຄະນະພະແນກ ຈະສຸມໃສ່ແກ້ໄຂຂໍ້ຂັດແຍ່ງທົ່ວ ນວ ໃຫ້ມີຄວາມຖືກຕ້ອງ ແລະ ວ່ອງໄວ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນ ພ້ອມທັງມີການຕິດຕາມກວດກາວຽກງານຍຸຕິທໍາ, ໂຄສະນາເຜີຍແຜ່ກົດໝາຍ ແລະ ຄົ້ນຄວ້າ, ຢັ້ງຢືນຄວາມຖືກຕ້ອງຂອງເອກະສານຕ່າງໆ.

ທ່ານຫົວໜ້າພະແນກຍຸຕິທໍາ ນວ ໃຫ້ຮູ້ໃນກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2017 ແລະ ທິດທາງແຜນການປີ 2018 ວ່າ: ໃນປີນີ້, ຄະນະພະແນກ ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນເປັນກົກ ເພື່ອໃຫ້ເຂົາເຈົ້າກໍາແໜ້ນ ແລະ ເຊື່ອມຊຶມຕໍ່ແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ມີທັດສະນະຫຼັກໝັ້ນການເມືອງຈະແຈ້ງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ເປັນຕົ້ນແມ່ນການຈັດຕັ້ງວຽກງານຍຸຕິທໍາຮາກຖານຕ້ອງມີການຕິດຕາມກວດກາ ແລະ ຊຸກຍູ້ສະຫຼຸບຕີລາຄາປະເມີນຜົນການສ້າງຄອບຄົວ ແລະ ບ້ານປອດຄະດີ ຢູ່ 9 ຕົວເມືອງ, ໂຄສະນາເຜີຍແຜ່ກົດໝາຍທາງວິທະຍຸ ນວ, ຂັ້ນເມືອງ, ກຸ່ມບ້ານ, ບ້ານ ແລະ ໂຮງຮຽນ, ສືບຕໍ່ຄົ້ນຄວ້າ ແລະ ຢັ້ງຢືນຄວາມຖືກຕ້ອງຂອງເອກະສານທີ່ບຸກຄົນ ຫຼື ນິຕິບຸກຄົນ, ສະເໜີຂໍການຢັ້ງຢືນໃຫ້ຖືກຕ້ອງ ແລະ ວ່ອງໄວ ຄຽງຄູ່ກັບການຄົ້ນຄວ້າຄະດີທີ່ຍັງຄ້າງໃຫ້ວ່ອງໄວ, ຮັບປະກັນໃຫ້ຄະດີຄ້າງ ແລະ ຄະດີເຂົ້າໃໝ່ສາມາດປະຕິບັດໄດ້ດີຂຶ້ນ, ເກັບກໍາສະຖິຕິຄະດີແພ່ງ ແລະ ຄະດີອາຍາເຂົ້າໂປຼແກມສະຖິຕິໃຫ້ສໍາເລັດ.

ໃນປີຜ່ານມາ, ຄະນະພະແນກຍຸຕິທໍາ ນວ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ລັດຖະກອນ ປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດສະແດງອອກໃນສະຖິຕິຄະດີທີ່ເກີດຂຶ້ນຢູ່ ນະຄອນຫຼວງວຽງຈັນ ທີ່ຄ້າງມາ ແລະ ເຂົ້າໃໝ່ປີ 2016-2017 ມີຄະດີເກີດຂຶ້ນທັງໝົດ 9.709 ເລື່ອງ, ມີຄະດີແພ່ງ 2.997 ເລື່ອງ, ຄະດີອາຍາ 6.711 ເລື່ອງ ສາມາດຈັດຕັ້ງປະຕິບັດສໍາເລັດໄດ້ 261 ເລື່ອງ, ມີຄະດີແພ່ງ 88 ເລື່ອງ, ຄະດີອາຍາ 173 ເລື່ອງ, ພວມຈັດຕັ້ງປະຕິບັດ 8.533 ເລື່ອງ, ຄະດີແພ່ງ 2.411 ເລື່ອງ, ຄະດີອາຍາ 6.122 ເລື່ອງ, ສົ່ງໃຫ້ພາກສ່ວນອື່ນ 50 ເລື່ອງ, ຮັບ ເງິນປະຕິບັດທາງແພ່ງ ແລະ ເງິນໃຊ້ແທນຄ່າເສຍຫາຍທາງແພ່ງ ໄດ້ 8.310.638.042 ກີບ, ເງິນ 8.955.170 ບາດ ແລະ ເງິນໂດລາ 1.860.112 ໂດລາ.

ກອງປະຊຸມດັ່ງກ່າວ ຈັດຂຶ້ນ ໃນວັນທີ 28 ມີນານີ້, ເຂົ້າຮ່ວມ ໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທໍາ, ມີຮອງເຈົ້າຄອງ, ແຂກຮັບເຊີນ ແລະ ຫ້ອງການຍຸຕິທໍາ 9 ຕົວເມືອງ ເຂົ້າຮ່ວມ.