ການນຳກະຊວງປ້ອງກັນຄວາມສະຫງົບ ນຳໂດຍ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຈັດຂະບວນການແຂ່ງຂັນກິລາຍິງປືນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 57 ປີ ( 5 ເມສາ 1961-5 ເມສາ 2018) ແລະ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ ( 22 ມີນາ 1955-22 ມີນາ 2018 ) ໃນວັນທີ 28 ມີນາ 2018 ທີ່ສະໜາມກິລາຝຶກຊ້ອມຍິງປືນ 5 ເມສາ ກະຊວງ ປກສ, ໂດຍມີ ພົທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍຄະນະນຳກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ອ້ອມຂ້າງກະຊວງ ປກສ ເຂົ້າຮ່ວມ.

ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ກ່າວວ່າ: ການແຂ່ງຂັນກິລາຍິງປືນຄັ້ງນີ້ ນອກຈາກຈະເປັນການຂໍ່ານັບຮັບຕ້ອນວັນສຳຄັນດັ່ງກ່າວ ໃຫ້ມີບັນຍາກາດຟົດຟື້ນຍັງເປັນການຮັດແໜ້ນຄວາມສາມັກຄີເຊິ່ງກັນ ແລະ ກັນ ລະຫວ່າງຄະນະພັກ-ຄະນະບັນຊາຫຼັກແຫຼ່ງ ໃຫ້ມີຄວາມແໜ້ນແຟ້ນກວ່າເກົ່າ; ເຊິ່ງການແຂ່ງຂັນຍິງປືນ ປະກອບ ມີ 3 ສາຍຄື: ສາຍການນຳ VIP, ສາຍການນຳອ້ອມຂ້າງກະຊວງ ປກສ ແລະ ສາຍທົ່ວໄປ, ໂດຍການຍິງເປົ້າເຈ້ຍ ໄລຍະ 15 ເມັດ ແລະ ຍິງສຸດອັອບ 10 ເມັດ.

ຜົນການແຂ່ງຂັນ ໃຫ້ຮູ້ວ່າ: ຊະນະເລີດການນຳສາຍ VIP ແມ່ນ ພົຈວ ຄຳສາຍ ຈັນທະວົງ ໄດ້ຮັບຫຼຽນ 1 ໜ່ວຍ ພ້ອມເງິນ 8.000.000 ກີບ, ຮອງຊະນະເລີດ ໄດ້ແກ່ ພົຕ ກົງທອງ ພົງວິຈິດ ໄດ້ຮັບຫຼຽນ 1 ໜ່ວຍ ພ້ອມເງິນ 6.000.000 ກີບ ແລະ ອັນດັບ 3 ຕົກເປັນຂອງ ພັອ ບຸນເພັງ ສິດທິສັກ ໄດ້ຮັບຫຼຽນ 1 ໜ່ວຍ ພ້ອມເງິນ 4.000.000 ກີບ; ຕາງໜ້າມອບລາງວັນ ໂດຍ ພົທ ແສງນວນ ໄຊຍະລາດ; ສ່ວນຊະນະເລີດສາຍການນໍາອ້ອມຂ້າງ ກະຊວງ ປກສ ແມ່ນ ພັທ ຄຳເຜີຍ ຄຳດີ ໄດ້ຮັບຫຼຽນ 1 ໜ່ວຍ ພ້ອມເງິນ 6.000.000 ກີບ, ອັນດັບ 2 ໄດ້ແກ່ ພັທ ໄຄສີ ມີດາພອນ ຮັບຫຼຽນ 1 ໜ່ວຍ ພ້ອມເງິນ 4.000.000 ກີບ ແລະ ອັນດັບ 3 ຕົກເປັນຂອງ ພັອ ບຸນພາ ນັນທະວົງ ຮັບຫຼຽນ 1 ໜ່ວຍ ພ້ອມເງິນ 3.000.000 ກີບ ແລະ ຊະນະເລີດສາຍທົ່ວໄປ ແມ່ນ ຮອ ສຸລາພອນ ເຮືອງແພງສີໄດ້ຮັບຫຼຽນ 1 ໜ່ວຍ ພ້ອມເງິນ 6.000.000 ກີບ, ອັນດັບ 2 ໄດ້ແກ່ ພັທ ທອງພັນ ຈັນທະລາ ຮັບຫຼຽນ 1 ໜ່ວຍ ພ້ອມເງິນ 4.000.000 ກີບ ແລະ ອັນດັບ 3 ຕົກເປັນຂອງ ພັຕ ຄຳວົງ ອຸຕະລາ ໄດ້ຮັບຫຼຽນ 1 ໜ່ວຍ ພ້ອມເງິນ ຈຳນວນ 3.000.000 ກີບ.