ຄະນະຫ້ອງການກວດກາພັກ-ລັດ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ວາງທິດທາງປັບປຸງວຽກງານ ໃນປີ 2018 ນີ້, ໂດຍຈະຍົກສູງວຽກງານກວດກາພັກ-ລັດ ໃຫ້ໜັກແໜ້ນ-ເຂັ້ມແຂງ, ດໍາເນີນການກວດກາ ເປັນປົກກະຕິ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນຂົງເຂດວຽກງານໃຫ້ຫຼຸດລົງເທື່ອລະກ້າວ.

ທ່ານ ຕຸ້ຍຄໍາ ສິລິວົງ ປະທານກວດກາພັກ-ລັດ ເມືອງປາກງື່ມ ກ່າວໃນກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2017 ແລະ ວາງທິດທາງ ປີ 2018 ທີ່ຈັດຂຶ້ນໃນວັນທີ 27 ມີນາ 2018, ໂດຍການເຂົ້າຮ່ວມຂອງ ທ່ານ ລາດຊະນີວົງ ອະມະຣະທິທາດາ ຄະນະປະຈໍາພັກ ປະທານກວດກາພັກ ຫົວໜ້າພະແນກກວດກາລັດ ນະຄອນຫຼວງວຽງຈັນວ່າ: ຄະນະພັກ ຄະນະຫ້ອງການກວດກາພັກ-ລັດ ເມືອງປາກງື່ມ ຈະເອົາໃຈໃສ່ຍົກສູງວຽກງານກວດກາໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ, ດໍາເນີນການກວດກາເປັນປົກກະຕິ ໂດຍຫັນໃສ່ການປະສານສົມທົບກັບພາກສ່ວນກ່ຽວຂ້ອງໃຫ້ມີການຮ່ວມມືຫຼາຍຂຶ້ນ ເພື່ອເສີມຂະຫຍາຍທີ່ຕັ້ງ ແລະ ປັດໄຈໃໝ່, ແນໃສ່ສ້າງພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ກວດກາການຄຸ້ມຄອງບໍລິຫານລັດ ຕ້ານການສໍ້ລາດບັງຫຼວງ, ແກ້ໄຂຄໍາຮ້ອງຟ້ອງ, ຄໍາສະເໜີຂອງພະນັກງານ, ສະມາຊິກ ພັກ ແລະ ພົນລະເມືອງໃຫ້ຖືກຕ້ອງທັນເວລາ, ສຸມໃສ່ກວດກາການປະຕິບັດລະບຽບຂອງພັກ, ການປະຕິບັດໜ້າທີ່ການເມືອງຂອງຄະນະໜ່ວຍພັກ, ສະມາຊິກພັກ, ພະນັກງານ ແລະ ອົງການບໍລິຫານລັດ ຂັ້ນບ້ານໃຫ້ເລິກເຊິ່ງ ແລະ ເປັນປະຈໍາ, ປະຕິບັດຜົນການກວດກາໃຫ້ມີຄວາມສັກສິດ, ຖືເອົາກົດໝາຍເປັນສິ່ງຄໍ້າປະກັນ.


ໃນ 1 ປີຜ່ານມາ, ຄະນະນໍາຫ້ອງການກວດກາພັກ-ລັດ ເມືອງປາກງື່ມ ໄດ້ຕິດຕາມກວດກາການປະຕິບັດແນວນະໂຍບາຍຂອງພັກ-ລັດ ແຕ່ລະຫ້ອງການ, ບ້ານເປັນປົກກະຕິບົນພື້ນຖານຕິດຕາມກວດກາປະຕິບັດລະບຽບ, ມະຕິຄໍາສັ່ງ-ແຈ້ງການຕ່າງໆ ແລະ ໄດ້ເຂົ້າຮ່ວມຂະບວນກວດກາປະເມີນຜົນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ກໍ່ສ້າງຮາກຖານການເມືອງ ມີພະນັກງານ-ລັດຖະກອນ ເຂົ້າຮ່ວມທັງໝົດ 865 ສະຫາຍ ຍິງ 423 ສະຫາຍ, ຈັດຕັ້ງປະຕິບັດຕາມບົດແນະນໍາດໍາລັດ ວ່າດ້ວຍການແຈ້ງຊັບສິນ ເລກທີ 46/ອກລ, ລົງວັນທີ 20 ກຸມພາ 2017 ແລະ ມະຕິຕົກລົງວ່າດ້ວຍການແຕ່ງຄະນະຮັບຜິດຊອບຊີ້ນໍາ-ນໍາພາການແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນທີ່ຂຶ້ນກັບເມືອງຄຸ້ມຄອງມີຜົນສໍາເລັດ.