ເສັ້ນເລືອດຝອຍຂອງທຸກຄົນອາດມີອາການຕີບຕັນ ເປັນເສັ້ນເລືອດເປື້ອນທີ່ເກີດຈາກຂີ້ເຫຍື້ອ ຫຼາຍຊະນິດເຊັ່ນ: ໄຂມັນນໍ້າຕານ, ສານເຄມີ, ກົດຢູຣິກ ແລະອື່ນໆ ເຮັດໃຫ້ເກີດອາການຕ່າງໆເຊັ່ນ: ພະຍາດຄວາມດັນເລືອດສູງ, ເລືອດໄຫຼວຽນບໍ່ສະດວກ, ແຂນຂາຊາ ແລະ ກ້າມຊີ້ນອ່ອນແຮງ.

ອາການດັ່ງກ່າວເກີດຈາກຫຼອດເລືອດເປື້ອນ ເຮັດໃຫ້ຊ່ອງທາງການໄຫຼວຽນຂອງເລືອດແຄບລົງ ແລະ ສາມາດເກີດອາການຊັອກໝົດສະຕິ, ເປັນອຳມະພາດ ແລະ ຫົວໃຈວາຍໄດ້.

ເສັ້ນເລືອດຝອຍຕີບຕັນນັ້ນ ຕົ້ນເຫດແທ້ໆເກີດຈາກການກິນອາຫານປະເພດໄຂມັນຫຼາຍ, ຂອງຫວານ ແລະ ການສະສົມສານພິດຕ່າງໆ  ແບບບໍ່ຮູ້ຕົວ ຈົນກາຍເປັນຂີ້ເຫຍື້ອພິດໃນຮ່າງກາຍ.ຖ້າຫາກເຮົາຍັງຮັບປະທານເລື້ອຍໆ ແລະ ໃຊ້ຊີວິດແບບປະໝາດ ອາດຈະເຮັດໃຫ້ເກີດພະຍາດຕ່າງໆຢ່າງຮ້າຍແຮງໄດ້ແບບຄາດຄິດ. ສະນັ້ນ, ເຮົາຄວນຫາວິທີປ້ອງກັນໄວ້ກ່ອນ ດ້ວຍວິທີລ້າງເສັ້ນເລືອດຝອຍໃຫ້ສະອາດແບບທຳມະຊາດບຳບັດ ດັ່ງລຸ່ມນີ້.

ສ່ວນປະສົມ

–    ອ້ອຍດຳ ຫຼື ອ້ອຍແດງ 7 ຂໍ້ (ນັບຕາມ ຂໍ້ທີ່ນູນອອກມາ)

–    ໃບເຕີຍ 3 ໃບ

ໝາຍເຫດ: ອ້ອຍດໍາ ຫຼື ອ້ອຍແດງ ບໍ່ແມ່ນອ້ອຍທີ່ນໍາມາບີບເອົານໍ້າຕານ ຫຼື ອ້ອຍລຳຂຽວໆ ທີ່ຄັ້ນນໍ້າອ້ອຍຂາຍ ທົ່ວໄປ; ອ້ອຍດຳ ຫຼື ອ້ອຍແດງ ເປັນລຳຕົ້ນສີແດງເຂັ້ມຈົນດຳ. ປັດຈຸບັນນິຍົມປູກໄວ້ສວນ, ເປັນໄມ້ມຸງຄຸນ ຫາມາປູກໄວ້ໄດ້ງ່າຍໆ ແລະ ບໍ່ເປືອງເນື້ອທີ່.

ວິທີເຮັດ: ນໍາອ້ອຍດໍາມາລ້າງໃຫ້ສະອາດ, ບໍ່ຕ້ອງປອກເປືອກ, ຕັດເປັນທ່ອນໆ ໃຊ້ທັງປ້ອງ ທັງໝົດຂໍ້ 7 ຂໍ້ ແລ້ວຜ່າເປັນຕ່ອນນ້ອຍໆ ຫຼື ຈະທຸບໃຫ້ຂໍ້ແຕກແລ້ວແຕ່ຄວາມສະດວກ. ຈາກນັ້ນ, ໃຫ້ຕື່ມນ້ຳສະອາດພໍຖ້ວມອ້ອຍ, ໃບເຕີຍ 3 ໃບລ້າງໃຫ້ສະອາດ ແລ້ວໃຊ້ມີດຕັດ ຫຼື ມີດຊອຍເປັນຕ່ອນນ້ອຍໆໃສ່ລົງໄປ ພໍນໍ້າຟົດແລ້ວ ໃຫ້ຫຼຸດໄຟລົງ ປານກາງ, ຕົ້ມຄ່ຽວຕໍ່ອີກປະມານ 30 ນາທີ ຫ້າມໃສ່ນໍ້າຕານໂດຍເດັດຂາດ ສູດນີ້ປ້ອງກັນພະຍາດອຳມະພຶກ ອຳມະພາດໄດ້ດີ.

ເມື່ອເຮັດສຳເລັດແລ້ວ, ນໍ້າທີ່ໄດ້ຈະມີລົດຊາດຫວານນ້ອຍໆຈາກອ້ອຍ, ມີກິ່ນຫອມຈາກໃບເຕີຍ ຈະດື່ມແບບອຸ່ນ ຫຼື ເຢັນກໍໄດ້, ພະຍາ ຍາມດື່ມນ້ຳຕົ້ມນັ້ນເລື້ອຍໆ ທັງຮ້ອນທັງເຢັນ ຕາມທີ່ມັກໃຫ້ດື່ມເລື້ອຍໆຕິດຕໍ່ກັນປະມານ 7-10 ມື້ ຫຼື ຈົນກວ່າຈະຮູ້ສຶກຕົວເບົາສະບາຍ ຫຼື ຄວາມດັນເລືອດຫຼຸດລົງ ເມື່ອຮູ້ສຶກອຶດອັດໃຫ້ເຮັດກິນໃໝ່ອີກ, ເຊິ່ງນ້ຳຕົ້ມ ດັ່ງກ່າວບໍ່ມີຜົນຂ້າງຄຽງໃດໆ.

ຄຸນປະໂຫຍດທາງການຢາຂອງອ້ອຍດຳ ແລະ  ອ້ອຍແດງ ແລະ ໃບເຕີຍ

–    ເປືອກ: ລົດຊາດຫວານຂົມ  ສາມາດນຳມາເປັນຢາປິ່ນປົວບາດແຜເນົ່າເປື່ອຍ, ລຳຕົ້ນ ກັບ ນ້ຳອ້ອຍ ລົດຊາດ ຫວານຂົມຊຸ່ມ ແກ້ຮ້ອນໃນ, ຂັບຍ່ຽວ, ຂັບຂີ້ເທີ່, ແກ້ຫອບຫືດ, ແກ້ອາການປວດຮາກ, ແກ້ໄຂ້, ຂັບໜິ້ວ, ແກ້ຊ້ຳ, ແກ້ອາການຍຶ່ງທ້ອງ, ບຳລຸງກະເພາະອາຫານ, ບຳລຸງທາດ.

  • ໃບເຕີຍ ຫຼື ເຕີຍຫອມ:

– ໃບເຕີຍ: ມີຣົດຊາດຫວານ, ຫອມ ແລະ ເຢັນ ເປັນຢາບຳລຸງຫົວໃຈ, ແກ້ພິດໄຂ້, ເປັນຢາຊູກຳລັງ ແລະ ກິ່ນຂອງໃບເຕີຍ ຍັງເຮັດໃຫ້ສົດຊື່ນແຈ່ມໃສນຳອີກ.