ໃນຕອນເຊົ້າວັນທີ 28 ພະຈິກ 2022 ທີ່ທຳນຽບປະທານປະເທດ, ການນຳຂັ້ນສູງພັກ-ລັດ ແຫ່ງ ສປປ ລາວ ນຳໂດຍ:
- ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມດ້ວຍພັນລະຍາ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ
- ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ
- ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ
- ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການ ປະທານປະເທດ
- ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ
ໄດ້ເປັນກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອວຍພອນຂອງທູຕານຸທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ລາວ, ເຊິ່ງນຳໂດຍ ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈຳ ສປປ ລາວ (ເຮັດໜ້າທີ່ແທນທູດອາວູໂສ) ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ (2 ທັນວາ 1975-2 ທັນວາ 2022) ແລະ ປີໃໝ່ສາກົນ ປີ 2023 ທີ່ໃກ້ຈະມາເຖິງນີ້.
ໃນໂອກາດດັ່ງກ່າວ, ທ່ານ ຫງວຽນ ບ໋າ ຮຸ່ງ ໄດ້ຕາງໜ້າຄະນະທູຕານຸທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ຂຶ້ນກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ທີ່ສາມາດຍາດໄດ້ຕະຫຼອດໄລຍະ 47 ປີຜ່ານມາ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສະແດງຄວາມຊົມເຊີຍຕໍ່ພັກ-ລັດຖະບານລາວ ທີ່ມີຜົນສຳເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນແຕ່ລະໄລຍະ, ເຊິ່ງໄດ້ຊີ້ໃຫ້ເຫັນວ່າ ສປປ ລາວ ສາມາດບັນລຸຜົນສຳເລັດອັນໂດດເດັ່ນໃນຫຼາຍດ້ານ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ທ່ານ ຫງວຽນ ບ໋າ ຮຸ່ງ ທີ່ໄດ້ຕາງໜ້າຄະນະທູຕານຸທູດ ແລະ ບັນດາຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ມີຄຳເຫັນ ແລະ ຄຳອວຍພອນອັນຈົບງາມ.
ປະທານປະເທດ ຍັງໄດ້ມີຄຳເຫັນວ່າ: ຕະຫຼອດໄລຍະ 47 ປີ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສປປ ລາວ ໄດ້ຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກນາໆປະການ, ສາມາດຍາດໄດ້ຜົນສຳເລັດເປັນກ້າວໆມາໃນຫຼາຍດ້ານ, ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ, ເສດຖະກິດ ໄດ້ຮັບການຂະຫຍາຍຕົວເປັນກ້າວໆ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງນັບມື້ດີຂຶ້ນ, ເຊິ່ງທັງໝົດນີ້ ເປັນການສ້າງເງື່ອນໄຂທີ່ດີຫຼາຍດ້ານທີ່ຈະເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026 ນີ້.