ເມື່ອກ້າວເຂົ້າສູ່ລະດູການເກັບກ່ຽວເຂົ້ານາປີ ຫຼາຍບ້ານ ກໍຄື ຫຼາຍຄອບຄົວ ກໍໄດ້ລົງມືເກັບກ່ຽວເຂົ້າແລ້ວ, ແຕ່ກໍມີບາງສ່ວນທີ່ຍັງບໍ່ທັນເກັບກ່ຽວ ເນື່ອງຈາກເຂົ້າຍັງບໍ່ທັນສຸກເຕັມທີ່. ດັ່ງນັ້ນ, ເພື່ອລໍຖ້າການເກັບກ່ຽວເຂົ້າ ປະຊາຊົນຫຼາຍບ້ານກໍຫັນມາເຮັດເຂົ້າເໝົ້າ ເພື່ອຈໍາໜ່າຍເປັນສິນຄ້າ ເປັນຕົ້ນແມ່ນ ປະຊາຊົນບ້ານໂນນຮັງ ເມືອງຈໍາພອນ ແຂວງສະຫວັນນະເຂດ, ເຊິ່ງມີຊື່ສຽງມາແຕ່ດົນນານແລ້ວ ໃນເລື່ອງຂອງການເຮັດເຂົ້າເໝົ້າຂາຍ ແລະ ກໍເປັນອີກອາຊີບໜຶ່ງທີ່ພາໃຫ້ປະຊາຊົນຊາວໄຮ່ນາ ສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍສະເລ່ຍລາຍຮັບຄອບຄົວໜຶ່ງບໍ່ຕ່ຳກວ່າ 50 ລ້ານກີບຕໍ່ປີ.

ທ່ານ ສຸວັນນະ ໄຊຍະວົງສາ ນາຍບ້ານໂນນຮັງ ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ ວ່າ:

ບ້ານໂນນຮັງ ມີປະຊາກອນທັງໝົດ ຈໍານວນ 1.117 ຄົນ ຍິງ 654 ຄົນ, ມີ 131 ຄອບຄົວ, ປະຊາຊົນສ່ວນໃຫຍ່ມີອາຊີບປູກຝັງ-ລ້ຽງສັດ ເປັນຕົ້ນຕໍ; ການຜະລິດເຂົ້າເໝົ້າ ແມ່ນເປັນສິນຄ້າປະຈໍາບ້ານອີກຢ່າງໜຶ່ງທີ່ປະຊາຊົນພວມເຮັດການຜະລິດເປັນສິນຄ້າ ເຊິ່ງມີຈໍານວນ 50 ກວ່າຄອບຄົວໄດ້ເຮັດການຜະລິດເຂົ້າເໝົ້າ.

ໃນການຜະລິດເຂົ້້າເໝົ້າ ແມ່ນໄດ້ແບ່ງອອກເປັນ 2 ໄລຍະ ຄື: ນັບແຕ່ທ້າຍເດືອນສິງຫາ ຫາ ຕົ້ນເດືອນພະຈິກ (ເຂົ້ານາປີ) ແລະ ເດືອນມີນາ ຫາ ເດືອນເມສາ (ເຂົ້ານາແຊງ). ປັດຈຸບັນ, ເຫັນວ່າ ຄວາມຮຽກຮ້ອງຕ້ອງການເຂົ້າເໝົ້າຕາມທ້ອງຕະຫຼາດ ແມ່ນມີສູງ ແລະ ມີລາຄາດີກວ່າປີກ່ອນຫຼາຍ ເນື່ອງຈາກວ່າເຂົ້າໃນປີນີ້ມີລາຄາສູງຂຶ້ນ, ນໍ້າມັນມີລາຄາແພງ, ເກີດໄພແຫ້ງແລ້ງນໍ້າບໍ່ພຽງພໍ ໃນການປັກດໍາເຂົ້ານາປີ ສົ່ງຜົນໃຫ້ເຂົ້າມີຜົນຜະລິດໜ້ອຍ; ດັ່ງນັ້ນ, ເຂົ້າຈຶ່ງບໍ່ພຽງພໍຕໍ່ຄວາມຕ້ອງການ ໃນການຜະລິດເຂົ້າເໝົ້າ.

ທ້າວ ແອ່ງ ແລະ ນາງ ແຫຼ້ ໄຊຍະເສນ ອາຊີບຊາວນາ ປະຊາຊົນບ້ານໂນນຮັງ ຜູ້ທີ່ເຮັດການຜະລິດເຂົ້າເໝົ້າຕົວຈິງ ກ່າວວ່າ:

ສໍາລັບການຜະລິດເຂົ້າເໝົ້າ ໃນປີນີ້ ແມ່ນສາມາດເວົ້າໄດ້ວ່າມີລາຄາດີຫຼາຍ ເນື່ອງຈາກວ່າຕະຫຼາດມີຄວາມຕ້ອງການສູງ ໂດຍມີລາຄາ 40.000 ກີບຕໍ່ກິໂລກຼາມ; ເຊິ່ງສະເລ່ຍລາຍຮັບພາຍໃນປີ 2022 ແມ່ນສາມາດຂາຍໄດ້ເກືອບ 50 ລ້ານກີບ, ຖ້າທຽບໃສ່ປີກ່ອນ ມີລາຍຮັບພຽງແຕ່ 10-20 ລ້ານກີບເທົ່ານັ້ນ.

ເຖິງແມ່ນວ່າຈະມີລາຍຮັບສູງຂຶ້ນກວ່າປີກ່ອນ ແຕ່ກໍມີຂໍ້ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນແມ່ນ ຕົ້ນທຶນການຊື້ເຂົ້າສູງຂຶ້ນເຖິງ 5.000 ກີບຕໍ່ກິໂລກຼາມ, ເຂົ້າເປືອກບໍ່ພຽງພໍກັບຄວາມຕ້ອງການ ແລະ ອື່ນໆ.

ນາງ ແຫຼ້ ໄຊຍະເສນ ຍັງເວົ້າຕື່ມອີກ ວ່າ: ພາຍຫຼັງທີ່ຫັນມາຜະລິດເຂົ້າເໝົ້າຂາຍ ເຫັນໄດ້ວ່າ ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນຫຼາຍ ເມື່ອທຽບໃສ່ກັບເມື່ອກ່ອນ.

ໂອກາດດັ່ງກ່າວ, ທາງອໍານາດການປົກຄອງບ້ານ ກໍຄື ປະຊາຊົນບ້ານໂນນຮັງ ກໍໄດ້ຮຽກຮ້ອງມາຍັງອໍານາດການປົກຄອງແຕ່ລະຂັ້ນພາຍໃນແຂວງ ຈົ່ງໃຫ້ການຊ່ວຍເຫຼືອໃນການກໍ່ສ້າງຊົນລະປະທານ ເພື່ອກັກເກັບນໍ້າໄວ້ຜະລິດເຂົ້ານາປີ ກໍຄື ນາແຊງ. ທັງນີ້, ກໍເພື່ອໃຫ້ສາມາດຜະລິດເຂົ້າເໝົ້າໃຫ້ພຽງພໍຕໍ່ກັບຄວາມຕ້ອງ ການຂອງຕະຫຼາດໄດ້.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!