ໜ່ວຍແມ່ຍິງ ກອງພັນ 205 ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງປ້ອງກັນຄວາມສະຫງົບ ເປີດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານນຳພາ ໄລຍະ 5 ປີ ແລະ ວາງທິດທາງແຜນການ 5 ປີຕໍ່ໜ້າ ໃນວັນທີ 28 ພະຈິກ 2022, ເປັນປະທານໂດຍ ພັທ ນາງ ດາລານຸດ ວົງສະຫວັດ ຫົວໜ້າໜ່ວຍແມ່ຍິງ ກອງພັນ 205, ໂດຍມີ ພັທ ດວງສະໝອນ ອຸລະມະນີວົງ ຫົວໜ້າກອງພັນ 205, ພັທ ນາງ ທອງລອນ ແສງດາວເຮືອງ ຄະນະສະຫະພັນແມ່ຍິງ ກອງບັນຊາການປ້ອງກັນທີ່ຕັ້ງ ພ້ອມດ້ວຍຄະນະໜ່ວຍແມ່ຍິງ 4 ຫ້ອງ 2 ກອງພັນ, ຄະນະໜ່ວຍຊາວໜຸ່ມກອງພັນ ແລະ ເອື້ອຍ-ນ້ອງສະມາຊິກແມ່ຍິງ ທົ່ວກອງພັນ 205 ເຂົ້້າຮ່ວມ.

ພັທ ນາງ ດາລານຸດ ວົງສະຫວັດ ຫົວໜ້າໜ່ວຍແມ່ຍິງ ກອງພັນ 205

ໃນກອງປະຊຸມ, ຮທ ນາງ ສຸລານີວັນ ນະວົງໄຊ ຄະນະໜ່ວຍແມ່ຍິງ ກອງພັນ 205 ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານນຳພາ ໄລຍະ 5 ປີ, ຄະນະໜ່ວຍແມ່ຍິງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາ-ແນວຄິດ ໃຫ້ສະມາຊິກແມ່ຍິງເປັນປົກກະຕິຕໍ່ເນື່ອງ ດ້ວຍຫຼາຍຮູບການ, ຫຼາຍເນື້ອໃນ ໂດຍການນຳພາເຂົ້າຮ່ວມເຊື່ອມຊຶມເອກະສານມູນເຊື້ອຕ່າງໆຂອງພັກ-ຂອງຊາດ ທີ່ກອງພັນຈັດຂຶ້ນ ມີ 25 ຄັ້ງ ແລະ ມີ 13 ສະຫາຍ.

ເຂົ້າຮ່ວມກອງ ປະຊຸມນຳສະຫະພັນແມ່ຍິງກອງບັນຊາ ການປ້ອງກັນທີ່ຕັ້ງ  ແລະ  ໜ່ວຍ 65 ຄັ້ງ ມີ 10 ສະຫາຍ; ນອກນີ້, ຍັງໄດ້ສຸມໃສ່ປັບປຸງການຈັດຕັ້ງຂອງຕົນໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ,  ເຂັ້ມແຂງ ທາງດ້ານການຈັດຕັ້ງປັບປຸງແບບແຜນວິທີເຮັດວຽກຂອງຄະນະໜ່ວຍໃຫ້ມີ ຄວາມເປັນເອກະພາບຕາມເງື່ອນໄຂ ຕົວຈິງ,  ຕິດພັນກັບຂໍ້ແຂ່ງຂັນ  3  ດີທີ່ ສະຫະພັນແມ່ຍິງລາວວາງອອກ, ຕິດພັນ ກັບ 4 ຄາດໝາຍ, 4 ບຸກ ທະລຸ, 13 ແຜນ ຍຸດທະສາດຂອງກອງພັນ  ແລະ ຂໍ້ແຂ່ງ ຂັນ 3 ດີທີ່ໄດ້ຈັບມືແຂ່ງຂັນກັບແຕ່ລະ ໜ່ວຍແມ່ຍິງໃນແຕ່ລະປີ.

ໃນໂອກາດດັ່ງກ່າວ ພັທ ດວງສະໝອນ  ອຸລະມະນີວົງ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນ ງານ-ຜົນສຳເລັດທີ່ໜ່ວຍແມ່ຍິງຍາດ ມາໄດ້ໃນ 5 ປີ ຜ່ານມາ, ພ້ອມທັງເນັ້ນ ໜັກໃຫ້ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກແມ່ຍິງໃນໜ່ວຍ  ມີແນວຄິດອຸ່ນອຽນທຸ່ນທ່ຽງມີຄວາມ ຈົງຮັກພັກດີຕໍ່ພັກ-ລັດ ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ,  ຕັ້ງໜ້າແກ້ ໄຂປະກົດການຫຍໍ້ທໍ້ພາຍໃນໜ່ວຍແມ່ ຍິງໃຫ້ໝົດໄປ, ສືບຕໍ່ປັບປຸງການຈັດຕັ້ງ ແມ່ຍິງໃຫ້ສອດຄ່ອງກັບສະພາບຕົວຈິງ ມີແບບແຜນວິທີເຮັດວຽກສາມາດເປັນ ພະນັກງານສືບທອດປ່ຽນ ແທນໄດ້ຕໍ່ໜ້າ,  ເອົາໃຈໃສ່ນຳພາສະມາຊິກປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຕິດພັນກັບ 4 ຄາດ ໝາຍ, 4 ບຸກທະລຸ, 10 ແຜນວຽກຍຸດ ທະສາດຂອງກົມກອງວາງອອກຄັດເລືອກ ໄດ້ແມ່ຍິງ 3 ດີ ໃຫ້ໄດ້ 90% ຂຶ້ນໄປ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!