ວັນທີ 24 ພະຈິກ ນີ້, ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ-ປ້ອງກັນກໍາລັງ ປະຈໍາປີ 2021-2022 ແລະ ທິດທາງແຜນການປີ 2023, ເຂົ້າຮ່ວມມີ ພັອ ກົງຈັນ ໄຊປັນຍາ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ ແລະ ມີບັນດາຫົວໜ້າຫ້ອງອ້ອມຂ້າງ ປກສ ແຂວງ, ກອງບັນຊາການ ປກສ ເມືອງ 7 ຕົວເມືອງ, ຫົວໜ້າພະແນກ, ພະນັກງານກວດກາຮາກຖານພັກ-ກວດກາໜ່ວຍພັກເຂົ້າຮ່ວມ.

ພັທ ຄໍາໄມ ແກ່ນຄໍາຈັນ ຮອງປະທານກວດກາຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ທັງເປັນຜູ້ຊີ້ນໍາວຽກງານກວດກາ-ປ້ອງກັນກໍາລັງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກວດກາ-ປ້ອງກັນກໍາລັງ ປະຈໍາປີ 2021-2022 ແລະ ທິດທາງແຜນການປີ 2023 ວ່າ: ໃນໄລຍະຜ່ານມາ, ໄດ້ດໍາເນີນຄະດີຕໍ່ນາຍຕໍາຫຼວດທີ່ລະເມີດກະທໍາຜິດຕໍ່ລະບຽບກົດໝາຍມີທັງໝົດ 31 ເລື່ອງ, ແກ້ໄຂສໍາເລັດທັງໝົດ 25 ເລື່ອງ, ກໍາລັງດໍາເນີນ 4 ເລື່ອງ, ສົ່ງກົມດໍາເນີນ 2 ເລື່ອງ.

ໃນກອງປະຊຸມ, ຄະນະຮັບຜິດຊອບຍັງ ໄດ້ຜ່ານມະຕິຕົກລົງຄະນະຮັບຜິດຊອບ ຄົ້ນຄວ້າວິໄນນາຍ ແລະ ພົນຕໍາຫຼວດ ແລະ ຂໍ້ຕົກລົງ ວ່າດ້ວຍການກໍານົດ ເລກລະຫັດກົງຈັກການຈັດຕັ້ງຂອງກອງບັນຊາການ ປກສ ແຂວງ, ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກໍາມະການ ວິໄນກໍາລັງປ້ອງກັນຄວາມສະຫງົບ, ຄໍາສັ່ງ ວ່າດ້ວຍການເພີ່ມທະວີວຽກງານປ້ອງກັນກໍາລັງໃນສະພາບການໃໝ່, ຈາກນັ້ນ, ຕາງໜ້າຫ້ອງ ແລະ ບັນ ດາກອງບັນຊາການ ປກສ ເມືອງ ກໍໄດ້ປະກອບຄໍາຄິດເຫັນຕໍ່ທີ່ປະຊຸມຢ່າງກົງໄປກົງມາ ເພື່ອເຮັດໃຫ້ບົດສະຫຼຸບ ແລະ ທິດທາງແຜນການມີເນື້ອໃນ ເເທດເໝາະ, ສອດຄ່ອງ ແລະ ຄົບຖ້ວນສົມບູນ ສາມາດນຳໄປຈັດຕັ້ງປະຕິບັດໃນຕໍ່ໜ້າໄດ້ຮັບຜົນດີຂຶ້ນກວ່າເກົ່າ.

ພັອ ກົງຈັນ ໄຊປັນຍາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການຊີ້ນຳ-ນໍາພາ, ການຈັດຕັ້ງປະຕິບັດວຽກງານກວດກາ-ປ້ອງກັນກໍາລັງໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະຮັບຜິດຊອບວຽກງານກວດກາ-ປ້ອງກັນກໍາລັງທຸກຂັ້ນ ຈົ່ງເອົາໃຈໃສ່ຕິດຕາມກວດກາທຸກບັນຫາຫາງສຽງຂອງນາຍຕໍາຫຼວດຢ່າງລະອຽດ, ຄົ້ນຄວ້າໃຫ້ລະອຽດແທດເໝາະ ແລະ ແກ້ໄຂໃຫ້ທ່ວງທັນ ແລະ ເຂັ້ມງວດຕາມລະບຽບຂອງກໍາລັງປ້ອງກັນຄວາມສະຫງົບວາງອອກ.