ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ຈັດຕັ້ງປາຖະກະຖາມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ (2 ທັນວາ 1975-2 ທັນວາ 2022) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ (13 ທັນວາ 1920-13 ທັນວາ 2022), ປາຖະກະຖາໂດຍ ພັອ ທອງພັດ ແສນສຸວັນ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ໂດຍມີພະນັກງານຫຼັກແຫຼ່ງທົ່ວກອງບັນຊາການ ເຂົ້າຮ່ວມ ໃນວັນທີ 30 ພະຈິກ 2022.

ວັນຊາດທີ 2 ທັນວາ ແມ່ນມູນເຊື້ອອັນອົງອາດກ້າຫານຂອງບັນພະບູລຸດລາວ ໃນສະໄໝຕໍ່ສູ້ກູ້ຊາດຕ້ານພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດ, ສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975.

ພ້ອມກັນນັ້ນ, ພັອ ທອງພັດ ແສນສຸວັນ ຍັງໄດ້ຍົກໃຫ້ເຫັນເຖິງມູນເຊື້ອອັນພິລະອາດຫານ ແລະ ຜົນງານຂອງ ປະທານ ໄກສອນ ພົມວິຫານ ແລະ ຜົນງານອັນໃຫຍ່ຫຼວງ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເຮັດໃຫ້ບັນດາພະນັກງານຫຼັກແຫຼ່ງ ມີຄວາມຮັບຮູ້ເຂົ້າໃຈ ແລະ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອປະຫວັດສາດ ແລະ ວິລະກຳຂອງບັນດາວິລະບູລຸດ ໃນອະດີດທີ່ໄດ້ສ້າງຜົນງານອັນໃຫຍ່ຫຼວງໄວ້, ຄຸນງາມຄວາມດີອັນໃຫຍ່ຫຼວງຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງພວກເຮົາ ເພື່ອຮໍ່າຮຽນເອົາຄຸນສົມບັດທັດສະນະປະຕິວັດແບບແຜນໃນການນຳພາ, ແບບແຜນການດຳລົງຊີວິດ ແລະ ອຸດົມການປະຕິວັດຂອງ ປະທານ ໄກສອນ ພົມວິຫານ, ພະນັກງານຫຼັກ ແຫຼ່ງຕ້ອງເສີມຂະຫຍາຍມູນເຊື້ອຮັກຊາດ, ມູນເຊື້ອຕໍ່ສູ້ອັນອົງອາດກ້າຫານ, ມູນເຊື້ອສາມັກຄີພາຍໃນຊາດ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ.

ຂ່າວໃຫ້ຮູ້ຕື່ມອີກວ່າ: ວັນທີ 28 ພະຈິກ, ປົກຄອງເມືອງໄຊເສດຖາ ກໍໄດ້ຈັດປາຖະກະຖາຫວນຄືນມູນເຊື້ອ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ປາຖະກະຖາໂດຍ ທ່ານ ເຂັມເພັດ ແພງດວງຈັນ ອະດີດຫົວໜ້າຄະນະໂຄສະນາອົບຮົມ ນວ, ມີບັນດາກຳມະການພັກ, ຫົວໜ້າຫ້ອງການ, ເລຂາໜ່ວຍພັກ, ນາຍບ້ານ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ ທົ່ວເມືອງໄຊເສດຖາ ເຂົ້າຮ່ວມ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!