ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ຕາງໜ້າໂດຍ ກົມໃຫຍ່ພະລາທິການ ປກສ ກັບ ໂຮງພິມໂຊກພາໄຊ ຈຳກັດ ໃນໂຄງການພັດທະນາປຶ້ມຜ່ານແດນທຳມະດາ ໃຫ້ເປັນປຶ້ມຜ່ານແດນແບບເອເລັກໂຕຣນິກຝັງຊິບ (E-Borderpass) ມູນຄ່າການລົງທຶນ 18.666.000 ໂດລາສະຫະລັດ, ລົງນາມໃນວັນທີ 29 ພະຈິກ 2022 ລະຫວ່າງ ພົຈວ ໜູຈອນ ກ້ອນທອງດຳ ຮອງຫົວໜ້າກົມໃຫຍ່ພາລະທິການ ປກສ ແລະ ທ່ານ ນາງ ສຸນັດຕາ ລິດປັນຍາ ອຳນວຍການໂຮງພິມໂຊກພາໄຊ ຈຳກັດ, ເຂົ້າຮ່ວມເປັນສັກຂີພະຍານໂດຍ ພົທ ກົງທອງ ພົງວິຈິດ  ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຄະນະພັກ-ຄະນະບັນຊາ ອ້ອມຂ້າງ ກະຊວງ, ກົມໃຫຍ່ພະລາທິການ ແລະ ບໍລິສັດ ເຂົ້າຮ່ວມ.

ພັອ ພູທອນ ພົນໂພສີລາຫົງ ຫົວໜ້າກົມຄຸ້ມຄອງການຜະລິດທຸລະກິດ ກົມໃຫຍ່ພະລາທິການ ກ່າວວ່າ:

ການຈັດຕັ້ງປະຕິບັດການລົງທຶນ ເພື່ອພັດທະນາໂຄງການດັ່ງກ່າວ ມີຄວາມປະສົງຂໍຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ໃນການພັດທະນາປຶ້ມຜ່ານແດນແບບທຳມະດາ ໃຫ້ເປັນປຶ້ມຜ່ານແດນແບບເອເລັກໂຕຣນິກຝັງຊິບ (E-Borderpass) ທີ່ກວດອ່ານດ້ວຍເຄື່ອງມືທັນສະໄໝ.

ພາຍຫຼັງໄດ້ຮັບທິດຊີ້ນຳຈາກ ກົມວິຊາສະເພາະ ຈັດຕັ້ງປະຕິບັດຕາມພາລະບົດບາດຕາມທິດຊີ້ນໍາຂອງຂັ້ນເທິງ ບົນພື້ນຖານລະບຽບກົດໝາຍທີ່ກ່ຽວ ຂ້ອງ, ຈຶ່ງໄດ້ຄົ້ນຄວ້າປຶກສາຫາລືຮ່ວມກັບ ບໍລິສັດ ເພື່ອເອກະພາບທາງດ້ານເນື້ອໃນຂອງແຕ່ລະຝ່າຍທີ່ມີຄວາມສົນໃຈຮ່ວມກັນ, ໄດ້ສັງລວມເອົາເຂົ້າຄົ້ນຄວ້າ ໃນກອງປະຊຸມຄະນະກຳມະການຄົ້ນຄວ້າ ການສະເໜີຂໍລົງທຶນຂອງບຸກຄົນ ຫຼື ນິຕິບຸກຄົນ ຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ຄັ້ງວັນທີ 6 ກັນຍາ 2022; ເຊິ່ງຜົນຂອງກອງປະຊຸມ ແມ່ນເຫັນດີໃຫ້ໂຮງພິມປັບປຸງເຈດຈຳນົງລະອຽດຄືນໃໝ່ ແລ້ວໃຫ້ ກົມໃຫຍ່ພະລາທິການ ເປັນໃຈກາງປະສານງານ. 

ມາຮອດວັນທີ 3 ພະຈິກ 2022, ໄດ້ມີຄໍາເຫັນຂອງ ທ່ານຮອງລັດຖະມົນຕີ, ຫົວໜ້າຄະນະຊີ້ນໍາລວມ ຄະນະກຳມະການຄົ້ນຄວ້າການສະເໜີຂໍລົງທຶນຂອງບຸກຄົນ ຫຼື ນິຕິບຸກຄົນ ຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ໃສ່ໜັງສືລາຍງານໂຮງພິມໂຊກພາໄຊ ສະບັບເລກທີ 067/ຊພຊ, ລົງວັນທີ 17 ຕຸລາ 2022 ໂດຍທ່ານມີຄໍາເຫັນໃຫ້ ກົມໃຫຍ່ພະລາທິການ ກອງເລຂາຄະນະກຳມະການຄົ້ນຄວ້າການສະເໜີຂໍລົງທຶນຂອງບຸກຄົນ ຫຼື ນິຕິບຸກຄົນ ຮ່ວມກັບ ກະຊວງປ້ອງກັນຄວາມສະຫງົບ ຄົ້ນຄວ້າສຶກສາຄວາມເປັນໄປໄດ້ຮ່ວມກັບ ອຳນວຍການໂຮງພິມ ເພື່ອນຳມາລາຍງານຄະນະນໍາກະຊວງພິຈາລະນາ.

ສ່ວນຮູບແບບການລົງທຶນແມ່ນ ກົມໃຫຍ່ສັນຕິບານ ເປັນເຈົ້າຂອງໂຄງການໂຮງພິມໂຊກພາໄຊ ເປັນຜູ້ລົງທຶນ 100% ມູນຄ່າການລົງທຶນ 18.666.000 ໂດລາສະຫະລັດ; ການແບ່ງປັນຜົນປະໂຫຍດ ກະຊວງປ້ອງກັນຄວາມສະຫງົບ 30% ແລະ ໂຮງພິມ 70%, ສຳລັບໄລຍະການຮ່ວມທຸລະກິດ ແມ່ນ 40 ປີ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!