ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ໄດ້ເຂົ້າຮ່ວມພິທີເບີກຫໍຫຼັກເມືອງ ແລະ ມະຫາພຸດທະພິເສກ (ສົມໂພດ) ແຂວງໄຊສົມບູນ, ມີ ທ່ານ ພອຍຄຳ ຮຸງບຸນຍວງ ເຈົ້າແຂວງໄຊສົມບູນ, ມີບັນດາຮອງເຈົ້າແຂວງ, ພະແນກການອ້ອມຂ້າງ, ພໍ່-ແມ່ປະຊາຊົນ ແຂວງໄຊສົມບູນ ເຂົ້າຮ່ວມ.

+ ທ່ານ ທົງສະຫວັນ ໂພສະລາດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ໄດ້ຂຶ້ນລາຍງານໃນພິທີ ວ່າ:

ໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນ ເປັນໂຄງການຂອງແຂວງ ໂດຍແມ່ນ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຜູ້ຮັບຜິດຊອບໂດຍກົງ.

ໂຄງການນີ້ເກີດຂຶ້ນ ພາຍຫຼັງສ້າງຕັ້ງ ແຂວງໄຊສົມບູນ ໃນປີ 2013 ຄະນະບໍລິຫານງານພັກແຂວງ ສະໄໝບົ່ງຕົວແຕ່ງຕັ້ງ ໄດ້ຄົ້ນຄວ້າ ແລະ ຮັບຮອງໃຫ້ມີການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນ ດ້ວຍຈຸດປະສົງ 3 ປະການ ດັ່ງນີ້:

1. ເພື່ອເປັນສູນລວມຈິດໃຈຂອງປະຊາຊົນບັນດາເຜົ່າ, ເປັນເຄື່ອງໝາຍແຫ່ງການສ້າງສາພັດທະນາ ແຂວງໄຊສົມບູນ ແລະ ເປັນບ່ອນເຕົ້າໂຮມຄວາມສາມັກຄີຂອງປະຊາຊົນ.

2. ເປັນບ່ອນເຫຼື້ອມໃສສັດທາຂອງປະຊາຊົນ, ເປັນສະຖານທີ່ສັກສິດປະຈໍາແຂວງ, ເປັນບ່ອນກາບໄຫວ້ບູຊາຂອງຜູ້ຄົນທີ່ເດີນທາງເຂົ້າມາ ແຂວງໄຊສົມບູນ.

3. ເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາຂອງ ແຂວງໄຊສົມບູນ. 

ໂຄງການກໍ່ສ້າງຫໍຫຼັກເມືອງແຫ່ງນີ້ ອອກແບບໂດຍ ບໍລິສັດ ລາວສ້າງສັນ ຈໍາກັດ ຜູ້ດຽວ, ຮັບເໝົາກໍ່ສ້າງໂດຍ ບໍລິສັດ ພັດທະນາ ພູເບ້ຍ ກໍ່ສ້າງ ຈໍາກັດ ຜູ້ດຽວ ໂດຍໄດ້ວ່າຈ້າງ ບໍລິສັດ ພີເອັມ ສໍາຫຼວດ-ອອກແບບ ແລະ ທີ່ປຶກສາ ຈໍາກັດ ເປັນທີ່ປຶກສາໃນການກໍ່ສ້າງ ເຊິ່ງໄດ້ມີພິທີວາງສີລາລຶກໃນການກໍ່ສ້າງ ໃນວັນທີ 29 ພະຈິກ 2015 ໂດຍການກໍ່ສ້າງໄດ້ໃຊ້ເວລາ 6 ປີ ກັບ 3 ເດືອນ ຈຶ່ງສໍາເລັດສົມບູນ, ສະເພາະແຕ່ການກໍ່ສ້າງຫໍຫຼັກເມືອງ ນໍາໃຊ້ງົບປະມານ ຈໍານວນ 25 ຕື້ກວ່າກີບ ໂດຍແມ່ນງົບປະມານຂອງລັດ 100%.

ໂອກາດດັ່ງກ່າວ, ພົອ ວິໄລ ຫຼ້າຄຳຟອງ ພ້ອມດ້ວຍການນຳແຂວງໄຊສົມບູນ ກໍໄດ້ພ້ອມກັນຂຶ້ນຕີກອງ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນໃຫ້ແກ່ພິທີເບີກຫໍຫຼັກເມືອງ ແລະ ມະຫາພຸດທະພິເສກ ແຂວງໄຊສົມບູນ.

ຈາກນັ້ນ, ກໍໄດ້ດຳເນີນພິທີທາງສາສະໜາຕະຫຼອດຄໍ່າຄືນ ແລະ ໃນຕອນເຊົ້າຂອງວັນທີ 7 ທັນວາ 2022 ກໍໄດ້ມີພິທີໃສ່ບາດຖວາຍສັງຄະທານໃຫ້ແກ່ພຣະສົງສຳມະເນນ ເພື່ອອຸດທິດບຸນກຸສົນໃຫ້ແກ່ດວງວິນຍານຂອງເຈົ້າອານຸວົງ ພ້ອມດ້ວຍອາດີດການນຳຂອງແຂວງໄຊສົມບູນ, ຕະຫຼອດເຖິງບັນພະບຸລຸດຂອງຊາດ ທີ່ເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ເພື່ອປະຊາຊົນໃນໄລຍະຜ່ານມາ. ຫຼັງຈາກນັ້ນ, ກໍໄດ້ບາສີສູ່ຂວັນຕາມຮີດຄອງປະເພນີລາວ ທີ່ປະຕິບັດສືບທອດກັນມາແຕ່ດົນນານ.