ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີ ກະຊວງການເງິນ ຕາງໜ້າໃຫ້ລັດຖະບານຊີ້ແຈງຕໍ່ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ກ່ຽວກັບ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ທັນວາ 2022.

+ ທ່ານລັດຖະມົນຕີ ກະຊວງການເງິນ ໄດ້ຊີ້ແຈງ ວ່າ:

ກ່ຽວກັບ ປະກົດການຫຍໍ້ທໍ້ຂອງຂະແໜງການເງິນແກ່ຍາວ ແລະ ແກ້ບໍ່ທັນໝົດ ເນື່ອງຈາກກົນໄກທີ່ສະຫຼັບສັບຊ້ອນຜ່ານມາ ບໍ່ທັນມ້າງໄດ້ໝົດ ແລະ ລັດຖະບານ ໄດ້ຊອກຫາກົນໄກທີ່ມາປ່ຽນແທນ, ເພາະຜ່ານມາ ແກ້ແຕ່ປາຍບັນຫາ ບໍ່ທັນແກ້ໄຂທີ່ຕົ້ນບັນຫາ ຍັງບໍ່ທັນເອົາຈິງເອົາຈັງຢ່າງເລິກເຊິ່ງໄດ້, ຄວາມພະຍາຍາມຂອງ ກະຊວງການເງິນ ໃນປີ 2022 ສາມາດກວດກາເຫັນການລະເມີດລະບຽບວິໄນຂອງພະນັກງານ 53 ຄົນ ແລະ ໄດ້ດຳເນີນເຂັ້ມງວດຕາມກົດໝາຍ ເພື່ອບໍ່ໃຫ້ພະນັກງານຄົນອື່ນເອົາເປັນແບບຢ່າງ.

ສ່ວນມາດຕະການແກ້ໄຂ, ລັດຖະບານ ຈະໄດ້ນຳໃຊ້ເຄື່ອງມືທີ່ທັນສະໄໝມາປ່ຽນແທນຄົນ ເພື່ອຄວາມໂປ່ງໃສ, ບໍ່ໃຫ້ແຈ້ງຈ່າຍຜ່ານເຈົ້າໜ້າທີ່ ແຕ່ໃຫ້ແຈ້ງຜ່ານລະບົບເອເລັກໂຕນິກແທນ ເພາະຜ່ານມາເກີດມີປະກົດການ ພະນັກງານເອົາເງິນມາແລ້ວບໍ່ມອບໝົດ ແລະ ມາເຮັດບັນຊີໃໝ່.

ຕໍ່ບັນຫານີ້, ລັດຖະບານ ຕັດສິນໃຈແກ້ດ້ວຍຮູບການຫັນການຄຸ້ມຄອງການເງິນໄປສູ່ທັນສະໄໝ ແລະ ຂໍສະເໜີຕໍ່ບັນດາທ່ານລັດຖະບານ ຈະໃຫ້ການຄຸ້ມຄອງ, ການແຈ້ງ, ການມອບອາກອນ-ພາສີ ຜ່ານລະບົບທັນສະໄໝທັງໝົດ.

ປັດຈຸບັນ, ກະຊວງການເງິນ ໄດ້ພັດທະນາລະບົບທັນສະໄໝ ໂດຍໃຫ້ບັນດາບໍລິສັດແຈ້ງພາສີ ຢູ່ສຳນັກງານບໍລິສັດຂອງຕົນເອງໄດ້ ບໍ່ຈຳເປັນຈະໄປຫາພາສີຢູ່ດ່ານ, ດຳເນີນການຊໍາລະເອງ ດ້ວຍເຄື່ອງມືທັນສະໄໝໃນການຄຸ້ມຄອງ ເພື່ອແກ້ບັນຫາການຫຼົບຫຼີກພາສີໃນດ່ານໄດ້ ໃນລະດັບທີ່ແນ່ນອນ ແລະ ຮັບປະກັນວ່າ ປີ 2023 ຈະນຳໃຊ້ລະບົບທັນສະໄໝ ໃນການຄຸ້ມຄອງການເງິນໃຫ້ສຳເລັດ.

ສ່ວນຢູ່ດ່ານພາສີ ໃຫ້ມີຈໍໃຫຍ່ສະແດງພາບ ສາມາດເບິ່ງເຫັນໄດ້ໝົດການນໍາເຂົ້າ-ສົ່ງອອກ (ກໍາລັງຕິດຕັ້ງລະບົບ ໃກ້ຈະສຳເລັດ) ໂດຍມີໜ່ວຍປະມວນຜົນທີ່ແນ່ນອນທັນສະໄໝ ເປັນວິທີທີ່ເຮັດໃຫ້ເຈົ້າໜ້າທີ່ພາສີ ບໍ່ສຳພັດໂດຍກົງກັບຜູ້ປະກອບການ ຮັບປະກັນບໍ່ໃຫ້ມີຊ່ອງຫວ່າງການຕໍ່ລອງ ແລະ ກ້າວໄປສູ່ການແກ້ໄຂຂາດໂຕ ນຳເງິນເຂົ້າລັດໃຫ້ໄດ້ 100%.