ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ປະກາດນາຍຕຳຫຼວດຜູ້ທີ່ຄົບເງື່ອນໄຂພັກການຮັບອຸດໜູນບຳນານ ໃນວັນທີ 12 ທັນວາ 2022, ເຂົ້າຮ່ວມໂດຍ ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະພັກກົມໃຫຍ່ ແລະ ກົມກອງອ້ອມຂ້າງກະຊວງ ເຂົ້າຮ່ວມ.

ພັທ ນາງ ນວນ ເທບພະວົງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1600/ປກສ ລົງວັນທີ 22 ກັນຍາ 2022 ວ່າດ້ວຍ ການອະນຸມັດໃຫ້ນາຍຕຳຫຼວດພັກການອຸດໜູນບຳນານ ໂດຍໄດ້  ອະນຸມັດບຳນານໃຫ້:

  • ພັທ ຫຼຽນວິໄຊ ລັດຕະນະວົງ ອະດີດຮອງອຳນວຍການ ໂຮງຮຽນວັດທະນະທຳ ຫຼັກ 67, ລວມປີການໄດ້ 35 ປີ, ອັດຕາສ່ວນຮ້ອຍບຳນານ 80%, ຂັ້ນເງິນເດືອນ 5/7 ທຽບເທົ່າຊັ້ນ ພັອ

ໃນໂອກາດນີ້, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນງານຂອງນາຍຕຳຫຼວດ ທີ່ໄດ້ຮັບອຸດໜູນບຳນານ, ເຊິ່ງການປະກາດດັ່ງກ່າວ ແມ່ນກົດເກນ ແລະ ນະໂຍບາຍລວມຂອງພັກ ແລະ ລັດຖະບານເຮົາ, ເມື່ອເຖິງອາຍຸກະສຽນ ກໍຕ້ອງໄດ້ອອກພັກຜ່ອນ-ຮັບອຸດໜູນບໍານານຕາມລະບຽບການ, ພ້ອມທັງຮຽກຮ້ອງໃຫ້ສະຫາຍສືບຕໍ່ໃຫ້ຄໍາແນະນໍາທາງດ້ານບົດຮຽນ ແລະ ປະສົບການຕ່າງໆ ຕາມຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານ ປກສ ໃຫ້ມີຜົນສໍາເລັດກວ່າເກົ່າ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!