ກອງປະຊຸມໜ່ວຍປະສານງານປະຈໍາພື້ນທີ່ຊາຍແດນ ລາວ-ໄທ ລະຫວ່າງ ແຂວງໄຊຍະບູລີ ສປປ ລາວ ແລະ ແຂວງເລີຍ ຣາຊະອານາຈັກໄທ ຄັ້ງທີ 1 ປະຈຳປີ 2022, ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທີ່ຫ້ອງປະຊຸມດ່ານພາສີທ່າລີ່ ແຂວງເລີຍ ຣາຊະອານາຈັກໄທ, ຝ່າຍລາວນຳໂດຍ ພັນເອກ ສົມເພັດ ປັນແກ້ວ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງໄຊຍະບູລີ ຮອງຫົວໜ້າໜ່ວຍປະສານງານປະຈໍາພື້ນທີ່ຊາຍແດນ ລາວ-ໄທ ແລະ ຝ່າຍໄທນຳໂດຍ ພັນເອກ ນະລົງ ວິດສະຍານວໍລາວຸດ ຜູ້ບັງຄັບການກອງບັງຄັບການຄວບຄຸມທີ 3 ຜູ້ແທນຜູ້ບັນຊາການກອງກຳລັງສຸລະສັກມົນຕີ ຫົວໜ້າໜ່ວຍປະສານງານປະຈໍາພື້ນທີ່ຊາຍແດນໄທ-ລາວ ແຂວງເລີຍ ຣາຊະອານາຈັກໄທ, ມີບັນດາຄະນະໜ່ວຍປະສານງານປະຈໍຳພື້ນທີ່ຊາຍ ແດນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

ທັງສອງຝ່າຍ ໄດ້ມີການທົບທວນຄືນຜົນຂອງການປະຕິບັດງານທີ່ຜ່ານມາ ແລະ ການແລກປ່ຽນຂໍ້ມູນຂ່າວສານ, ປຶກສາຫາລືກ່ຽວກັບການແກ້ໄຂບັນ ຫາຢາເສບຕິດລຽບຕາມຊາຍແດນຮ່ວມກັນ ລະຫວ່າງແຂວງໄຊຍະບູລີ ສປປ ລາວ ກັບແຂວງເລີຍ ຣາຊະອານາຈັກໄທ; ເຊິ່ງໄລຍະຜ່ານມາເຫັນວ່າທັງ ສອງຝ່າຍໄດ້ຕັ້ງໜ້າ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍການຮ່ວມມືເປັນປະຈໍາ ແລະ ໄດ້ມີການສະກັດກັ້ນແກ້ໄຂຈັບກຸມຜູ້ກະທໍາຜິດຄ້າຂາຍຢາເສບ ຕິດ ແລະ ລັກລອບຂ້າມແດນແບບຜິດກົດໝາຍໄດ້ຢ່າງຕໍ່ເນື່ອງ ເຮັດໃຫ້ບໍລິເວນຊາຍແດນເປັນລະບຽບຮຽບຮ້ອຍດີ.

ຄຽງຄູ່ກັນນັ້ນ, ກອງປະຊຸມດັ່ງກ່າວ ຍັງເປັນບາດກ້າວໜຶ່ງໃນການຮ່ວມມືຮັກສາຄວາມສະຫງົບ, ຄວາມເປັນຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ໄທ-ລາວ ແລະ ເປັນການປະກອບສ່ວນທີ່ສໍາຄັນໃນການພົວພັນຮ່ວມມືແລກປ່ຽນຂໍ້ມູນຂ່າວສານດ້ານຕ່າງໆໃນລະດັບທ້ອງຖິ່ນ ເພື່ອເຮັດໃຫ້ບັນຫາຢາເສບຕິດລຽບຕາມຊາຍແດນລະຫວ່າງ ແຂວງໄຊຍະບູລີ ສປປ ລາວ ກັບ ແຂວງເລີຍ ຣາຊະອານາຈັກໄທ ມີຄວາມສະຫງົບ-ປອດ ໄພ 100% ບົນພື້ນຖານຫຼັກການຂອງຄວາມສະເໝີພາບ, ການເຄົາລົບສິດອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນແລະກັນ.