ພິທີປະກາດແຕ່ງຕັ້ງຫົວໜ້າກອງບັນຊາການ ປກສ ເມືອງເຊບັ້ງໄຟ ໄດ້ຈັດຂຶ້ນໃນອາທິດຜ່ານມາ, ເຂົ້າຮ່ວມມີ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີປະທານກວດກາພັກ-ລັດເມືອງ, ຄະນະຫ້ອງ, ຄະນະກອງບັນຊາການ ປກຊ-ປກສ ເມືອງ, ຕະຫຼອດຮອດພະ ນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ພັທ ສຸກທະວີ ອິນທະລັງສີ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງຄຳມ່ວນ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫົງບ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຄຳມ່ວນ. ໃນນີ້, ຕົກລົງແຕ່ງຕັ້ງ ພັທ ສຸລິເດດ ອາລຸນສັກ ເປັນຫົວໜ້າກອງບັນຊາການ ປກສ ເມືອງເຊບັ້ງໄຟ.

ໃນພິທີ, ພັອ ທິບພະຈັນ ໂພໄຊ ໄດ້ເນັ້ນໜັກໃຫ້ຜູ້ທີ່ຖືກແຕ່ງຕັ້ງຈົ່ງສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດໃຫ້ໄດ້ຮັບຜົນສຳເລັດຕາມທິດທາງແຜນການທີ່ວາງໄວ້ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຕ້ອງເອົາໃຈໃສ່ປັບປຸງແບບ ແຜນນຳພາ ແລະ ວິທີເຮັດວຽກໃຫ້ລະອຽດເຂັ້ມງວດ, ນຳພາເປັນໝູ່ຄະນະ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ນຳພາແກ້ໄຂ້ປະກົດການຫຍໍ້ທໍ້ຕ່າງໆ ແລະ ຫາງສຽງທີ່ບໍ່ດີຕໍ່ກຳລັງໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.