ກອງບັນຊາການ ປກສ ແຂວງຫົວພັນ ຈັດພິທີປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 47 ປີ ( 2 ທັນວາ 1975-2 ທັນວາ 2022 ) ແລະ ວັນ ເກີດປະທານ ໄກສອນພົມວິຫານ ຄົບຮອບ 102 ປີ ( 13 ທັນວາ 1920- 13 ທັນວາ 2022 ) ໃນອາທິດຜ່ານມາ, ປາຖະກະຖາໂດຍ ພັອ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ຫົວໜ້າຫ້ອງ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ພັອ ເພັດສອນ ອິນສຸພັນ ເລົ່າຄືນມູນເຊື້ອ ແລະ ຄວາມໝາຍສຳຄັນທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດເອກອ້າງທະນົງໃຈ, ວັນຊາດທີ 2 ທັນວາ ໂດຍແມ່ນການສືບທອດມູນເຊື້ອອັນອົງອາດກ້າຫານຂອງບັນພະບູລຸດ, ປະຊາຊົນບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດການຕໍ່ສູ້ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນບັນດາເຜົ່າໄດ້ມີອິດສະລະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງຖານະທຽມເທົ່າກັບປະເທດອື່ນໆໃນເວທີພາກພື້ນ ແລະ ສາກົນ, ວັນຊາດທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ໃນການສ້າງສາ ພັດ ທະນາປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ.

ພ້ອມນັ້ນ, ພັອ ເພັດສອນ ອິນສຸພັນ ຍັງໄດ້ປາຖະກະຖາວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກທົ່ວພັກທົ່ວລັດ ແລະ ປວງຊົນລາວ ບັນດາເຜົ່າ ທ່ານໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ, ຜົນງານ ແລະ ຄຸນງາມຄວາມດີຂອງປະ ທານ ໄກສອນ ພົມວິຫານ ວ່າ ປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນນັກປະຕິວັດຜູ້ດີເລີດ, ແມ່ນລູກຫຼານຜູ້ປະເສີດຂອງປະຊາຊົນລາວບັນດາເຜົ່າ, ເພີ່ນເປັນຜູ້ນຳສູງສຸດຂອງການປະຕິວັດລາວ ທີ່ມີຄວາມປີຊາສາມາດ ມີຄວາມສະຫຼາດຫຼັກແຫຼມ ມີໄຫວພິບອັນແຫຼມຄົມ ແລະ ມີນ້ຳໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນອົງອາດ ກ້າຫານເພີ່ນເປັນວິລະບູລຸດຊອງຊາດລາວເຮົາ.