ກອງບັນຊາການ ປກສ ເມືອງນາກາຍ ແຂວງຄຳມ່ວນ ປະກາດຍົກຍ້າຍ-ແຕ່ງຕັ້ງຮອງຫົວໜ້າກອງບັນຊາການ ປກສ ເມືອງນາກາຍ ໃນວັນທີ 9 ທັນ ວາ 2022, ເຂົ້າຮ່ວມມີ ພັອ ຈັນໄຊ ນັນທະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄໍາມ່ວນ ແລະ ທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງນາກາຍ, ມີຄະນະຫ້ອງ, ຄະນະກອງບັນຊາການ ປກຊ-ປກສ ເມືອງ, ແຂກຖືກເຊີນ ເຂົ້າຮ່ວມ.

ພັທ ພອນວິໄລ ສຸດຈັນທະລາ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງຄຳມ່ວນ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຍົກຍ້າຍນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຄຳມ່ວນ. ໃນນີ້, ຕົກລົງເຫັນດີຍົກຍ້າຍ ພັທ ໄພວັນ ກຸນລະວົງ ຈາກກອງບັນຊາການ ປກສ ເມືອງຍົມມະລາດ ໄປຮັບໜ້າທີ່ໃໝ່ຢູ່ກອງບັນຊາການ ປກສ ເມືອງນາກາຍ ແລະ ຜ່ານຂໍ້ຕົກລົງຂອງລັດມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຄຳມ່ວນ ແລະ ຕົກລົງເຫັນດີແຕ່ງຕັ້ງ ພັທ ໄພວັນ ກຸນລະວົງ ເປັນຮອງຫົວໜ້າກອງບັນຊາການ ປກສ ເມືອງນາກາຍ.

ພັອ ຈັນໄຊ ນັນທະວົງ ໄດ້ຍ້ອງຍໍຊົມເຊີຍສະຫາຍທີ່ຖືກແຕ່ງຕັ້ງ ແລະ ໄດ້ເນັ້ນໜັກໃຫ້ຜູ້ທີ່ຖືກແຕ່ງຕັ້ງໃໝ່ ຈົ່ງພ້ອມພາກັນເຕົ້າໂຮມຄວາມສາມັກຄີ ສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ, ເພີ່ມທະວີຄວາມຮັບຜິດ ຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃນການປະຕິບັດພາລະບົດບາດໜ້າທີ່, ເອົາໃຈໃສ່ປັບປຸງແບບແຜນນຳພາ ແລະ ວິທີເຮັດວຽກແຕ່ລະຂັ້ນໃຫ້ຖືກຕ້ອງສອດຄອງກັບໜ້າທີ່ວຽກງານວິຊາສະເພາະ, ນຳພາເປັນໝູ່ຄະນະ, ສຽງສ່ວນໜ້ອຍຂຶ້ນກັບສຽງສ່ວນຫຼາຍ, ບຸກຄົນຕ້ອງຂຶ້ນກັບການຈັດຕັ້ງ ແລະ ສືບຕໍ່ແກ້ໄຂ້ປະກົດການຫຍໍ້ທໍ້ຕ່າງໆ ແລະ ຫາງສຽງທີ່ບໍ່ດີຕໍ່ກຳລັງ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.