ກອງບັນຊາການ ປກສ ແຂວງສາລະວັນ ໄດ້ຈັດພິທີມອບເງິນນະໂຍບາຍອຸດໜູນບໍານານໃຫ້ນາຍຕໍາຫຼວດ ທີ່ພັກການຮັບອຸດໜູນບຳນານ ໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ພົຈວ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຕາງໜ້າຫ້ອງການເມືອງ, ນາຍຕໍາຫຼວດທີ່ພັກຜ່ອນເຂົ້າອຸດໜູນບຳນານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ພັທ ອີນຖາ ສີລິສົງຄາມ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການອະນຸມັດໃຫ້ນາຍຕຳຫຼວດພັກການຮັບອຸດໜູນບຳນານ ມີຄື:

  • ພັທ ສຳເລີງ ວໍລະສານ ກອງພັນເຄື່ອນທີ່
  • ພັທ ບຸນລ້ວນ ວັນທະນົງສີນ ປກສ ເມືອງສາລະວັນ
  • ພັທ ສີວຽງຄອນ ກີ່ນດາວົງ ຫ້ອງຕຳຫຼວດ
  • ພັທ ສົມພາວັນ ເພັດສະລາດ ຫ້ອງການເມືອງ
  • ພັທ ຄຳເສີດ ໄຊຍະເພັດ ປກສ ເມືອງວາປີ
  • ພັຕ ນາງ ວິໄລສອນ ຄຳມະນີວົງ ຫ້ອງພະລາທິການ
  • ພັຕ ນາງ ຄອນສະຫວັນ ພອນສະຫວັດ ຫ້ອງການ
  • ພັຕ ສຳລານ ແກ້ວອຸ່ນເຮືອນ ປກສ ເມືອງລະຄອນເພັງ
  • ຮອ ບຸນລັບ ຄຳຫານ ປກສ ເມືອງເລົ່າງາມ

ການມອບເງິນອຸນໜູນບໍານານຄັ້ງນີ້ ກໍເພື່ອເປັນຂວັນກຳລັງໃຈໃຫ້ນາຍຕໍາຫຼວດ ທີ່ໄດ້ຮັບນະໂຍບາຍພັກການຮັບອຸດໜູນບຳນານ ແລະ ເປັນນໍ້າຈິດນໍ້າໃຈຈາກການຈັດຕັ້ງ, ພັກ-ລັດ ໄດ້ມອບໃຫ້ບັນດາສະຫາຍທີ່ມີຄຸນງາມຄວາມດີ, ປະກອບສ່ວນດ້ານເຫື່ອແຮງ, ສະຕິປັນຍາ, ຄວາມຮູ້-ຄວາມສາມາດເຂົ້າໃນການປະຕິວັດຕະຫຼອດມາ ຈົນໄດ້ມີຜົນງານຫຼາຍດ້ານທີ່ໂດດເດັ່ນ ແລະ ເປັນບົດຮຽນໃຫ້ນາຍ ແລະ ພົນຕໍາຫຼວດຮຸ້ນຫຼັງ ໄດ້ນໍາເປັນບົດຮຽນໃນການເຮັດວຽກຕໍ່ໄປ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!