ໃນວັນທີ 21 ຕຸລາ 2022, ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໄດ້ຈັບຕົວຜູ້ກໍ່ເຫດປຸ້ນຊັບ (ລົດຈັກ) ຢູ່ເຂດບ້ານໄຊສະຫວ່າງ ເມືອງໄຊທານີ ຄື: ທ້າວ ພັກສະນະ ຫຼື ນະ ອາຍຸ 22 ປີ ປະຊາຊົນຢູ່ບ້ານໂພນໄຮຄໍາ ເມືອງໄຊທານີ ມາດໍາເນີນຄະດີ.

ພັທ ສຸລີວັນ ແກ້ວມະນີວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກຜູ້ເສຍຫາຍ ໃນວັນທີ 3 ກັນ ຍາ 2022, ເຈົ້າໜ້າທີ່ ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມ ແລະ ກໍານົດເປົ້າໝາຍກໍ່ເຫດປຸ້ນຊັບຄັ້ງນີ້ ຮອດວັນທີ 21 ຕຸລາ 2022 ຈຶ່ງໄດ້ເຂົ້າກັກ ຕົວ ທ້າວ ພັກສະນະ ຫຼື ນະ ມາດໍາເນີນຄະດີສ່ວນຜູ້ຮ່ວມຂະບວນການ ອີກ 1 ຄົນ ແມ່ນໄດ້ເອົາຕົວຫຼົບໜີ.

ຜ່ານການສອບສວນເບື້ອງຕົ້ນ, ທ້າວ ພັກສະນະ ຫຼື ນະ ໄດ້ຮັບ ສາລະພາບວ່າ: ໃນວັນທີ 3 ກັນຍາ 2022 ຕົນເອງ ແລະ ໝູ່ໄດ້ໄປຫຼິ້ນຮ້ານອາຫານແຫ່ງໜຶ່ງຢູ່ເຂດ ເມືອງໄຊທານີ ສັງເກດເຫັນແມ່ຍິງ 2 ຄົນ ໄປຫຼິ້ນຢູ່ຮ້ານດຽວກັນກໍາລັງຈະກັບບ່ອນພັກເຊົາ, ຕົນເອງ ແລະ ໝູ່ກໍໄດ້ຕິດຕາມຈົນມາຮອດບ່ອນພັກເຊົາ ຈຶ່ງໄດ້ປຸ້ນເອົາຊັບສິນ, ເຊິ່ງລວມມີລົດຈັກ ເວບຮ້ອຍ 1 ຄັນ ພ້ອມເງິນກີບ 4.900.000 ກີບ. ຈາກນັ້ນ, ເອົາລົດຈັກໄປຂາຍ ໄດ້ເງິນມາ ກໍແບ່ງເຄິ່ງກັບໝູ່ ແລະ ຕົນເອງໄດ້ເອົາຕົວຫຼົບໜີໄປຢູ່ຕ່າງແຂວງ ພາຍຫຼັງກັບມານະຄອນຫຼວງວຽງຈັນ ກໍຖືກເຈົ້າໜ້າທີ່ກັກຕົວ. ຕໍ່ກັບຄະດີດັ່ງກ່າວປັດຈຸບັນ, ເຈົ້າໜ້າທີ່ພວມເລັ່ງດໍາເນີນຕາມຂັ້ນຕອນຂອງກົດໝາຍ ແລະ ນຳຈັບຕົວຜູ້ຮ່ວມຂະບວນການທີ່ຍັງຫຼົບໜີຢູ່ 1 ຄົນ.