ພິທີປະກາດຍົກຍ້າຍ-ແຕ່ງຕັ້ງຫົວໜ້າອໍານວຍການໂຮຽນ ປກສ ຊັ້ນຕົ້ນເລກ V ແຂວງຄຳມ່ວນ ຈັດຂຶ້ນໃນອາທິດຜ່ານມາ, ໂດຍການເຂົ້າຮ່ວມຂອງ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີຄະນະພັກ-ຄະນະຫ້ອງ, ຄະນະອຳນວຍການໂຮງຮຽນ, ຄູ-ອາຈານຕະຫຼອດ ຮອດນັກຮຽນ-ນັກສຶກສາເຂົ້າຮ່ວມ.

ໃນພິທີ, ພັທ ພອນວິໄລ ສຸດຈັນທະລາ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະ ຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2093/ປກສ ລົງວັນທີ 24 ພະຈິກ 2022 ວ່າດ້ວຍການຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຄຳມ່ວນ; ໃນນີ້, ຕົກລົງຍົກຍ້າຍ-ແຕ່ງຕັ້ງ ພັທ ມະໄລທອງ ໄຊຍະຈັກ ຈາກຄ້າຍຄຸມຂັງ-ດັດສ້າງ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນເລກ V ແລະ ພັທ ແກ້ວວົງເພັດ ສີສົມບັດ ເປັນຮອງ, ຍົກຍ້າຍ-ແຕ່ງຕັ້ງ ພັທ ກຽນຕາ ວົງປະເສີດ ຈາກຫົວໜ້າອໍານວຍການໂຮງຮຽນ ປກສ ຊັ້ນ ຕົ້ນເລກ V ໄປຮັບໜ້າທີ່ໃໝ່ເປັນຮອງຫົວກອງບັນຊາການ ປກສ ເມືອງຍົມມະລາດ, ສ່ວນຮອງທີ່ມີຢູ່ແລ້ວແມ່ນຮັກສາໄວ້ຄືເກົ່າ.

ພັອ ທິບພະຈັນ ໂພໄຊ ໄດ້ເນັ້ນໜັກໃຫ້ຜູ້ທີ່ຖືກແຕ່ງຕັ້ງໃນຄັ້ງນີ້ ເອົາໃຈໃສ່ປັບປຸງວຽກງານແນວຄິດ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ລະ ບຽບກົດໝາຍຂອງລັດໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ເຂັ້ມແຂງທາງດ້ານການຈັດຕັ້ງມີຄວາມບຸກບືນຫ້າວຫັນເຮັດໜ້າທີ່ວຽກງານທີ່ ຖືກມອບໝາຍໃຫ້ດີກວ່າເກົ່າ ພ້ອມທັງເປັນເຈົ້າການໃນການນຳພາ-ບັນຊາ ແລະ ປະຕິບັດວຽກງານໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.