ວຽກງານສື່ສານເປັນອີກວຽກງານໜຶ່ງທີ່ມີຄວາມສໍາຄັນໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງຂວາງເກມ 2022 ໃນການຕິດຕໍ່, ພົວພັນ, ປະສານວຽກງານໃຫ້ມີຄວາມສະດວກວ່ອງໄວ ແລະ ແກ້ໄຂເຫດໃຫ້ທັນເວລາ.

ພັອ ບົວຜັນ ສີສະຫວັດ ຮອງຫົວໜ້າກົມສື່ສານ ກະຊວງ ປກສ, ທັງເປັນຄະນະຮັບຜິດຊອບວຽກງານປ້ອງກັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບໃຫ້ສໍາພາດຕໍ່ສື່ມວນຊົນ ປກສ ໃນວັນທີ 19 ທັນ ວາ 2022 ວ່າ: ກົມສື່ສານແມ່ນຮັບຜິດຊອບໜ້າທີ່ການປະກອບອຸປະກອນຕິດຕໍ່ສື່ສານເຂົ້າໃນວຽກງານປ້ອງກັນງານມະຫາກໍາຄັ້ງນີ້ ໂດຍປະຕິບັດຕາມແຜນແມ່ບົດ ແລະ ປະຕິບັດໜ້າທີ່ຮັບຜິດຊອບຕະຫຼອດໄລຍະຜ່ານມາ, ກົມສື່ສານ ໄດ້ກະກຽມບັນດາອຸປະກອນສື່ສານຕ່າງໆ ເພື່ອມາຮັບໃຊ້ໃນງານປ້ອງກັນໃນຄັ້ງນີ້ ເປັນຕົ້ນໄດ້ກະກຽມບັນດາດ້ານກໍາລັງຈໍານວນ ພົນ, ອຸປະກອນສື່ສານລະບົບປ້ອງກັນຕົວເມືອງ, ໄດ້ຕິດຕັ້ງທຸກເມືອງຂອງແຂວງຊຽງຂວາງ ແລະ ແຂວງ ແມ່ນໄດ້ຕັ້ງສູນ. ນອກຈາກນີ້, ກໍຍັງມີລະບົບໂຟນີ່ ທີ່ໄດ້ປະກອບເຂົ້າໃນງານຄັ້ງນີ້ ຈໍານວນ 300 ກວ່າເຄື່ອງ; ພ້ອມນີ້, ກໍໄດ້ຮັບຜິດຊອບກ່ຽວກັບວຽກງານກ້ອງວົງຈອນປິດໃນທົ່ວເທດສະບານແຂວງຊຽງຂວາງ ໂດຍສະເພາະຢູ່ສະໜາມເປີດ-ປິດ ໄດ້ຕິດຕັ້ງເປັນລະບົບຄົບຊຸດ.

ນອກນີ້, ກໍຍັງມີອຸປະກອນສຳຮອງ, ກ້ອງວົງຈອນປິດຕິດຕັ້ງລົດເຄື່ອນທີ່, ໃນການປະຕິບັດໜ້າທີ່ໃນໄລຍະຜ່ານມາ, ເຊິ່ງໄດ້ເລີ່ມແຕ່ວັນທີ 1 ທັນວາຜ່ານມານີ້;ມາຮອດປັດຈຸບັນ, ຖືວ່າວຽກງານສື່ສານມີຄວາມຮັບປະກັນ 100% ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໜ້າທີ່ວຽກງານ ໂດຍສະເພາະວຽກງານປ້ອງກັນງານມະຫາກໍາໃນຄັ້ງນີ້ໃຫ້ມີຄວາມສະຫງົບ-ປອດໄພ. ພ້ອມດຽວກັນນີ້, ກໍຍັງຈະສືບຕໍ່ສຸມໃສ່ໃນການປະຈໍາການ, ຕິດຕັ້ງເສີມກ້ອງ, ອຸປະກອນສື່ສານຕ່າງໆ ເພື່ອຮັບໃຊ້ວຽກງານຄັ້ງນີ້ໃຫ້ມີຜົນສໍາເລັດຈົນຮອດມື້ປິດງານ.