ວັນທີ 20 ທັນວາ 2022, ການນໍາຂັ້ນສູງ ກະຊວງ ປກສ ສືບຕໍ່ກວດສຸຂະພາບປະຈໍາປີ 2022 ຢູ່ໂຮງໝໍ 5 ເມສາ ໂດຍມີ ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫົວໜ້າກົມໃຫຍ່ການ ເມືອງປ້ອງກັນຄວາມສະຫງົບ, ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ, ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ ແລະ ທ່ານ ອື່ນໆ.

ການກວດສຸຂະພາບປະຈໍາປີ 2022 ນີ້, ມີຄະນະຊ່ຽວຊານທາງດ້ານການແພດຈາກໂຮງໝໍ 5 ເມສາ ກະຊວງ ປກສ ລາວ ແລະ ໂຮງໝໍ 19.8 (ໜຶ່ງເກົ້າແປດ) ກະຊວງ ປກສ ຫວຽດນາມ ມາໃຫ້ບໍລິການກວດສຸຂະພາບຄົບວົງຈອນ ເພື່ອຊອກຮູ້ ແລະ ສາມາດບົ່ງມະຕິພະຍາດໄດ້ຢ່າງທັນການ; ໃນ ນັ້ນ, ຄະນະຊ່ຽວຊານທາງການ ແພດຫວຽດນາມ ໄດ້ນໍາເອົາເຄື່ອງມື ແລະ ຢາປິ່ນປົວພະຍາດຈໍານວນໜຶ່ງມາສົມທົບໃຫ້ບໍລິການ ເພື່ອຮັບປະກັນທາງດ້ານການຮັກສາ, ການປິ່ນປົວສຸຂະພາບ ແລະ ເຮັດໃຫ້ບັນດາການນໍາຂັ້ນສູງຂອງກະຊວງ ປກສ ມີສຸຂະພາບທີ່ແຂງແຮງ.

ການກວດສຸຂະພາບຄັ້ງນີ້, ໂດຍສືບຕໍ່ແຜນການຮ່ວມມືປະຈໍາປີ ລະຫວ່າງ 2 ໂຮງໝໍຄື: ໂຮງໝໍ 5 ເມສາ ແລະ ໂຮງໝໍ 19.8 ໃນການຈັດຕັ້ງປະຕິບັດ ເນື້ອໃນບົດບັນທຶກແຜນການຮ່ວມມືທີ່ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ແລະ ຫວຽດນາມ ໄດ້ລົງນາມຮ່ວມກັນ.