ພິທີມອບໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ອົງການຮ່ວມມືສາກົນ ສາທາລະນະລັດ ເກົາຫຼີ ( ສ.ເກົາຫຼີ ) ປະຈໍາ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອລ້າໃນໂຄງການສ້າງຄວາມເຂັ້ມແຂງໃຫ້ກົມຕໍາຫຼວດກວດຄົນ ເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດຂຶ້ນ ໃນວັນທີ 20 ທັນວາ 2022, ໂດຍການເຂົ້າຮ່ວມເປັນສັກຂີພະຍານ ແລະ ມອບໂດຍ ພົຕ ສົມວັນ ສາຍລ້ອງພາ ຫົວໜ້າຫ້ອງວ່າການ ກະຊວງ ປກສ ແລະ ພົຕ ບົວວັນ ວົງສາວັນທອງ ຫົວໜ້າກົມໃຫຍ່ສັນຕິບານ; ຮັບໂດຍ ທ່ານ ນາງ ມີຢອງຈິນ ຄິມ ຫົວໜ້າອົງການຮ່ວມມືສາກົນສາທາລະນະລັດ ເກົາຫຼີ ( ສ.ເກົາຫຼີ ) ປະຈໍາ ສປປ ລາວ ມີແຂກຮັບເຊີນ ພ້ອມດ້ວຍຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັອ ສາຍສະໝິງ ສີວິໄລ ຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງອົງການຮ່ວມມື ສາກົນ ສ. ເກົາຫຼີ ປະຈຳ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນກົມຕຳຫຼວດກວດຄົນເຂົ້າ-ອອກເມືອງໃນໄລຍະຜ່ານ, ໂດຍສະເພາະການໃຫ້ທຶນຊ່ວຍເຫຼືອລ້າໃນໂຄງການສ້າງຄວາມເຂັ້ມແຂງ ໃຫ້ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ແຫ່ງ ສປປ ລາວ ພິເສດແມ່ນການຊ່ວຍເຫຼືອລ້າ ກໍ່ສ້າງສຳເລັດອາຄານຫ້ອງການຫຼັງໃໝ່ໃຫ້ ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ເຊິ່ງເປັນສະຖານທີ່-ທີ່ມີຄວາມຈຳເປັນ ແລະ ມີຄວາມໝາຍສຳຄັນຢ່າງຍິ່ງສຳລັບກົມ ຕມ ກໍຄື ກົມໃຫຍ່ສັນຕິບານ ກະຊວງ ປ້ອງກັນຄວາມສະຫງົບ, ໂດຍໄດ້ສ້າງເງື່ອນໄຂສະພາບແວດລ້ອມໃນການປະຕິບັດໜ້າທີ່ວຽກງານມີຄວາມສະດວກ, ສະບາຍໃຫ້ເຈົ້າໜ້າທີ່ກົມ ຕມ ແລະ ກໍຍັງໄດ້ຊ່ວຍເຫຼືອລ້າມອບລົດກະບະ ຈຳນວນ 2 ຄັນ ມູນຄ່າ 31.600 ໂດລາສະ ຫະລັດ ໃນຕົ້ນປີ 2022 ຜ່ານມາ.

ການຊ່ວຍເຫຼືອຂອງອົງການ KOICA ທີ່ມີຕໍ່ກົມ ຕມ ໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ, ຄະນະນໍາຂອງກົມໃຫຍ່ສັນຕິບານ ກໍຄື ການນຳກະຊວງປ້ອງກັນຄວາມສະຫງົບໄດ້ຕີລາຄາສູງການຊ່ວຍເຫຼືອຂອງອົງການ KOICA ເປັນ ໜຶ່ງໃນສັນຍາລັກມິດຕະພາບ ລະຫວ່າງ ລັດຖະບານ ກໍຄື ປະຊາຊົນ ຂອງສອງປະເທດລາວ-ເກົາຫຼີ, ເກົາຫຼີ-ລາວ ທີ່ສະແດງເຖິງຄວາມຈິງໃຈ, ໝັ້ນແກ່ນ, ເຕັມໄປດ້ວຍ ໄມຕີຈິດ, ມິດຕະພາບ, ການຮ່ວມມື ແລະ ມີຄວາມຍືນຍົງ.