ໃນຕອນເຊົ້າຂອງວັນທີ 23 ທັນວາ 2022 ທີ່ຫໍປະຊຸມແຫ່ງຊາດ ( ຫຼັກ 6 ), ກະຊວງເຕັກໂນໂລຊີ ແລະ ການສື່ສານ ( ກຕສ ) ໄດ້ຈັດກອງປະຊຸມການນໍາລະດັບສູງ ກ່ຽວກັບການຫັນເປັນດິຈິຕ໋ອນແຫ່ງຊາດ ຄັ້ງທຳອິດ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ,  ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາທ່ານ ເຈົ້າແຂວງ, ຮອງເຈົ້າແຂວງ, ລັດຖະມົນຕີ, ຮອງລັດຖະ ມົນຕີ, ບັນດາຄະນະກົມ, ທຽບເທົ່າ ຂອງບັນດາກະຊວງ ແລະ ອົງການທຽບເທົ່າ ເຂົ້າຮ່ວມ 400 ກວ່າທ່ານ.

ກອງປະຊຸມການນໍາລະດັບສູງ ກ່ຽວກັບການຫັນເປັນດິຈິຕ໋ອນແຫ່ງຊາດ ເປັນວາລະໜຶ່ງໃນງານສັບປະດາດິຈິຕ໋ອນລາວ ປະຈໍາປີ 2022 ທີ່ຈັດຂຶ້ນໃນລະຫວ່າງວັນທີ 21-25 ທັນວາ 2022. ກອງປະຊຸມດັ່ງກ່າວ ດໍາເນີນພາຍໃຕ້ຄຳຂັວນ: “ການຮ່ວມມືທົ່ວສັງຄົມ ເພື່ອການຫັນເປັນດິຈິຕ໋ອນ ຂອງ ສປປ ລາວ” ໂດຍສະເພາະສຸ່ມໃສ່ການຫັນເປັນດິຈິຕ໋ອນຂອງທຸກອົງການປົກຄອງ ແລະ ທຸກຂະແໜງການ ຈຸດປະສົງຂອງກອງປະຊຸມ ແມ່ນສ້າງກາລະໂອກາດໃຫ້ການນໍາລະດັບສູງຂອງທຸກພາກສ່ວນໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານຫັນເປັນດິຈິຕ໋ອນຂອງພາກສ່ວນຕົນ.

ທ່ານ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວເປີດ ແລະ ນໍາສະເໜີຕໍ່ກອງປະຊຸມ ເຊິ່ງມີເນື້ອໃນວ່າ:  ເຕັກໂນໂລຊີດິຈິຕ໋ອນ ແມ່ນມີການພັດທະນາຢ່າງກ້າວກະໂດດ ແລະ ໄວວາ, ມັນໄດ້ກາຍເປັນເຄື່ອງມືທີ່ສຳຄັນໃຫ້ແກ່ການເຄື່ອນໄຫວ, ການດຳລົງຊິວິດຂອງມວນມະນຸດເຮົາ ໃຫ້ມີຄວາມສະດວກສະບາຍ ແລະ ເປັນປັດໄຈທີ່ສໍາຄັນໃຫ້ແກ່ ລັດຖະບານຂອງຫຼາຍປະເທດ ສຸ່ມໃສ່ການພັດທະນາ ແລະ ນຳໃຊ້ເຂົ້າໃນວຽກງານບໍລິ ຫານ ແລະ ບໍລິການຂອງລັດສູ່ສັງຄົມ. ໂດຍສະເພາະເຕັກໂນໂລຊີທີ່ມີຄວາມກ້າວໜ້າ ເປັນຕົ້ນ ເຕັກໂນໂລຊີ ປັນຍາປະດິດ (AI), ຂໍ້ມູນໃຫຍ່ (Big data), ກຸ່ມຂໍ້ມູນຜູກພັນ (Blockchain) ທີ່ຊ່ວຍໃຫ້ການຄຸ້ມຄອງລັດ ມີຄວາມວອງໄວ, ໂປ່ງໃສ ແລະ ປະຢັດ. ສະນັ້ນ, ການຫັນລັດຖະບານເປັນດິຈິຕ໋ອນ ໄດ້ເປັນສິ່ງສຳຄັນເຮັດໃຫ້ລັດຖະບານຂອງຫລາຍປະເທດທີ່ຈະເລີນ ປະສົບຜົນສຳເລັດໃນການພັດທະນາເສດຖະກິດ ແລະ ສັງຄົມ, ສຳລັບປະເທດກຳລັງພັດທະນາ ແມ່ນກຳລັງສ້າງຂໍ້ລິເລີ່ມໃນການພັດທະນາລັດຖະບານຂອງຕົນໄປສູ່ດິຈິຕ໋ອນ. ສປປ ລາວ ເປັນໜຶ່ງໃນປະເທດກຳລັງພັດທະ ນາ ແລະ ຈຳເປັນຕ້ອງກ້າວສູ່ ການຄຸ້ມຄອງລັດດ້ວຍເຕັກໂນໂລຊີດິຈິຕ໋ອນ ແລະ ການຫັນລັດເປັນດິຈິຕ໋ອນ ມັນບໍ່ແມ່ນພຽງ ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ເທົ່ານັ້ນ ທີ່ຕ້ອງຜັນຂະຫຍາຍ ການພັດທະນາ ແລະ ການນຳໃຊ້ເຕັກໂນໂລຊີດິຈິຕ໋ອນ  ແຕ່ມັນຄື ການພັດທະນາຮ່ວມກັນຢ່າງມີແບບແຜນ ແລະ ຈຸດສຸມ ຢ່າງເປັນລະບົບ. ຊຶ່ງຕ້ອງມີການ ຮ່ວມມືກັນພັດທະນາ, ລົງທຶນ ແລະ ນຳໃຊ້ ເຕັກໂນໂລຊີຮ່ວມກັນ ເພື່ອເຮັດໃຫ້ການລົງທຶນ ມີປະສິດທິພາບ ແລະ ປະສິດທິຜົນ. ໂດຍສະເພາະການນຳໃຊ້ ຊອບແວຣ໌ ແລະ ໂຄງລາງພື້ນຖານທາງເຕັກໂນໂລຊີຮ່ວມກັນ ເພື່ອເຮັດໃຫ້ເຊື່ອມໂຍງຂອງທຸກລະບົບເຂົ້າກັນໄດ້ ແລະ ປະຢັດຄ່າໃຊ້ຈ່າຍ.  ດ່ັງນັ້ນ, ພາຍໃຕ້ຄຳຂວັນຂອງງານສັບປະດາດິຈິຕ໋ອນ ຄື: “ ການຮ່ວມມື ທົ່ວສັງຄົມເພື່ອການຫັນເປັນດິຈິຕ໋ອນຂອງ ສປປ ລາວ ” (Collaboration Across Lao Digital Transformation) ແມ່ນ ເພື່ອ​​ສ່ອງ​ແສງ​ເຖິງຄວາມ​ຮັບ​ຜິດ​ຊອບ​ ຂອງທຸກ​ຂະ​ແໜງ​ການ ແລະ ສັງ​ຄົມ ​ຕໍ່ພັດທະນາວຽກງານ ດິຈິຕ໋ອນ ຂອງ ສປປ ລາວ.  

ໃນງານກອງປະຊຸມ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະກົມ/ທຽບເທົ່າ ຕາງໜ້າ 13 ພາກສ່ວນ ໄດ້ພັດປ່ຽນກັນຂຶ້ນນຳສະເໜີ ແລະ ລາຍ ງານ ສະພາບການພັດທະນາຫັນເປັນດິຈິຕ໋ອນຂອງຂະແໜງການຕົນ, ພິເສດ ໄດ້ມີຕາງໜ້າ ຈາກກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ຂອງ ສສ ຫວຽດນາມ ກໍໃຫ້ກຽດເຂົ້າຮ່ວມນຳສະເໜີ ບົດຮຽນ ແລະ ແຜນການພັດທະນາຫັນເປັນດິຈິຕ໋ອນ ຂອງຫວຽດນາມ.