ວັນທີ 26 ທັນວາ 2022, ກົມໃຫຍ່ການເມືອງ ປກສ ໃນນາມຄະນະຮັບຜິບຊອບກິລາຂອງ ກະຊວງ ປກສ ໄດ້ສະຫຼຸບຜົນສຳເລັດການເຄື່ອນໄຫວກິລາ ກະຊວງ ປກສ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ປີ 2022, ໂດຍມີ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ, ຮອງຫົວໜ້າຄະນະຊີ້ນຳລວມກິລາ ກະຊວງ ປກສ, ພົຈວ ໜູຈອນ ກ້ອນທອງດຳ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ມີຄະນະພັກ-ຄະນະບັນຊາ, ອານຸກໍາມະການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ຄະນະຮັບຜິດຊອບ ໄດ້ຜ່ານບົດສະຫຼຸບກ່ຽວກັບ ຜົນສຳເລັດການເຄື່ອນໄຫວກິລາ ກະຊວງ ປກສ ໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI, ພ້ອມທັງຕີລາລາຄືນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ເປັນຕົ້ນແມ່ນ ການກະກຽມ, ການຊີ້ນຳ-ນຳພາ, ການເຄື່ອນໄຫວຝຶກຊ້ອມຫັດແອບ, ການຈັດຕັ້ງແຜນງົບປະມານ, ການເຄື່ອນໄຫວ ແລະ ແຂ່ງຂັນຕົວຈິງຢູ່ພາຍໃນແຂວງຊຽງຂວາງ.

ນອກນັ້ນ, ຄະນະຮັບຜິດຊອບແຕ່ລະຂັ້ນ ຍັງໄດ້ພ້ອມກັນປຶກສາຫາລື ເພື່ອວາງທິດທາງແຜນການໃນຕໍ່ໜ້າ ເພື່ອຕັ້ງເປົ້າໝາຍໃນການກໍ່ສ້າງນັກກິລາ ກະຊວງ ປກສ ໃຫ້ມີການພັດທະນາດີຂຶ້ນ, ເອົາໃຈໃສ່ເລືອກເຟັ້ນເອົາກິລາທີ່ສັງກັດຢູ່ກຳລັງ ປກສ ເພື່ອມາຮັບໃຊ້ວຽກງານກິລາ ແລະ ປະເພດກິລາ ໃຫ້ເໝາະສົມກັບເງື່ອນໄຂຂອບເຂດວຽກງານວິຊາສະເພາະຂອງກຳລັງ, ຄົ້ນຄວ້າສ້າງນິຕິກຳກ່ຽວກັບ ວຽກງານກິລາຂອງກໍາລັງ ປກສ ໃຫ້ມີຄວາມເໝາະສົມແທດເຖິງຕົວຈິງ ເພື່ອເຂົ້າຮ່ວມງານມະຫາກຳກິລາໃນຄັ້ງຕໍ່ໄປ ແລະ ຍາດໄດ້ຫຼຽນຕ່າງໆຫຼາຍຂຶ້ນກວ່າເກົ່າ.

ສຳລັບກິລາ ກະຊວງ ປກສ ທີ່ເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ປີ 2022 ມີທັງໝົດ 11 ປະເພດກິລາ ຄື: ກິລາມວຍເທຄວັນໂດ, ມວຍປໍ້າ, ແລ່ນ-ລານ, ຍິງທະນູ, ມວຍສາກົນ, ມວຍປັນຈັກສີລັດ, ກິລາຍິງປືນ, ມວຍລາວ, ເປຕັງ, ກະຕໍ້ ແລະ ກ໊ອບ, ໂດຍສາມາດຍາດໄດ້ຫຼຽນຕ່າງໆທັງໝົດ 69 ຫຼຽນ ປະກອບມີ 23 ຫຼຽນຄໍາ, 17 ຫຼຽນເງິນ ແລະ 29 ຫຼຽນທອງ, ຈັດຢູ່ອັນດັບທີ 6 ຂອງຕາຕະລາງຫຼຽນລາງວັນ.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!