ໃນທ້າຍອາທິດທີຜ່ານມາ, ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານວິຊາສະເພາະ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຢູ່ທີ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ມີບັນດາຄະນະພັກ-ຄະນະບັນຊາ, ຫົວໜ້າຫ້ອງ, ຮອງຫ້ອງ ອ້ອມຂ້າງ ກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ
ພົທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ

+ ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ລາຍງານວ່າ:

ການຈັດຕັ້ງປະຕິບັດການຊີ້ນໍາ-ນຳພາວຽກງານປ້ອງກັນຄວາມສະຫງົບຮອບດ້ານ ຕິດພັນກັບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ເປັນຕົ້ນແມ່ນ ການຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ຢູ່ພາຍໃນແຂວງ ແລະອື່ນໆ.

ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ລາຍງານການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ແລກປ່ຽນປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ແລະ ເລິກເຊິ່ງ ກ່ຽວກັບດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ ເພື່ອເຮັດໃຫ້ພາຍໃນແຂວງຮັກສາໄດ້ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ.

ໂອກາດດຽວກັນນີ້, ພົທ ກົງທອງ ພົງວິຈິດ ກໍໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງນຳພາ-ແນວຄິດ, ຝຶກຝົນຫຼ່ໍຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໃຫ້ນາຍ ແລະ ພົນຕໍາຫຼວດ ຢ່າງເປັນປົກກະຕິ, ເອົາໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ເຕີບໃຫຍ່ເຂັ້ມແຂງ, ກໍ່ສ້າງກຳລັງໃຫ້ມີຄວາມຮູ້ຄວາມສາມາດ ແລະ ຄວາມເຂັ້ມແຂງທາງດ້ານວຽກງານວິຊາສະເພາະ ພ້ອມທັງເປັນເຈົ້້າການໃນການສະກັດກັ້ນແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ໃຫ້ເອົາໃຈໃສ່ຊີ້ນຳ-ນຳພາກຳລັງວິຊາສະເພາະຢ່າງໃກ້ຊິດຕິດແທດ ເພື່ອເຮັດໃຫ້ການຈັດຕັ້ງວຽກງານວິຊາສະເພາະ ແລະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ບັນລຸເປົ້າໝາຍທີ່ວາງໄວ້.

advertisement

Get $500 FREE Google Ads Credits

Get $500 FREE Google Ads Credits 25%

DISCOUNT ON ANY PACKAGE, FOREVER! USE: BLACKFRIDAY25 TODAY!